ບັນຊີເງິນຝາກປະຈຳ
ວັດຖຸປະສົງ:
ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍມີ ໄລຍະເວລາກຳນົດທີ່ທ່ານສາມາດເລືອກໄດ້ຕາມຄວາມເໝາະສົມຂອງທ່ານ ເຊັ່ນ: 3 ເດືອນ, 6 ເດືອນ, 9 ເດືອນ, 12 ເດືອນ, 18 ເດືອນ, 24 ເດືອນ, 36 ເດືອນ, 48 ເດືອນ ແລະ 60 ເດືອນ.ເຖິງກຳນົດຈື່ງສາມາດຖອນຈຳນວນເງິນຝາກຕົ້ນທຶນ ແລະ ດອກເບ້ຍໄດ້.
ປະໂຫຍດທີ່ໄດ້ຮັບ:
- ທ່ານໄດ້ຮັບຜົນຕອບແທນຈາກດອກເບ້ຍສູງ.
- ສາມາດໃຊ້ເງິນໃນບັນຊີຂອງທ່ານເພື່ອເປັນຫຼັກປະກັນໃນການຂໍສິນເຊື່ອ.
- ທ່ານສາມາດເປີດບັນຊີເພື່ອເອົາດອກເບ້ຍເປັນລາຍເດືອນໄດ້ ເຊິ່ງຕົ້ນທຶນຕ້ອງຄົບກຳນົດຕາມທີ່ທ່ານໄດ້ກຳນົດໄວ້.
- ສາມາດຕິດຕາມດອກເບ້ຍ ແລະ ຍອດເງິນຜ່ານລະບົບ Internet Banking.
- ໃຊ້ເພື່ອເປັນຫຼັກຖານໃນການອອກບັດ Credit VISA.
ສະກຸນເງິນຝາກ:
- ກີບ
- ບາດ
- ໂດລາສະຫະລັດ
- ຢວນ
ອັດຕາດອກເບ້ຍ:
ເງື່ອນໄຂການໃຊ້ບໍລິການ:
- ວົງເງິນຝາກມີກຳນົດ ຂັ້ນຕ່ຳ ສຳຫລັບບຸກຄົນທົ່ວໄປ 2,000,000 ກີບ ຫຼື 300 ໂດລາ ຫຼື 10,000 ບາດ; ສຳລັບນິຕິບຸກຄົນ ຫຼື ອົງກອນຈັດຕັ້ງ
20,000,000 ກີບ ຫຼື 3,000 ໂດລາ ຫຼື 100,000 ບາດ; ສຳລັບຄົນຕ່າງປະເທດ ທີ່ບໍ່ຢູ່ລາວ 50,000 ໂດລາ ຫຼື 1,500,000 ບາດ. - ຖ້າຖອນເງິນຝາກມີກຳນົດກ່ອນກຳນົດ ບໍ່ຮອດ 3 ເດືອນ ຈະບໍ່ໄດ້ຮັບດອກເບ້ຍ ຫຼື ກາຍ 3 ເດືອນ ແຕ່ບໍ່ຮອດກຳນົດ ຈະຄິດໄລ່ດອກເບ້ຍ ຕາມອັດຕາດອກເບ້ຍເງິນຝາກປະຍັດ ແລະ ເກັບຄ່າທຳນຽນ 120,000 ກີບ ຫຼື 15 ໂດລາ ຫຼື 500ບາດ.
ໝາຍເຫດ: ອັດຕາດອກເບ້ຍນີ້ ນຳໃຊ້ໄດ້ສະເພາະລູກຄ້າທີ່ເປັນຄົນລາວ.