ຜະລິດຕະພັນ JDB Merchant App

ປະຫວັດ ແລະ ຄຸນລັກສະນະ:

  • ທະນາຄານ ຮ່ວມພັດທະນາ ເລີ້ມໃຫ້ບໍລິການ ຜະລິດຕະພັນ JDB Merchant Application ໃນປີ 2019.
  • JDB Merchant Application ແມ່ນຜະລິດຕະພັນຮັບຊຳລະ ຜ່ານ QR Code ຂອງ E-wallet ຈາກປະເທດຈີນເຊັ່ນ: UnionPay Mobile payment, Alipay ແລະ WeChat Pay.
  • ສາມາດດາວໂຫຼດນໍາໃຊ້ໃນໂທລະສັບ Smart Phone ທຸກລຸ້ນ ແລະ ເຄື່ອງຮູດບັດ EDC JDB.
  • ດາວໂຫລດໄດ້ທີ່ App Store & Google Play
  • ມີຫຼາຍພາສາໃຫ້ເລືອກໃຊ້ເຊັ່ນ: ຈີນ, ໄທ, ອັງກິດ

ຜົນປະໂຫຍດທີ່ຈະໄດຮັບຈາກການເປັນສະມາຊິກ:

  • ຟຣີຄ່າສະໝັກ ແລະ ບໍາລຸງຮັກສາ
  • ຕັດປັນຫາຫຍຸ້ງຍາກໃນການທອນເງິນສົດ
  • ເພີ່ມໂອກາດຍອດຂາຍ ແລະ ສ້າງຜົນກໍາໄລໃຫ້ຫຼາຍຂຶ້ນ
  • ເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າອີກທາງໜຶ່ງ ໂດຍບໍ່ຈໍາເປັນຕ້ອງຖືເງິນສົດ ເພື່ອຄວາມປອດໄພ
  • ເພີ່ມຄວາມວ່ອງໄວໃນການຂາຍ ແລະ ການບັນທຶກທາງບັນຊີຂອງຮ້ານຄ້າ
  • ມີຄວາມປອດໄພສູງກວ່າການຮັບເງິນສົດ ແລະ ປາສະຈາກການຕິດເຊື້ອໂລກຕ່າງໆ

ຄ່າທໍານຽມ:

  • ຄ່າທຳນຽມແມ່ນ 3%

ເງື່ອນໄຂການສະໝັກ:

  • ຕ້ອງເປີດບັນຊີເງິນກີບເພື່ອຜູກກັບ Application
  • ເປີດບັນຊີຝາກປະຢັດຂັ້ນຕ່ຳ 100.000 ກີບ

ເອກະສານປະກອບຂອງສະໝັກສະມາຊິກ:

  • ໃບສະໝັກຂໍນຳໃຊ້ Mobile App ( ຟອມຈາກທະນາຄານ )
  • ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ທີ່ບໍ່ໝົດອາຍຸ)
  • E-mail ຂອງເຈົ້າຂອງຮ້ານຄ້າ
  • Mobile S/N
  • ຮູບພາບຮ້ານ ແລະ ຮູບສິນຄ້າພາຍໃນຮ້ານ
  • ໃບຖະບຽນວິສາຫະກິດ ຫລື ອາກອນ (ຖ້າມີ)