ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານຮ່ວມພັດທະນາ ຄົບຮອບ 33 ປີ

ໃນວັນທີ່ 3 ຕຸລາ 2022 ຢູ່ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງ ວັນສ້າງຕັ້ງທະນາຄານຮ່ວມພັດທະນາ ຄົບຮອບ 33 ປີ, (3 ຕຸລາ 1989 ຫາ 3 ຕຸລາ 2022) ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ແລະ ຜູ້ອໍານວຍການໃຫ່ຍ, ຄະນະອໍານວຍການ ,ຄະນະພະແນກ , ຕະຫຼອດເຖີງ ພະນັກງານວິຊາການ ກໍໄດ້ເຂົ້າຮ່ວມ.
ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ໄດ້ຂື້ນເລົ່າປະຫວັດຄວາມເປັນມາຂອງ JDB ທ່ານໄດ້ຍົກໃຫ້ເຫັນການຂະຫຍາຍຕົວຂອງທະນາຄານຮ່ວມພັດທະນາ ມີການເຕີບໃຫຍ່ຢ່າງກ້າວກະໂດດ ນັບແຕ່ປີ 2012 ເປັນຕົ້ນມາ ໄດ້ມີການພັດທະນາທາງດ້ານເຕັກໂນໂລຍີໃຫ້ທັນສະໄໝເປັນກ້າວໆມາ, ໄດ້ປະກອບສ່ວນເຂົ້າວຽກງານໃນການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງການຈັດຕັ້ງຄະນະຜູ້ບໍລິຫານໃຫ້ເປັນໜຸ່ມ ເຮັດໃຫ້ທະນາຄານຮ່ວມພັດທະນາມີຄວາມເຂັ້ມແຂງ. JDB ມີຜົນງານພົ້ນເດັ່ນຫລາຍດ້ານ ແລະ ກໍເປັນປີທີ່ມີຄວາມໝາຍສໍາຄັນ ຄົບຮອບວັນສ້າງຕັ້ງທະນາຄານຮ່ວມພັດທະນາຄົບຮອບ 33 ປີ, ໃນປີ 2022 ທະນາຄານຮ່ວມພັດທະນາແມ່ນມີຜົນກໍາໄລຢ່າງໜ້າເພີ່ງພໍໃຈ ແລະ ໄດ້ມອບອາກອນກໍາໄລລ່ວງໜ້າໃຫ້ລັດຖະບານໄປແລ້ວ ໃນການດໍາເນີນທຸລະລະກິດ 6 ເດືອນຕົ້ນປີຈໍານວນ 29 ຕື້ກວ່າກີບ, ປະຈຸບັນ ທະນາຄານຮ່ວມພັດທະນາ ມີໜ່ວຍບໍລິການ ທັງໝົດທົ່ວປະເທດ 64 ໜ່ວຍບໍລິການ ແລະ ມີພະນັກງານທັງໝົດທົ່ວລະບົບ 700 ກວ່າຄົນ.
ທະນາຄານຮ່ວມພັດທະນາ ໄດ້ວາງແຜນຍຸດທະສາດໃນຕໍ່ໜ້າ ຈະຂະຫຍາຍຕານໜ່າງການບໍລິການ ລູກຄ້າຢູ່ພາຍໃນ ແລະຕ່າງປະເທດ ເພື່ອກ້າວສູ່ສາກົນ.
ຫຼັງຈາກນັ້ນ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ກໍໄດ້ໃຫ້ທິດຊີ້ນໍາໃນພິທີດັັ່ງກ່າວທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຜູ້ບໍລິຫານທຸກທ່ານຕະຫຼອດພະນັກງານທຸກຄົນ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າ ເຮັດໃຫ້ການດໍາເນີນທຸລະກິດຂອງ ທະນາຄານຮ່ວມພັດທະນາ ປະສົບຜົນສໍາເລັດ ຢ່າງໜ້າເພີ່ງພໍໃຈ ທີ່ສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ຂອງແຜນການປີ 2022 ທີ່ຕັ້ງໄວ້ ສາມາດປະຕິບັດໄດ້ 100%ຂອງແຜນການປີ. ທະນາຄານຮ່ວມພັດທະນາໄດ້ສູ້ຊົນອົດທົນ ຜ່ານຜ່າວິກິດການໄປໄດ້ ກໍຍ້ອນຄວາມເອົາໃຈໃສ່ ຂອງປະທານສະພາບໍລິຫານ ແລະ ຄະນະຜູ້ບໍລິຫານ ຕະຫຼອດເຖີງພະນັກງານທຸກຄົນ ທີ່ໄດ້ທຸ້ມເທແຮງກາຍ, ແຮງໃຈ ໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງຫ້າວຫັນ ເພື່ອປະກອບສ່ວນມອບອາກອນກໍາໄລທ້າຍປີ ໃຫ້ກະຊວງການເງິນ ເພື່ອເປັນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ
#ເຕີມໃຫຍ່ໄປພ້ອມກັນ