UnionPay Debit Contactless
UnionPay Debit Contactless:
ບັດ UnionPay Debit Contactless ເປັນບັດໃຊ້ແທນເງິນສົດ ເຊັ່ນ:ຖອນເງິນສົດກັບຕູ້ ATM ແລະ ຊຳລະສິນຄ້າ ຈຳນວນເງິນໃນບັນຊີເງິນຝາກປະຢັດຂອງທ່ານ ແລະ ສາມາດໃຊ້ຊຳລະຄ່າສິນຄ້າ ຫຼື ບໍລິການຕ່າງໆຕາມເຄື່ອງຮູດບັດ EDC ທີມີສັນຍາລັກ Contactless ໂດຍການແຕະເພື່ອຈ່າຍ ຫຼື ຊຳລະຜ່ານອິນເຕີເນັດ. ສາມາດຖອນເງິນສົດ ຜ່ານຕູ້ ATM ໄດ້ທົ່ວໂລກທີ່ມີເຄື່ອງໝາຍ Union Pay. ຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ພ້ອມຮັບສ່ວນຫຼຸດພິເສດ ເມື່ອສະແດງບັດ ຫຼື ໃຊ້ຊຳລະຄ່າສິນຄ້າ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການ 05% – 10% ກັບທະນາຄານຮ່ວມພັດທະນາ.
ຜົນປະໂຫຍດທີ່ໄດ້ຮັບ:
ລວມ 3 ລະບົບການໃຊ້ ໃນ 1 ບັດ ຄື: ຜ່ານລະບົບ ແທບແມ່ເລັກ, Chip ແລະ
ຍົກລະດັບການຈ່າຍເງິນດ້ວຍບັດໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບໂດຍການໃຊ້ລະບົບ Contactless Payment ກັບເຄື່ອງຮູດບັດ ທີຮອງບັດ Contactless.
ສະດວກ, ວ່ອງໄວ, ທັນໃຈ ແລະ ປອດໄພໃນທຸກໆທຸລະກຳດ້ານການເງິນ.
ສາມາດຊື້ສິນຄ້າ ຫຼື ບໍລິການ ຜ່ານ Internet ໄດ້;
ສາມາດໃຊ້ບໍລິການຜ່ານຕູ້ ATM ໄດ້ທຸກຈຸດທົ່ວໂລກ ທີ່ມີເຄື່ອງໝາຍ UnionPay ໄດ້ຕະຫຼອດ 24 ຊົ່ວໂມງ;
ຄ່າທໍານຽມການນຳໃຊ້ບັດ:
ລ/ດ | ລາຍການຄ່າບໍລິການ | ອັດຕາຄ່າບໍລິການ |
1 | ຄ່າບໍລິການອອກບັດໃໝ່ | 40,000ກີບ/180ບາດ/5ໂດລາ/ບັດ |
ສຳລັບນັກສຶກສາ | ຟຣີ | |
2 | ຄ່າບໍລິການປ່ຽນບັດໃໝ່ | 20,000ກີບ/100ບາດ/3ໂດລາ/ບັດ |
3 | ຄ່າບໍລິການອອກລະຫັດບັດໃໝ່ | 10,000ກີບ/50ບາດ/2ໂດລາ |
4 | ຄ່າບໍາລຸງຮັກສາບັດ/ເດືອນ | 5,000ກີບ/25ບາດ/0,6ໂດລາ |
5 | ຄ່າ SMS (ຟີຣ 3 ຄັ້ງ ຕໍ່ເດືອນ) | 3.000 ກີບ/ ເດືອນ |
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM | ||
6 | ຖອນຜ່ານຕູ້ ATM JDB | ບໍ່ເກັບ |
7 | ຖອນຜ່ານຕູ້ ATM ທະນາຄານອື່ນພາຍໃນປະເທດ ( LAPNet ) | 2000 ກີບ/ລາຍການ |
8 | ຖອນເງິນຜ່ານຕູ້ ATM ທະນາຄານອື່ນໃນຕ່າງປະເທດ | ບໍ່ເກັບ |
9 | ຖອນເງິນສົດຜ່ານເຄື່ອງຮູດບັດ EDC ທະນາຄານອື່ນ ພາຍໃນ ແລະ ຕ່າງປະເທດ | ບໍ່ເກັບ |
10 |
ໃຊ້ບັດເດບິດ UPI JDB ຊື້ສິນຄ້າ ຕາມຮ້ານຄ້າ EDC ຂອງທະນາຄານ JDB ແລະ ທະນາຄານອື່ນ/ Online Shopping / ຄັ້ງ |
ບໍ່ເກັບ |
ເງື່ອນໄຂໃນການສະໝັກ:
- ຜູ້ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
ມີຄວາມປອດໄພໃນການຊຳລະຜ່ານ Online
|