UnionPay Gold Card
UnionPay Gold Card:
ບັດ Union Pay Gold Credit ທີ່ໃຫ້ສິດທິພິເສດທ່ານຫຼາກຫຼາຍໃນບັດດຽວ, ເປັນບັດສາກົນ ແລະ ເປັນບັດສິນເຊື່ອ ທີ່ໄດ້ຮັບການອະນຸມັດການໃຫ້ສິນເຊື່ອຈາກ ທຄຮ ເພື່ອເປັນການໃຫ້ວົງສິນເຊື່ອຜ່ານບັດ ໃຫ້ແກ່ບຸກຄົນ ເພື່ອນຳໃຊ້ບັດດັ່ງກ່າວ ເຂົ້າໃນການຖອນເງິນສົດຜ່ານຕູ້ເອທີເອັມ, ເບີກເງິນສົດ, ຊື້ສິນຄ້າ ແລະ ຊຳລະຄ່າບໍລິການ ຜ່ານເຄື່ຶອງຮູດບັດ EDC ທັງພາຍໃນ ແລະ ຕ່າງປະເທດ ແລະ ສາມາດໃຊ້ຖອນເງິນສົດຈາກຕູ້ ATM ທີ່ມີ ເຄື່ອງໝາຍ Union Pay ໄດ້ທົ່ວໂລກ ການຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ແລະ ທ່ານຍັງສາມາດ ນຳໃຊ້ບັດ JDB VISA Gold Credit ໃນການຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມໂຄງການໂປຣໂມຊັນກັບທະນາຄານ 10% ເຖິງ 20% ພ້ອມທັງຮັບສິດທິພິເສດຫຼາກຫຼາຍ.
ຜົນປະໂຫຍດທີ່ໄດ້ຮັບ:
ລະບົບການໃຊ້ ໃນ 1 ບັດ ຄື: ຜ່ານລະບົບ ແທບແມ່ເລັກ ແລະ Chip
ຍົກລະດັບການຈ່າຍເງິນດ້ວຍບັດໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບໂດຍການໃຊ້ລະບົບ Payment ກັບເຄື່ອງຮູດບັດ ທີຮອງບັດ EDC
ສະດວກ, ວ່ອງໄວ, ທັນໃຈ, ແລະ ປອດໄພໃນທຸກໆທຸລະກຳດ້ານການເງິນ.
ສາມາດຊື້ສິນຄ້າ ຫຼື ບໍລິການ ຜ່ານ Internet ແລະ ເຄື່ອງຮູດບັດ EDC ໄດ້;
ສາມາດໃຊ້ບໍລິການຜ່ານຕູ້ ATM ໄດ້ທຸກຈຸດທົ່ວໂລກ ທີ່ມີເຄື່ອງໝາຍ UnionPay ໄດ້ຕະຫຼອດ 24 ຊົ່ວໂມງ;
ຄ່າທໍານຽມການນຳໃຊ້ບັດ:
ລ/ດ | ລາຍການຄ່າບໍລິການ | ອັດຕາຄ່າບໍລິການ |
1 | ຄ່າບໍລິການອອກບັດໃໝ່ | 25ໂດລາ |
2 | ບັດເສີມ | 25ໂດລາ |
3 | ຄ່າບໍລິການປ່ຽນບັດໃໝ່ | 10ໂດລາ/ບັດ |
4 | ຄ່າບໍລິການອອກລະຫັດບັດໃໝ່ | 10ໂດລາ/ບັດ |
5 | ຄ່າບໍາລຸງຮັກສາລາຍປີ | 30ໂດລາ/ປີ/ບັດ |
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM | ||
6 | ຖອນຜ່ານຕູ້ ATM ທະນາຄານ JDB | 2% |
7 | ຖອນຜ່ານຕູ້ອື່ນ /ຄັ້ງ | 3% |
8 | ຖອນເງິນສົດຜ່ານເຄື່ອງຮູດບັດ EDC /ຄັ້ງ ທະນາຄານອື່ນ | 3% |
9 | ຊຳລະສິນຄ່າຜ່ານເຄື່ອງຮູດ EDC ( online ) | ບໍ່ເກັບ |
ອັດຕາດອກເບ້ຍບັດເຄຣດິດ | ||
10 | ອັດຕາດອກເບ້ຍລູກຄ້າທີ່ບໍ່ມີເງີນຝາກຄ້ຳປະກັນ | 18% |
11 | ອັດຕາດອກເບ້ຍລູກຄ້າທີ່ມີເງີນຝາກຄ້ຳປະກັນ | 16% |
ເງື່ອນໄຂໃນການສະໝັກ:
- ຜູ້ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ລູກຄ້າທົ່ວໄປ:
ລູກຄ້າທີມີບັນຊີຝາກປະຈຳ
ຕ້ອງມີເງິນຝາກຄ້ຳປະກັນ ການອອກບັດ 2,000$
- ລູກຄ້າບໍລິສັດ ຫຼື ຄູ່ຮ່ວມທຸລະກິດ:
ເປີດບັນຊີເງິນຝາກປະຢັດ ຫຼື ຝາກປະຈຳ
ຕ້ອງເຮັດວຽກຄົບຕາມເງື່ອນໄຂ
ມີຄວາມປອດໄພໃນການຊຳລະຜ່ານ Online
|