ສີນເຊື່ອ SMEs

ສີນເຊື່ອ SMEs
ເປັນສີນເຊື່ອທີ່ມີໄລຍະກູ້ 1 – 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບທຸລະກິດການຜະລິດ, ຈັດຈໍາໜ່າຍ ແລະ ການໃຫ້ບໍລິການ ທີ່ຕ້ອງການເງິນທຶນ ແລະ ຂະຫຍາຍກິດຈະການເຊັ່ນ: ວັດສະດຸກໍ່ສ້າງ, ການຮັບເໝົາກໍ່ສ້າງ, ຂົນສົ່ງ, ໂຮງແຮມ-ບ້ານພັກ ທີ່ມີເປົ້າໝາຍດໍາເນີນທຸລະກິດທີ່ຊັດເຈນ.

1. ລັກສະນະ.

  • ເປັນຜະລິດຕະພັນສິນເຊື່ອເໝາະສົມກັບທຸລະກິດຂະໜາດກາງ SMEs.
  • ເງິນກູ້ໄລຍະສັ້ນ 1 – 5ປີ.
  • ວົງເງິນອະນຸມັດບໍ່ເກີນ 6,000,000,000ກີບ.
  • ຕ້ອງມີຫຼັກຊັບຄ້ຳປະກັນ.

2. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

3. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ທຸລະກິດ
  • ຊີວະປະຫວັດຂອງຜູ້ກູ້.
  • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​ທີຢູ່ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ຕ້ອງມີໃບສະຫຼຸບລາຍຮັບ-ລາຍຈ່າຍ ຍ້ອນຫຼັງ 1-2 ປິ.
  • ໃບທະບຽນວິສາຫະກິດ.
  • ໃບອານຸຍາດດໍາເນີນທຸລະກິດ.
  • ໃບທະບຽນອາກອນ.
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ຝາກ ຍ້ອນຫຼັງ 1ປີ.
  • ສໍາເນົາສັນຍາກູ້-ສັນຍາຄໍ້າ (ຖ້າມີໜີ້).
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ກູ້ ຍ້ອນຫຼັງ 1 – 2 ປີ (ຖ້າມີໜີ້).
  • ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.