[language-switcher]

ບັນຊີເງິນຝາກປະຈໍາ

ວັດຖຸປະສົງ:

ເປັນການທ້ອນເງິນທີ່ໄດ້ຮັບຜົນຕອບແທນຈາກອັດຕາດອກເບ້ຍສູງ, ໂດຍທີ່ທ່ານສາມາດເລືອກກໍານົດເວລາໄດ້ຕາມຄວາມເໝາະສົມຂອງທ່ານ ເຊັ່ນ: 6 ເດືອນ, 12 ເດືອນ, 24 ເດືອນ, 36 ເດືອນ ແລະ 60 ເດືອນ ເມື່ອເຖິງກຳນົດຈຶ່ງສາມາດຖອນຈຳນວນເງິນຝາກຕົ້ນທຶນ ແລະ ດອກເບ້ຍໄດ້.

ປະໂຫຍດທີ່ໄດ້ຮັບ:

  • ທ່ານໄດ້ຮັບຜົນຕອບແທນຈາກດອກເບ້ຍສູງ;
  • ສາມາດໃຊ້ເງິນໃນບັນຊີຂອງທ່ານ ເພື່ອເປັນຫຼັກຊັບຄໍ້າປະກັນໃນການຂໍສິນເຊື່ອ;
  • ທ່ານສາມາດເປີດບັນຊີ ເພື່ອເອົາດອກເບ້ຍເປັນລາຍເດືອນໄດ້ ເຊິ່ງຕົ້ນທຶນສາມາດຖອນໄດ້ເມື່ອຄົບກໍານົດ;
  • ສາມາດຕິດຕາມດອກເບ້ຍ  ແລະ ຍອດເງິນຝາກຜ່ານລະບົບ Internet Banking;
  • ໃຊ້ເພື່ອເປັນຫຼັກຖານໃນການອອກບັດ Credit Visa.

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ


ເງື່ອນໄຂການໃຊ້ບໍລິການ:

  1. ວົງເງິນຝາກປະຈໍາ ຂັ້ນຕ່ຳ ສຳລັບ ບຸກຄົນທົ່ວໄປ 2,000,000 ກີບ ຫຼື 300 ໂດລາສະຫະລັດ ຫຼື 10,000 ບາດ; ສຳລັບນິຕິບຸກຄົນ ຫຼື ອົງການຈັດຕັ້ງ 20,000,000 ກີບ ຫຼື 3,000 ໂດລາສະຫະລັດ ຫຼື 100,000 ບາດ; ສຳລັບຄົນຕ່າງປະເທດ ທີ່ບໍ່ຢູ່ ສປປ ລາວ 50,000 ໂດລາ ຫຼື 1,500,000 ບາດ.
  2. ຖ້າຖອນເງິນຝາກປະຈໍາ ກ່ອນກຳນົດ ບໍ່ຮອດ 3 ເດືອນ ຈະບໍ່ໄດ້ຮັບດອກເບ້ຍ ຫຼື ກາຍ 3 ເດືອນ ແຕ່ບໍ່ຮອດກຳນົດ ຈະຄິດໄລ່ດອກເບ້ຍ ຕາມອັດຕາດອກເບ້ຍເງິນຝາກປະຍັດ ແລະ ເກັບຄ່າທຳນຽນ 100,000 ກີບ ຫຼື 10 ໂດລາສະຫະລັດ ຫຼື 4 00 ບາດ ແລະ ຈະຖືກເກັບຄ່າທໍານຽມ ປິດບັນຊີກ່ອນກໍານົດ ຕາມລະບຽບຂແງ ທຄຮ ທີ່ປະກາດ ແຕ່ລະໄລຍະ.
  3. ກໍລະນີລູກຄ້າເອົາເງິນມາຈຳນວນຫຼາຍ ຫຼື ຖ້າມີການຕໍ່ລອງອັດຕາດອກເບ້ຍ ຄະນະອຳນວຍການ ຈະເປັນຜູ້ພິຈາລະນາອະນຸມັດ ເປັນແຕ່ລະກໍລະນີ.

ເອກະສານໃນການເປີດບັນຊີ:

ບຸກຄົນ:

  • ສໍາລັບພົນລະເມືອງລາວ: ຕ້ອງມີບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ ຫຼື ໜັງສືຜ່ານແດນ (Passport) ທີ່ບໍ່ໝົດອາຍຸ ຢ່າງໃດຢ່າງໜຶ່ງ;
  • ສໍາລັບຄົນຕ່າງດ້າວ: ຕ້ອງມີບັດຕ່າງດ້າວຖາວອນ ຫຼື ໜັງສືຜ່ານແດນ (Passport) ທີ່ບໍ່ໝົດອາຍຸ ຢ່າງໃດຢ່າງໜຶ່ງ;
  • ສໍາລັບຄົນຕ່າງປະເທດ: ຕ້ອງມີໜັງສືຜ່ານແດນ (Passport), ບັດອະນຸຍາດພັກເຊົາ (Stay Permit) ແລະ ບັດອະນຸຍາດເຮັດວຽກ (Work Permit) ຢູ່ ສປປ ລາວ ທີ່ບໍ່ໝົດອາຍຸ.

ນິຕິບຸກຄົນ:

ຕ້ອງປະກອບເອກະສານເພີ່ມເຕີມ ຄື:

  • ສໍາເນົາໃບທະບຽນທຸລະກິດ;
  • ສຳເນົາອະນຸຍາດດຳເນີນທຸລະກິດ;
  • ສຳເນົາໃບທະບຽນອາກອນ;
  • ມະຕິຂອງຄະນະອຳນວຍການ ບໍລິສັດ ຄື: 1.) ອະນຸມັດໃຫ້ເປີດບັນຊີ, 2.) ກຳນົດຊື່ຂອງຜູ້ຮ່ວມລົງນາມແຕ່ລະຄົນ ໃນບັນຊີດັ່ງກ່າວ, 3.) ໃບມອບສິດ ໃຫ້ມາເປີດບັນຊີ (ຖ້າມີ).