ກ່ຽວກັບທະນາຄານ

ທະນາຄານຮ່ວມພັດທະນາ ໄດ້ຖືກສ້າງຕັ້ງຂື້ນເມື່ອໃນວັນທີ 3 ຕຸລາ 1989 ໂດຍການຮ່ວມທຶນລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ຖືຮຸ້ນ 30% ແລະ ນັກ ທຸລະກິດໄທ ຖືຮຸ້ນ 70%.

ໃນວັນທີ 15 ມິຖຸນາ ປີ 2010 ທະນາຄານ ແຫ່ງ ສປປ ລາວ ໄດ້ໂອນຮຸ້ນຂອງ ຕົນໃຫ້ແກ່ ນັກທຸລະກິດໄທ 100% ແລະ ທະນາຄານຮ່ວມພັດທະນາ ກໍ່ໄດ້ກາຍເປັນ ທະນາຄານທີ່ລົງທຶນ ໂດຍຕ່າງປະເທດ 100%.

ໃນວັນທີ 18 ຕຸລາ ປີ 2012 ຜູ້ຖືຮຸ້ນໄທ ໄດ້ຂາຍຮຸ້ນຂອງຕົນທັງໝົດໃຫ້ແກ່ ນັກລົງທຶນພາຍໃນ ແລະ ທະນາຄານຮ່ວມພັດທະນາ ໄດ້ກາຍເປັນທະນາຄານ ເອກະຊົນລາວ 100% ໂດຍການເປັນປະທານສະພາບໍລິຫານ ທ່ານ ເອກະພັນ ພະພິທັກ ນັກທຸລະກິດໜຸ່ມໄຟແຮງ ເຊິ່ງມີປະສົບການໃນການບໍລິຫານໃນ ກຸ່ມບໍລິສັດ ສີເມືອງກຼຸບ ຈໍາກັດ. ພ້ອມທັງຄະນະທີ່ປຶກສາດ້ານເສດຖະກິດຈາກປະເທດໄທ ໂດຍການເປັນຫົວໜ້າທີ່ປຶກສາແມ່ນ  ທ່ານ ດຣ ວິວັດ ກິດຕິພົງໂກສົນ ເຊິ່ງຈົບການສຶກສາລະດັບປະລິນຍາເອກ ມີປະສົບການໃນການບໍລິຫານງານ 40 ກວ່າປີ,  ເຄີຍເປັນຮອງ ປະທານການຕະຫຼາດ ທະນາຄານຊິຕີ້ແບັງກຸງເທບ ແລະ ຜູ້ຊ່ວຍຜູ້ຈັດການໃຫຍ່ ທະນາຄານໄທພານິດ ມະຫາຊົນ ຈຳກັດ.

ທີມຜູ້ບໍລິຫານຊຸດໃໝ່ຂອງທະນາຄານຮ່ວມພັດທະນາ ປະກອບດ້ວຍ ທ່ານ ສູນທອນ ຈັນທະວົງ ເປັນຜູ້ອຳນວຍການໃຫຍ່ ຊຶ່ງມີຄຸນນະວຸດລະດັບປະລິນ ຍາໂທ ແລະ ມີປະສົບການໃນການບໍລິຫານທຸລະກິດໃນຂະແໜງການບໍລິຫານການເງິນ, ທີ່ປຶກສາບັນຊີ -ກວດສອບບັນຊີ, ທີ່ປຶກສາກົດໝາຍ ຫຼາຍກວ່າ 20 ປີ ຊຶ່ງເປັນໜຶ່ງໃນຜູ້ບໍລິຫານເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ, ນອກຈາກນັ້ນ ຍັງມີຮອງອຳນວຍການໃຫຍ່ ໄດ້ແກ່ ທ່ານ ຄຳຮູ້ ທອງທະວີ, ທ່ານ ນາງ ພອນສະໄໝ ສຸຂະຜົນ, ທ່ານ ບຸນສະຫວ່າງ ພິລາໄຊພິທັກ ເຊິ່ງມີຄຸນນະວຸດລະດັບປະລິນຍາໂທທັງໝົດ ແລະ ມີປະສົບການ ດ້ານການບໍລິຫານທະນາຄານ ຫຼາຍກວ່າ 20 ປີ.

