ທະນາຄານຮ່ວມພັດທະນາ JDB ແລະ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ “ວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ແລະ ການໃຫ້ສິດທິພິເສດ ແກ່ລູກຄ້າຂອງທະນາຄານຮ່ວມພັດທະນາ ແລະ ບັນດາພະນັກງານ JDB ທົ່ວປະເທດ”

🔵 ໃນວັນພະຫັດ ທີ 5 / 5 / 2022 ທະນາຄານຮ່ວມພັດທະນາ JDB ແລະ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ “ວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ແລະ ການໃຫ້ສິດທິພິເສດ ແກ່ລູກຄ້າຂອງທະນາຄານຮ່ວມພັດທະນາ ແລະ ບັນດາພະນັກງານ JDB ທົ່ວປະເທດ”
🔵 ການຮ່ວມມືດັ່ງກ່າວແມ່ນເປັນການໃຫ້ສິດທີ່ພິເສດແກ່ລູກຄ້າ ແລະ ພະນັກງານ JDB ທີ່ຖືບັດ ATM ໃນການສະແດງບັດ ແລະ ການຊຳລະຄ່າບໍລິການຜ່ານ QR Code ແລະ ເຄື່ອງ EDC ໃນການຮັບ ສວ່ນຫຼຸດຄ່າບໍລິການ ແລະ ການບໍລິການທີ່ພິເສດຕ່າງໆຈາກທາງ ໂຮງໝໍກະເສມຣາດ ອິນເຕີຣ໌ເນຊັ່ນແນລ ວຽງຈັນ
🔵 ເຊິ່ງໄດ້ມີການໂອ້ລົມຄວາມເປັນໄປໄດ້ໃນການຮ່ວມມືໃນຫຼາຍດ້ານ ເພື່ອໃຫ້ລູກຄ້າທັງ 2 ຝ່າຍໄດ້ຮັບສິດທິພິເສດຫຼາຍທີ່ສຸດ
———————-
📞 Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklao
Youtube: jdbbanklao