ບັນຊີເງິນຝາກປະຢັດ
ວັດຖຸປະສົງ:
ເປັນອີກທາງເລືອກໜຶ່ງສຳລັບທຸກຄົນທີ່ມີລາຍຮັບປະຈຳ ແລະ ຢາກສະສົມເງິນ ມັນບໍ່ພຽງແຕ່ເປັນການຮັກສາເງິນ ຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ທ່ານບໍ່ຕ້ອງຖືເງິນໄປນຳເປັນຈຳນວນຫຼວງຫຼາຍ ແລະ ສ່ຽງຕໍ່ການຖືກອັດສະຍາກຳ ຫຼື ສ່ຽງທີ່ຈະເກັບເງິນໄວ້ຢູ່ບ້ານອີກຕໍ່ໄປ, ທ່ານພຽງແຕ່ເປີດບັນຊີເງິນຝາກປະຢັດກັບທາງທະນາຄານ ທຮພ ທ່ານກໍ່ຈະໄດ້ຮັບຄວາມອຸ່ນໃຈ ທີ່ສະດວກສະບາຍໃນການ ເບີກຖອນ ຫຼື ຖອນເງີນຈາກຕູ້ ATM
ປະໂຫຍດທີ່ໄດ້ຮັບ:
- ສາມາດຝາກ-ຖອນໄດ້ທຸກສາຂາແລະໜ່ວຍບໍລິການໄດ້ທົ່ວປະເທດ;
- ສາມາດໃຊ້ບັນຊີປະເພດນີ້ເປີດບັດເອທີເອັມ ເພື່ອໂອນເງິນຜ່ານຕູ້ເອທີເອັມ, ຊຳລະຄ່າສິນຄ້າຜ່ານເຄື່ອງຮູດ ED ຂອງທຮພ, ຊື້ບັດເຕີມເງິນທຸກຊະນິດຜ່ານຕູ້ເອທີເອັມ ແລະບໍລິການຕ່າງໆ;
- ສາມາດນຳໃຊ້ເພື່ອຢັ້ງຢືນຖານະທາງການເງິນ;
- ຮັບດອກເບ້ຍຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດ.
ສະກຸນເງິນຝາກ:
- ກີບ
- ບາດ
- ໂດລາສະຫະລັດ
ອັດຕາດອກເບ້ຍ:
ເງື່ອນໄຂການໃຊ້ບໍລິການ:
- ວົງເງິນຝາກປະຍັດ ເລີ່ມຕົ້ນຂັ້ນຕ່ຳສຸດ ຂອງແຕ່ລະສະກຸນ ຄື: 50,000 ກີບ, 20 ໂດລາ ຫຼື 500 ບາດ