ພາຍໃຕ້ການນໍາພາ  ຂອງພັກປະຊາຊົນປະຕິວັດລາວ  ພັກ ແລະ ລັດຖະບານ ໄດ້ປະຕິບັດນະໂຍບາຍປ່ຽນແປງໃໝ່ຢ່າງຮອບດ້ານ ໂດຍມີຫຼັກການເສີມຂະຫຍາຍ ນະໂຍບາຍເປີດກ້ວາງການຮ່ວມມືກັບຕ່າງປະເທດ ເພື່ອພັດທະນາ ເສດຖະກິດສັງຄົມຂອງຊາດ  ເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງ ດີຂື້ນເທື່ອລະກ້າວ ເຊີ່ງແມ່ນຄວາມມຸ້ງມາດ ປາຖະໜາ ຂອງ ພັກ ແລະ ລັດຖະບານລາວ.

ວຽກງານທະນາຄານກໍ່ແມ່ນວຽກງານນື່ງ ທີ່ສໍາຄັນ ໃນການພັດທະນາເສດຖະກິດສັງຄົມ ຂອງຊາດ .

ທະນາຄານຮ່ວມພັດທະນາ ໄດ້ຮັບການສ້າງຕັ້ງຂື້ນຕາມຂໍ້ຕົກລົງຂອງປະທານສະພາລັດຖະມົນຕີ ເລກທີ່ 04/ປສລ ລົງວັນທີ່ 21 ມັງກອນ 1989 ໂດຍພະນະທ່ານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ .

ທະນາຄານຮ່ວມພັດທະນາໄດ້ເປີດໃຫ້ບໍລິການ ໃນວັນທີ່ 3 ຕຸລາ 1989 ໂດຍທະນາຄານແຫ່ງລັດ ຮ່ວມທຶນກັບຜູ້ລົງທຶນຊາວໄທ  ເຊີ່ງແມ່ນບໍລິສັດ ພົງສຸວັນໄຊໂລ ແລະ ອົບພຶດ ໂດຍ ຜູ້ລົງທຶນເອກະຊົນຊາວໄທ ຖືຮຸ້ນ 70% ແລະ ຝ່າຍລາວ ໂດຍແມ່ນ ທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 30%.

ສະຖານທີ່ຕັ້ງ ທະນາຄານ ແມ່ນຕັ້ງຢູ່ອາຄານ ເລກທີ່ 82 ຖະໜົນລ້ານຊ້າງ ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພາຍໃຕ້ ການເປັນປະທານສະພາບໍລິຫານ ແຕ່ລະໄລຍະດັ່ງນີ້ :

1. ທ່ານ ນາງ ສີວະລີ ສີສານ ແຕ່ປີ 1990-1995

2. ທ່ານ ຜ້ຽນ ພິລາກອນ ແຕ່ປີ 1996-1999

3. ທ່ານ ຄໍາສຸກ ສູນດາລາ ແຕ່ປີ 2000-2006

4. ທ່ານ ສົມພາວ ໄຟສິດ ແຕ່ປີ 2007-2009

ໃນວັນທີ່ 15 ມິຖຸນາ 2010 ທະນາຄານແຫ່ງ ສປປລາວ ໄດ້ໂອນຮຸ້ນຂອງຕົນ ທັງໝົດ ໃຫ້ແກ່ນັກລົງທຶນຝ່າຍໄທ ໂດຍແມ່ນ ທ່ານ ສາໂລດ ສິງສົມບູນ ເປັນປະທານ  ແລະ ທະນາຄານຮ່ວມພັດທະນາ ກໍ່ໄດ້ກາຍເປັນ ທະນາຄານທີ່ລົງທຶນໂດຍ ຕ່າງປະເທດ 100% ໃນໄລຍະນັ້ນ ແມ່ນມີ ພຽງ 4 ໜ່ວຍບໍລິການ ໃນທົ່ວປະເທດ ຄື : ໜ່ວຍບໍລິການ ວັດໄຕ , ທາດຫຼວງ, ວັງວຽງ , ແລະ ຫຼວງພະບາງ .

ມາເຖີງທີ່ 18 ຕຸລາ 2012 ຜູ້ຖືຮຸ້ນໄທ ໄດ້ຂາຍຮຸ້ນຂອງຕົນທັງໝົດ ໃຫ້ແກ່ ບໍລິສັດສີເມືອງກຣຸບ ແລະ ທະນາຄານຮ່ວມພັດທະນາ ກໍ່ໄດ້ກາຍເປັນ ທະນາຄານ ເອກະຊົນລາວ 100% ໂດຍ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ  ໄດ້ນໍາທີມ ຄະນະບໍລິຫານຊຸດໃໝ່ ແລະ ຄະນະທີ່ປືກສາ ເຂົ້າມາບໍລິຫານທະນາຄານ, ທີມບໍລິຫານຊຸດໃໝ່ ຂອງທະນາຄານຮ່ວມພັດທະນາ ເຕັມໄປດ້ວຍຄຸນວຸດທິ ລະດັບປະລິນຍາໂທ ແລະ ປະລິນຍາເອກ   ທີ່ມີປະສົບການ ໃນວຽກງານວິຊາສະເພາະ ຫຼາຍກວາ 20 ປີ .

ຫຼັງຈາກທີມບໍລິຫານຊຸດໃໝ່ ໄດ້ມາບໍລິຫານ ໄດ້ປ່ຽນຊື່ໃຫ້ທະນາຄານຮ່ວມພັດທະນາ ໃຫ້ເປັນສາກົນເພື່ອກ້າວເຂົ້າປະຊາຄົມອາຊ່ຽນ ຄື : JDB ທີ່ ຫຍໍ້ມາຈາກ Joint Development Bank ໃຫ້ເປັນທະນາຄານ ບໍລິການທີ່ດີເລີດ  ບໍລິການລູກຄ້າທຸກລະດັບ ທຸກຊັ້ນຄົນ  ດ້ວຍຄວາມສະດວກສະບາຍ ສ້າງຄວາມປະທັບໃຈ  ແລະ ຄວາມເຊື່ອໝັ້ນ  ເປັນທີ່ຍອມຮັບຂອງສັງຄົມ ເຮັດໃຫ້ ເຈດີບີ  ເປັນທະນາຄານ   ທີ່ບໍລິການດ້ວຍ ເທກໂນໂລຍີ ທີ່ທັນສະໄໝ ມີຄວາມສະດວກວ່ອງໄວ ໄດ້ມາດຕະຖານສາກົນເປັນທີ່ຍອມຮັບຂອງສະຖາບັນການເງິນໃນອາຊຽນ ແລະ ສາກົນ,  ທະນາຄານຮ່ວມພັດທະນາ ໄດ້ເພີ້ມທຶນ  ຈົດທະບຽນ ຈາກ 84 ຕື້ກີບ ໃນປີ 2012 ມາເປັນ 404 ຕື້ກີບ ໄດ້ຂະຫຍາຍລະບົບຕາໜ່າງການບໍລິການຢ່າງວ່ອງໄວ ໃນຂອບເຂດທົ່ວປະເທດ.