ບໍລິການເງິນກູ້ປະຈຳ

ວັດຖຸປະສົງ:
ເງິນກູ້ປະຈໍາໄລຍະຍາວ ເພື່ອອຳນວຍຄວາມສະດວກ ສະໜັບສະໜູນທາງດ້ານການເງິນ ເພື່ອການສົມທົບທຶນໃຫ້ແກ່ລູກຄ້າ ທີ່ຕ້ອງການດຳເນີນທຸລະກິດ ກ່ຽວກັບບັນດາຂະແໜງການ ເຊັ່ນ: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເພື່ອເປັນທຶນໝູນວຽນ ໃນການປະກອບກິດຈະການ. ທະນາຄານຈະຄິດໄລ່ດອກເບ້ຍແບບ ຫລຸດຕົ້ນຫລຸດດອກ ເຊິ່ງຜູ້ກູ້ຢືມສາມາດຜ່ອນຊໍາລະຕົ້ນທຶນພ້ອມດອກເບ້ຍ ຕາມງວດທີ່ໄດ້ຕົກລົງກັນໃນສັນຍາ, ການອະນຸມັດເງິນກູ້ປະຈໍາ ອີງໃສ່ລາຍຮັບທີ່ແນ່ນອນ ເຊິ່ງແບ່ງອອກເປັນ 3 ໄລຍະຄື: ເງິນກູ້ໄລຍະສັ້ນ 1 ປີ ລົງມາ, ເງິນກູ້ໄລຍະກາງ 1-3 ປີ ແລະ ເງິນກູ້ໄລຍະຍາວ 3-5 ປີ.

ປະໂຫຍດທີ່ໄດ້ຮັບ:

  • ເພີ່ມທຶນໃນການຕໍ່ຍອດໄດ້ສູງສຸດ;
  • ຜ່ອນຊຳລະໄດ້ດົນສູງສຸດ 5 ປີ;
  • ສະໜັບສະໜູນດ້ານເງິນໜູນວຽນ ໃຫ້ທຸລະກິດໃນຊ່ວງເລັ່ງດ່ວນ;
  • ອະນຸມັດເງິນພາຍໃນ 21 ມື້ (​ເມື່ອ​​ກວດ​ເອກະສານ​ຖືກຕ້ອງ ແລະ ຄົບ​ຖ້ວນ);
  • ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
  • ຄິດໄລ່ດອກເບ້ຍ ແບບຜ່ອນ ຫລຸດຕົ້ນຫລຸດດອກເບ້ຍ.

ເງື່ອນໄຂການໃຊ້ບໍລິການ:

ທ່ານ​ຈະ​ໄດ້​ຮັບວົງເງິນກູ້ ຕາມ​ຄວາມ​ຕ້ອງການ​ຂ​ອງ​ເງິນ​ທຶນ​ຕົວ​ຈິງ ທີ່ຂຶ້ນກັບຄວາມສາມາດໃນການສ້າງກຳໄລ ໃນທຸລະກິດ, ມູນຄ່າຫຼັກຊັບຄໍ້າປະກັນ, ຄວາມສ່ຽງ ແລະ ການພິຈາລະນາຂອງ ທຄຮ.

ໝາຍເຫດ:

  1. ອັດຕາດອກເບ້ຍເງິນກູ້ ແຕ່ລະປະເພດດັ່ງກ່າວ ເປັນອດຕາດອກເບ້ຍຕໍ່ປີ;
  2. ລູກຄ້າສາມາດຢືມເງິນ ຕາມຂອບເຂດເວລາທີ່ກຳນົດໃນແຕ່ລະປະເພດເງິນກູ້ດັ່ງກ່າວ;
  3. ອັດຕາດອກເບ້ຍເງິນກູ້ດ່ວນ ແມ່ນອັດຕາດອກເບ້ຍຕໍ່ເດືອນ ແລະ ຄ່າທຳນຽມອະນຸມັດ ແມ່ນເກັບຄັ້ງດຽວ ພາຍຫຼັງອະນຸມັດສິນເຊື່ອ ແລະ ສັນຍາ;
  4. ເງິນກູ້ດ່ວນຕ້ອງມີຫຼັກຊັບຄ້ຳປະກັນ ເຊິ່ງລູກຄ້າອາດຈະເອົາເງິນຝາກ, ທີ່ດິນ, ເຮືອນພ້ອມທີ່ດິນ ຫຼື ພາຫະນະ ມາເປັນຫຼັກຊັບຄ້ຳປະກັນ ໄດ້;
  5. ສຳລັບລູກຄ້າດີ ຄະນະບໍລິຫານ ສາມາດພິຈາລະນາອັດຕາດອກເບ້ຍທີ່ເໝາະສົມໃຫ້ໄດ້;
  6. ເງື່ອນໄຂເພີ່ມເຕີມ ຫຼື ຄຳແນະນຳ ການຈັດຕັ້ງປະຕິບັດຈະແຍກອອກເປັນສ່ວນໜື່ງຕ່າງຫາກ.

ເອກະສານປະກອບມີ:

  • ຄຳຮ້ອງຂໍກູ້ຢືມ (ຕາມແບບຟອມທະນາຄານ);
  • ຊີວະປະຫວັດຂອງຜູ້ກູ້;
  • ປະຫວັດການດຳເນີນທຸລະກິດ;
  • ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ);
  • ສຳເນົາ ປື້ມສໍາມະໂນຄົວ, ບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ);
  • ເອກະສານ ໃບຢັ້ງຢືນທີ່ຢູ່ (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ)
  • ສຳເນົາ ເອກະສານ ທະບຽນທຸລະກິດ ແລະ ທະບຽນອາກອນ;
  • ສຳເນົາ ໃບອະນຸຍາດດຳເນີນທຸລະກິດ;
  • ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ);
  • ສຳເນົາ ຫຼັກຊັບຄ້ຳປະກັນ ຫຼື ໃບມອບສິດຫຼັກຊັບຄ້ຳປະກັນ (ຖ້າເປັນຂອງບຸກຄົນອື່ນ);
  • ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ);
  • ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.

ໝາຍເຫດ:

  • ສະເພາະລູກຄ້າເກົ່າທີ່ມີປະຫວັດການຊຳລະເງິນກູ້ທີ່ດີ ​ແລະ ມີ​ການ​ເຄື່ອນ​ໄຫວ​ບັນຊີ​ທາງ​ດ້ານ​ເງິນ​ຝາກ​ ກັບ ທຄຮ ຈະ​ພິຈາລະນາ​ເປັນ​ພິເສດ ຈະພິຈາລະນາໃຫ້ວົງເງິນບັດ Credit ບໍ່ເກີນກວ່າເງິນກູ້ ທີ່ມີການຊຳລະໄປແລ້ວ;
  • ສະເພາະລຸກຄ້າໃໝ່ ທີ່ຂໍອະນຸມັດວົງເງິນກູ້ ຈະພິຈາລະນາ ໃຫ້ວົງເງິນກູ້ ພ້ອມກັບວົງເງິນບັດ Creditໂດຍມີຫຼັກປະກັນດຽວກັນ;
  • ຄ່າທຳນຽມຂື້ນກັບ ທຄຮ ກໍານົດໃນແຕ່ລະໄລຍະ.

ສອບຖາມຂໍ້ມູນເພີ່ມເຕີມ:

ກະລຸນາພົວພັນ ຂະແໜງສິນເຊື່ອທຸລະກິດ ໂທ:  021-215595, ແຟັກ: 021-223431

>> ແບບຟອມສະໝັກສິນເຊື່ອ <<