ສີນເຊື່ອເງິນກູ້ແຕ່ງງານ (Wedding Loan)
ສີນເຊື່ອເງິນກູ້ແຕ່ງງານ (Wedding Loan):
ເປັນສີນເຊື່ອທີ່ມີໄລຍະກູ້ບໍ່ເກີນ 45ວັນ (ຍົກເວັ້ນດອກເບ້ຍ), ສີນເຊື່ອປະເພດນີ້ມີຈຸດປະສົງແມ່ນ ຊ່ວຍສະພາບຄ່ອງທາງດ້ານການເງິນໃຫ້ກັບບຸກຄົນທີ່ມີແຜນຈະສ້າງຄອບຄົວໃໝ່.
1. ລັກສະນະ
- ເປັນຜະລິດຕະພັນສິນເຊື່ອເໝາະສົມກັບບຸກຄົນທີ່ກໍາລັງຈະແຕ່ງດອງ ແລະ ສ້າງຄອບຄົວໃໝ່.
- ເງິນກູ້ໄລຍະສັ້ນ 45ວັນ/ບໍ່ມີດອກເບ້ຍ.
- ວົງເງິນອະນຸມັດບໍ່ເກີນ 100,000,000ກີບ.
- ຕ້ອງມີຫຼັກຊັບຄ້ຳປະກັນ.
2. ຄ່າທຳນຽມ
- ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315
ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.
3. ເອກະສານປະກອບໃນການກູ້ຢືມ
- ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ບຸກຄົນ
- ສໍາເນົາບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
- ສໍາເນົາສຳມະໂນຄົວ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
- ໃບຢັ້ງຢືນທີຢູ່ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
- ບົດບັນທຶກການສູ່ຂໍແຕ່ງດອງ.
- ໃບທະບຽນແຕ່ງງານ.
- ເອກະສານການຈອງສະຖານທີ່ຈັດງານ ຫຼື ຈອງຮ້ານອາຫານຕ່າງໆ.
- ສໍາເນົາລາຍການເຄື່ອນໄຫວບັນຊີເງິນຝາກ ຍ້ອນຫຼັງ 3 ເດືອນ – 6 ເດືອນ (ຜູ້ກູ້ ແລະ ຜູ້ກູ້ຮ່ວມ) .
- ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.