ບັດຄູ່ຮັກ
ຄຸນລັກສະນະບັດ ATM:
ໃຊ້ຖອນເງິນສົດຜ່ານຕູ້ ATM, ໃຊ້ຊຳລະຄ່າສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າສະມາຊິກ ທີ່ມີກາໂລໂກຂອງທະນາຄານຮ່ວມພັດທະນາ ທົ່ວປະເທດ ພ້ອມຮັບສ່ວນຫຼຸດພິເສດ ເມື່ອໃຊ້ຊຳລະຄ່າສິນຄ້າ ແລະ ບໍລິການ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການກັບທະນາຄານຮ່ວມພັດທະນາ, ເປັນບັດ Premium ເຊິ່ງທ່ານສາມາດກໍານົດຮູບແບບໜ້າບັດໄດ້ຕາມຄວາມຕ້ອງການທີ່ສະແດງເຖິງຄວາມເປັນເຈົ້າຂອງບັດ ຫຼື ຮູບພາບທີ່ທ່ານປະທັບໃຈ ແລະ ຢາກເກັບໄວ້ໃນຄວາມຊົງຈໍາພິເສດ ຫຼື ມອບໃຫ້ກັບຄົນທີ່ທ່ານຮັກ ໃຫ້ບັດ Couple Card ເປັນຊື່ຮັກແທນໃຈທ່ານ.
ປະໂຫຍດທີ່ໄດ້ຮັບ:
- ສາມາດໃຊ້ແທນເງິນສົດ ແລະ ຖອນເງິນສົດໄດ້ສຸງສຸດ 20.000.000 ກີບ/ມື້;
- ຖອນເງິນສົດໄດ້ທີ່ຕູ້ ATM ຂອງ ທຄຮ ແລະ ຕູ້ ATM Beconet ທຸກຈຸດທົ່ວປະເທດ;
- ໃຊ້ຊໍາລະຜ່ານເຄື່ອງຮູດບັດຕາມຮ້ານຄ້າສະມາຊິກ ແລະ ສາມາດຮັບສ່ວນຫຼຸດຈາກບາງຮ້ານຄ້າ 5-20%.
ຄ່າທໍານຽມ:
- ເປີດບັດ 15.000 ກີບ/ບັດ ( 2 ບັດ 25.000 ກີບ).
- ລາຍເດືອນ 8.000 ກີບ/ເດືອນ (96.000 ກີບ/ປີ).
- ໂອນເງິນຜ່ານຕູ້ ATM 5.000 ກີບ/ຄັ້ງ.
ເງື່ອນໄຂການໃຊ້ບໍລິການ:
- ອາຍຸ 15 ປີຂຶ້ນໄປ;
- ເອກະສານສະໝັກ: ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (Passport);
- ເປີດບັນຊີເງິນຝາກປະຢັດ ຂັ້ນຕ່ຳ 100.000 ກີບ ເງິນຄົງເຫຼືອໃນບັນຊີຂັ້ນຕ່ຳ 20.000 ກີບ.
ສອບຖາມເພີ່ມເຕີມ:
ກະລຸນາພົວພັນທະນາຄານຮ່ວມພັດທະນາ ສໍານັກງານໃຫຍ່ ຫຼື ໜ່ວຍບໍລິການ ທົ່ວປະເທດ ໂທ: 021 213531 ຕໍ່ 419.