ບັດເຄຣດິດ ວີຊ່າ Visa Champa Super Gold

ບັດເຄຣດິດ ວີຊ່າ Visa Champa Super Gold:

ບໍລິການອອກບັດ VISA Credit Champa Super Gold  ທີ່ໃຫ້ສິດທິພິເສດທ່ານຫຼາກຫຼາຍໃນບັດດຽວ ໃຊ້ແທນເງິນສົດ ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດ​ບໍລິການຕ່າງໆ ຜ່ານ​ເຄື່ອງຮູດບັດ POS ທັງພາຍໃນ ແລະ ຕ່າງປະເທດ ໃຊ້ຖອນເງິນສົດຈາກຕູ້ ATM ທີ່ມີ ເຄື່ອງໝາຍ Plus ຫຼື VISA ໄດ້ທົ່ວໂລກ ການຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ແລະ ທ່ານຍັງສາມາດ ນຳໃຊ້ບັດ JDB VISA Credit Champa Super Gold  ໃນກາ​ນຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມໂຄງການໂປຣໂມຊັນກັບທະນາຄານ 10% ເຖິງ 20% ພ້ອມທັງຮັບສິດທິພິເສດຫຼາກຫລາຍ ຈາກລັດວິສາຫະກິດການບິນລາວ.

ສິດທິພິເສດ:

  • ເຄົ້າເຕີ Check – In ພິເສດ
  • Priority Boarding ສິດໃນການຂຶ້ນເຮືອບິນກ່ອນ
  • Bag Loading Weight ( Economy ) – ເພີ່ມ 05 Kg
  • Bag Loading Weight ( Business ) – ເພີ່ມ 10Kg
  • ເຂົ້າຫ້ອງ Lounge ໄດ້ 2 ເທື່ອ
  • ຄຸ້ມຄອງອຸປະຕິເຫດ ສູງສຸດ 50,000,000 ກີບ

ຄ່າທໍານຽມການນຳໃຊ້ບັດ:

ລ/ດ ລາຍການຄ່າບໍລິການ ອັດຕາຄ່າບໍລິການ
1 ຄ່າບໍລິການອອກບັດໃໝ່ 40ໂດລາ
2 ຄ່າບໍາລຸງຮັກສາບັດ 60ໂດລາ
3 ບັດເສີມ 40ໂດລາ/ບັດ
4 ຄ່າບໍລິການປ່ຽນບັດໃໝ່ 10ໂດລາ/ບັດ
5 ຄ່າບໍລິການອອກລະຫັດບັດໃໝ່ 10ໂດລາ/ບັດ
6 ຄ່າບໍລິການບັດດ່ວນພາຍໃນມື້ສະເພາະລຸກຄ້າ ພາຍໃນນະຄອນຫຼວງ 20ໂດລາ/ບັດ
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM
7 ຖອນຜ່ານຕູ້ ATM ທະນາຄານ JDB 2%
8 ຖອນຜ່ານຕູ້ອື່ນ /ຄັ້ງ 3%
9 ຖອນເງິນສົດຜ່ານເຄື່ອງຮູດບັດ EDC /ຄັ້ງ ທະນາຄານອື່ນ 3%
10 ປັບໄໝການຈ່າຍຊ້າ ( Late payment fee ) 6ໂດລາ/ເດືອນ
11 ຊຳລະສິນຄ່າຜ່ານເຄື່ອງຮູດ EDC ( online ) ບໍ່ເກັບ
12 ຊຳລະສິນຄ່າຜ່ານເຄື່ອງຮູດ EDC ( online ) 3% ຕໍ່ຄັ້ງ (ຂຶ້ນກັບທະນາຄານຊາສ)
13 ຖອນເງິນສົດຜ່ານໜ້າເຄົ້າເຕີທະນາຄານ ເຄື່ອງຮູດ EDC  3% ຕໍ່ຄັ້ງ (ຂຶ້ນກັບທະນາຄານຊາສ)
ອັດຕາດອກເບ້ຍບັດເຄຣດິດ
11 ອັດຕາດອກເບ້ຍລູກຄ້າທີ່ມີເງີນຝາກຄ້ຳປະກັນ 16%
12 ອັດຕາດອກເບ້ຍລູກຄ້າທີ່ບໍ່ມີເງີນຝາກຄ້ຳປະກັນ 18%


ເງື່ອນໄຂໃນການສະໝັກ:

  1. ການສະໝັກບັດ:

    • ລູກຄ້າທົ່ວໄປ
      1. – ເປີດບັນຊີສະກູນເງິນໂດລາ ເພື່ອໄວ້ຕັ້ງຕັດອັດຕະໂນມັດ
      2. – ລູກຄ້າທີມີບັນຊີຝາກປະຈຳ ເພື່ອຄໍ້າປະກັນການອອກບັດ
      3. – ຕ້ອງມີເງິນຝາກຄ້ຳປະກັນ ການອອກບັດ 120% ຂອງວົງເງິນເປີດບັດ
    • ລູກຄ້າບໍລິສັດ ຫຼື ຄູ່ຮ່ວມທຸລະກິດ:
      1. – ເປີດບັນຊີເງິນຝາກປະຢັດ ຫຼື ຝາກປະຈຳ
      2. – ຕ້ອງເຮັດວຽກຄົບຕາມເງື່ອນໄຂຂອງບໍລິສັດ
      3. – ຕ້ອງການຢັ້ງຢັນ ພະນັກງານທີ່ເຮັດວຽກຢູ່
  2. ຜູ້ມີພູມລໍາເນົາຢູ່ ສປປ ລາວ:
    1. ສໍາເນົາບັດປະຈໍາຕົວ(ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    2. ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    3. ຜູ້ສະໝັກບັດ ຕ້ອງມີອາຍຸ 15 ປີຂຶ້ນໄປ.
  3. ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
    1. ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    2. ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
    3. ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
    4. ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    5. ຜູ້ສະໝັກບັດ ຕ້ອງມີອາຍຸ 15 ປີຂຶ້ນໄປ.

ມີຄວາມປອດໄພໃນການຊຳລະຜ່ານ Online

  • ມີລະບົບ 3D Secure ເຊິ່ງເປັນລະບົບຮັກກສາຄວາມປອດໄພໃນການເຮັດທຸລະກໍາຊໍາລະສິນຄ້າຕ່າງໆ ຜ່ານຊ່ອງທາງອິນເຕີເນັດ (Online) ໃຫ້ແກ່ຜູ້ຖືບັດ Visa Credit & Debit
  • ຖ້າຫາກລູກຄ້າຜູ້ຖືບັດຜຸ້ໃດບໍ່ໄດ້ຮັບຂໍ້ມູນລະຫັດ OTP ແມ່ນຈະຕ້ອງໃຫ້ຜູ້ຖືບັດໂທຕິດຕໍ່ ເບີ 1499