ທະນາຄານຮ່ວມພັດທະນາ ໃຫ້ການບໍລິການການເງິນແບບຄົບວົງຈອນ ພ້ອມທັງຍົກລະດັບການບໍລິການ ໃຫ້ເປັນທີ່ຍອມຮັບ ຂອງສັງຄົມລາວ ແລະ ກ້າວສູ່ສາກົນຢ່າງຮອບດ້ານ. ມາເຖິງປະຈຸບັນ ທະນາຄານຮ່ວມພັດທະນາ ແມ່ນໄດ້ເປີດໜ່ວຍບໍລິການ ເກືອບທົ່ວປະ ເທດ ເພື່ອໃຫ້ການບໍລິການດ້ານການເງິນຢ່າງຮອບດ້ານດ້ວຍບໍລິການທີ່ຄົບຖ້ວນ  ແລະ ຫຼາກຫຼາຍເຊັ່ນ ບໍລິການ ເງິນຝາກທີ່ສາມາດເປີດໄດ້ທັງສະກຸນເງິນກີບ, ບາດ ແລະ ໂດລາສະຫະລັດ ເຊິ່ງ ຄິດໄລ່ອັດຕາ ດອກເບ້ຍໃຫ້ແບບລາຍເດືອນ. ບໍລິການສິນເຊື່ອທີ່ຄວບຄຸມ ທຸກຄວາມຕ້ອງການຂອງລູກຄ້າໃນຍຸກປະຈຸບັນ ພ້ອມທັງແນໃສ່ ເປົ້າໝາຍທີ່ເປັນທາງເລືອກ ໃຫ້ແກ່ຜູ້ປະ ກອບການທຸລະກິດຂະໜາດໃຫຍ່ ຂະໜາດກາງ ແລະ ຂະໜາດນ້ອຍ ສາມາດເຂົ້າສູ່ ແຫຼ່ງທຶນທີ່ໝັ້ນຄົງ, ບໍລິການ ແລກປ່ຽນເງິນຕາພ້ອມທັງໂອນພາຍໃນ ແລະ ຕ່າງປະເທດ ເຊິ່ງມີທັງແບບທົ່ວໄປແບບ SWIFT ທີ່ສາມາດໂອນໄປທົ່ວໂລກ ແລະ ໂອນເງິນແບບລະຫັດ 8 ໂຕເລກ MoneyGram, ບໍລິການໜັງສືຄ້ຳປະກັນ ເພື່ອຄວາມໜ້າ ເຊື່ອຖືຂອງທ່ານ ໃນການປະກອບ ທຸລະກິດ ແລະ ເດີນທາງໄປຕ່າງປະເທດ ບໍລິການບັດສາກົນ VISA , Debit VISA ທີ່ສາມາດນຳໃຊ້ໄດ້ທົ່ວໂລກ ບໍລິການເຄື່ອງຮູດບັດ EDC ທີ່ເປັນລູກຄ້າທະນາຄານ ແລະ ບັດເງິນສົດສາກົນ ສາມາດຊື້ສິນຄ້າ ໄດ້ສະດວກ ສະບາຍ ໂດຍບໍ່ຕ້ອງຈຳເປັນຖືເງິນສົດ ບໍລິການ ATM ທີ່ສາມາດຖອນຈາກບັນຊີທະນາຄານຮ່ວມພັດທະນາ ໄດ້ຕະຫຼອດ 24 ຊົ່ວໂມງ ບໍລິການບັນຊີເງິນເດືອນ ສຳລັບພາກລັດ ແລະ ເອກະຊົນ.