ສິນເຊື່ອທຸລະກິດ

ສີນເຊື່ອ

ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບລູກຄ້າທີ່ເຮັດທຸລະກິດຂະຫນາດໃຫຍ່ ທີ່ມີແຜນຂະຫຍາຍກິດຈະການຕ່າງໆ ເຊັ່ນ: ບໍລິສັດນໍາເຂົ້າສີນຄ້າ-ສົ່ງອອກສີນຄ້າ, ຊື້ເຄື່ອງກົນຈັກ, ບໍລິສັດກໍ່ສ້າງເຂື່ອນໄຟຟ້າ, ບໍລິສັດ ທີ່ຕ້ອງການທຶນໃນຜະລິດຂະຫຍາຍ ແລະ ທຸລະກິດໃໝ່.

1. ລັກສະນະ.

  • ເງິນກູ້ໄລຍະສັ້ນ 1ປີ – 5ປີ
  • ວົງເງິນອະນຸມັດ 6,000,000,000ກີບ ຂື້ນໄປ.

2. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

3. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ທຸລະກິດ
  • ຊີວະປະຫວັດຂອງຜູ້ກູ້.
  • ປະຫວັດການດຳເນີນທຸລະກິດ.
  • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​ທີຢູ່ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ຕ້ອງມີໃບສະຫຼຸບລາຍຮັບ-ລາຍຈ່າຍ ຍ້ອນຫຼັງ 1-2 ປິ.
  • ໃບທະບຽນວິສາຫະກິດ.
  • ໃບອານຸຍາດດໍາເນີນທຸລະກິດ.
  • ໃບທະບຽນອາກອນ.
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ຝາກ ຍ້ອນຫຼັງ 1-2 ປີ.
  • ສໍາເນົາສັນຍາກູ້-ສັນຍາຄໍ້າ (ຖ້າມີໜີ້).
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ກູ້ ຍ້ອນຫຼັງ 1 – 2 ປີ (ຖ້າມີໜີ້).
  • ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.
  • ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ)ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ)
  • ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ
  • ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ).
  • ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.