ທຸລະກຳຕ່າງປະເທດ

ໜັງສືສິນເຊື່ອ L/C (Letter of credit):
ທະນາຄານໃຫ້ບໍລິການລູກຄ້າໃນການຊຳລະສະສາງສິນຄ້າ ລະຫວ່າງປະເທດ ດ້ວຍໜັງສືສິນເຊື່ອ L/C (Letter of credit), ທະນາຄານເປັນຄົນກາງໃຫ້ທັງຜູ້ຊື້ ແລະ ຜູ້ຂາຍ ເພາະວ່າຜູ້ຊື້ ແລະ ຜູ້ຂາຍ ບໍ່ໄດ້ຮູ້ຈັກກັນ ແລະ ບໍ່ມີຄວາມເຊື່ອໝັ້ນກັນ ໃນການຂ້າມປະເທດ. ສະນັ້ນ, ຈຶ່ງອາໃສທະນາຄານເປັນຕົວກາງ ປະສານງານ ໃນການສັ່ງຊື້ ແລະ ຊຳລະສະສາງສິນຄ້າດັ່ງກ່າວ.

ຕົ໋ວສິນຄ້າເຂົ້າ:
ທະນາຄານມີການຮັບເປີດໜັງສືສິນເຊື່ອ (L/C) ໄປຍັງຕ່າງປະເທດ ຕາມຈຸດປະສົງຂອງລູກຄ້າທີ່ມີສັນຍາຊື້-ຂາຍ ກັບຄູ່ຄ້າດ້ວຍກັນ.

ຕົ໋ວສິນຄ້າອອກ:
ທະນາຄານມີການໃຫ້ບໍລິການການຮັບແຈ້ງໜັງສືສິນເຊື່ອຂາອອກ, ຮັບເອກະສານ ເພື່ອຮຽກເກັບເງິນຈາກຕ່າງປະເທດ.

ປະໂຫຍດທີ່ໄດ້ຮັບ:

  • ຜູ້ຊື້ ແລະ ຜູ້ຂາຍ ມີຄວາມໝັ້ນໃຈ;
  • ຜູ້ຊື້ຈະໄດ້ສິນຄ້າຖືກຕ້ອງຕາມຄວາມຕ້ອງການ;
  • ຜູ້ຂາຍຈະໄດ້ຮັບເງິນຄ່າສິນຄ້າຄົບຖ້ວນຕາມລາຍການສິນຄ້າ.

ສອບຖາມຂໍ້ມູນເພີ່ມເຕີມ:

ກາລຸນາພົວພັນ ທະນາຄານຮ່ວມພັດທະນາ, ພະແນກບໍລິຫານທຶນ ແລະ ບໍລິການຕ່າງປະເທດ ໂທ: +856 21 213531-6   ຫຼື ແຟັກ: +856 21 213530.