ພິທີເປີດໂຕຜະລິດຕະພັນໃໝ່ YES Pay (21-03-2018)
ໃນວັນທີ 19 ມີນາ 2018 ນີ້, ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ (JDB) ໄດ້ມີພິທີເປີດໂຕຜະລິດຕະພັນໃໝ່ Yes Pay ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊຳລະຄ່າສິນຄ້າ ແລະ ບໍລິການຕ່າງໆ ຜ່ານລະບົບແອບພຣີເຄຊັນ QR Code ຂອງ JDB Yes ໃນມືຖືສະມາດໂຟນ ໂດຍບໍ່ຈໍາເປັນຕ້ອງພົກພາເງິນສົດ.
ທ່ານ ບຸນສະຫວ່າງ ພິລາໄຊພິທັກ ຜູ້ອຳນວຍການໃຫຍ່ ກ່າວວ່າ ນີ້ເປັນຜະລິດໃໝ່ທີ່ເປັນໂປຣແກຣມ ສໍາລັບໃຊ້ຈ່າຍຄ່າສິນຄ້າ ແລະ ບໍລິການຕ່າງໆ, ພຽງແຕ່ດາວໂຫລດໂປຣແກຣມດັ່ງກ່າວລົງໃນມືຖື, ຈາກນັ້ນສະແກນ QR Code ກໍສາມາດຈ່າຍຄ່າສິນຄ້າ ແລະ ບໍລິການ ໄດ້ຢ່າງງ່າຍດາຍ, ໂດຍຈະຕັດເງິນໃນບັນຊີຂອງຜູ້ຊື້ໄປເຂົ້າບັນຊີຂອງຜູ້ຂາຍ, ຖ້າຍອດຊຳລະບໍ່ເກີນ 5 ລ້ານກີບ ພາຍໃນ 1 ເດືອນ ແມ່ນບໍ່ມີຄ່າທຳນຽມ, ຖ້າກາຍ 5 ລ້ານ ກີບ ກໍຈະເກັບຄ່າທຳນຽມຄັ້ງລະ 2.000 ກີບ.
ຜະລິດຕະພັນໃໝ່ນີ້, ຈະອຳນວຍຄວາມສະດວກໃນການຊຳລະສະສາງໄດ້ຕະຫຼອດ 24 ຊົ່ວໂມງ, ໂດຍບໍ່ຈຳເປັນຕ້ອງເຂົ້າໄປທະນາຄານ, ບໍ່ຈຳເປັນຕ້ອງພົກພາເງິນສົດ ແລະ ປຽບເໝືອນທະນາຄານ ຢູ່ໃນມືຖືຂອງທ່ານ ແລະການຊຳລະໄດ້ໃນຮູບແບບເງິນກີບ, ເງິນບາດ ແລະ ເງິນໂດລາ, ແຕ່ຕ້ອງເປັນບັນຊີສະກຸນເງິນດຽວກັນ. ປັດຈຸບັນໜ່ວຍງານ YES Pay ກຳລັງລົງຕິດຕັ້ງ QR Code ຕາມຮ້ານຄ້າ, ຮ້ານຊັບພະສິນຄ້າ, ເອັມພອຍມາດ, ຮ້ານກາເຟອາເມຊອນຕ່າງໆ ຕາມໂຮງແຮມ, ຮ້ານອາຫານ ແລະ ຫົວໜ່ວຍບໍລິການອື່ນໆ ເພື່ອໃຫ້ລູກຄ້າເຂົ້າເຖິງ ແລະ ສະດວກສະບາຍ ໃນການຊຳລະສະສາງ, ເຊິ່ງຄາດວ່າຈະກະຈາຍໄປທົ່ວປະເທດ ພາຍໃນປີນີ້ໃຫ້ສຳເລັດ.