JDB VISA CREDIT GOLD
ວັດຖຸປະສົງ:
ບໍລິການອອກບັດ VISA Credit Gold Card ທີ່ໃຫ້ສິດທິພິເສດທ່ານໄດ້ນໍາໃຊ້ວົງເງິນໃນລະດັບຫຼາຍກວ່າ ໃນການເດີນທາງໄປຕ່າງປະເທດ, ຖອນເງິນສົດຈາກຕູ້ ATM ທີ່ມີ ເຄື່ອງໝາຍ Plus ຫຼື VISA ໄດ້ທົ່ວໂລກ ແລະ ທ່ານຍັງສາມາດ ນຳໃຊ້ບັດ JDB VISA Credit Gold ໃນການຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມໂຄງການໂປຣໂມຊັນກັບທະນາຄານ 10% ເຖິງ 20%.
ປະໂຫຍດທີ່ໄດ້ຮັບ:
- ໃຊ້ແທນເງິນສົດ ຊຳລະຄ່າສິນຄ້າ ຫຼື ບໍລິການ ຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດ EDC ໄດ້ທົ່ວໂລກ ທີ່ມີເຄື່ອງໝາຍ Plus ຫຼື VISA;
- ໃຊ້ເບີກຖອນເງິນສົດທີ່ ໜ້າເຄົາເຕີທະນາຄານ ຫຼື ຕູ້ ATM ໄດ້ທຸກຈຸດທົ່ວໂລກ ທີ່ມີເຄື່ອງໝາຍ Plus ຫຼື VISA ໄດ້ຕະຫຼອດ 24 ຊົ່ວໂມງ;
- ສະດວກໃນການພົກພາມີຄວາມປອດໄພສູງໃນການເດີນທາງ.
ເງື່ອນໄຂການໃຊ້ບໍລິການ:
- ມີອາຍຸ 18 ປີຂຶ້ນໄປ;
- ມີບັດປະຈຳຕົວ ຫຼື Passport;
- ເປີດບັນຊີເງິນຝາກຄໍ້າປະກັນເຕັມວົງເງິນຂັ້ນຕໍ່າ 2.000 ໂດລາສະຫະລັດ;
- ກໍລະນີຄົນຕ່າງປະເທດ: ຕ້ອງມີໃບອະນຸຍາດເຮັດວຽກຢູ່ ສປປ ລາວ ແລະ ໜັງສືຮັບຮອງຈາກໜ່ວຍງານຂອງຕົນ ມີທີ່ຢູ່ແນ່ນອນ (ໃບອະນຸຍາດພັກເຊົາ);
- ເປັນບຸກຄົນທີ່ມີລາຍຮັບໝັ້ນຄົງ;
- ມີເງິນເດືອນສະເລ່ຍ 10,000,000 ກີບ/ເດືອນ ແລະ ມີໃບຢັ້ງຢືນຈາກບ່ອນເຮັດວຽກ;
- ຕ້ອງເປີດບັນຊີເງິນຝາກປະຢັດ ກັບທະນາຄານ ທຄຮ.
ຄ່າທໍານຽມ:
ຊະນິດບັດ |
ວົງເງິນສິນເຊື່ອຂັ້ນຕ່ຳ |
ຄ່າສະໝັກໃໝ່ |
ຄ່າບໍລິການລາຍປີ |
||
ບັດຫຼັກ |
ບັດເສີມ |
ບັດຫຼັກ |
ບັດເສີມ |
||
Visa Credit Gold Card |
ເລີ່ມຕົ້ນ 2.000ໂດລາ |
30 ໂດລາ |
30 ໂດລາ |
40 ໂດລ່າ |
40 ໂດລ່າ |
ລາຍການໃຫ້ບໍລິການ |
ຄ່າທຳນຽມ |
ອອກບັດໃໝ່ | 10 ໂດລາ/ຄັ້ງ |
ວົງເງິນໃຊ້ຈ່າຍສູງສຸດ/ຄັ້ງ | 3.001 > ໂດຍຂຶ້ນກັບວົງເງິນ |
ໃບແຈ້ງຍອດບັນຊີຍ້ອນຫຼັງ | 1 ໂດລາ/ຄັ້ງ |
ຖອນເງິນສົດຜ່ານໜ້າເຄົ້າເຕີ້ທະນາຄານ | 3 % ຂອງຈຳນວນເງິນທີ່ເບີກຖອນ |
ຖອນເງິນສົດຜ່ານຕູ້ ATM | 3 % ຂອງຈຳນວນເງິນທີ່ເບີກຖອນ |
ຄ່າປັບໃໝໃນການຊຳລະໜີ້ຊ້າກວ່າກຳນົດ | 6 ໂດລາ/ຄັ້ງ |
ດອກເບ້ຍ (ຄຳນວນຈາກລາຍການໃຊ້ ບັດ VISA) | 18%/ປີ |
ຜ່ອນຊຳລະຂັ້ນຕ່ຳ (ຕາມໃບແຈ້ງຍອດບັນຊີບັດ VISA ແຕ່ລະງວດແຕ່ບໍ່ຕໍ່າກວ່າ 100 ໂດລາ) | 10% ຂອງລາຍການໃຊ້ຈ່າຍ |
ຂໍສຳເນົາໃບບັນທຶກການຂາຍ | 5 ໂດລາ/ສະບັບ |
ຂໍລະຫັດ (PIN) ໃໝ່ທົດແທນລະຫັດເກົ່າ | 10 ໂດລາ/ຄັ້ງ |
ຂໍກວດສອບລາຍການໃຊ້ຈ່າຍ | 5 ໂດລາ/ຄັ້ງ |
ໝາຍເຫດ: ທ່ານສາມາດເບິ່ງອັດຕາ ແລະ ຄ່າທໍານຽມ ໄດ້ທີ່: http://www.jdbbank.com.la
ສອບຖາມຂໍ້ມູນເພີ່ມເຕີມ:
ກະລຸນາພົວພັນ ທະນາຄານການຮ່ວມພັດທະນາ, ສໍານັກງານໃຫຍ່ ຫຼື ໜ່ວຍບໍລິການ ທົ່ວປະເທດ ໂທ: 021-213531 -6 ຫຼື ແຟັກ 021-213530.