ໜັງສືຄໍ້າປະກັນ

ວັດຖຸປະສົງ:
ບໍລິການອອກໜັງສືສັນຍາ ເພື່ອຄໍ້າປະກັນສະຖານະການເງິນໃຫ້ແກ່ ບໍລິສັດ ແລະ ບຸກຄະລາກອນທົ່ວໄປ ທີ່ຍື່ນຊອງປະມູນ ຫຼື ຕິດຕໍ່ເຮັດສັນຍາກັບ ລັດຖະບານ ຫຼື ຜູ້ຮັບຜົນປະໂຫຍດອື່ນໆ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ທຸກທ່ານໃນການດຳເນີນທຸລະກິດ ແລະ ຖືກຕ້ອງຕາມກົດໝາຍ, ເຊື່ອໝັ້ນໃນການພົວພັນ ກັບ ທຄຮ.

ປະໂຫຍດທີ່ໄດ້ຮັບ:

  • ສະໜັບສະໜູນດ້ານເງິນໜູນວຽນ ໃຫ້ທຸລະກິດ ໃນຊ່ວງເລັ່ງດ່ວນ;
  • ອະນຸມັດເງິນພາຍໃນ 5 ມື້. (ເມື່ອກວດກາ​ເອກະສານ​ຄົບ​ຖ້ວນ);
  • ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
  • ຄິດໄລ່ດອກເບ້ຍ ແບບຫລຸດຕົ້ນຫລຸດດອກ.

ເອກະສານປະກອບມີ:

  • ຄໍາ​ຮ້ອງຂໍ​ອອກ​ໜັງສື​ຄ້ຳປະກັນ;
  • ແບບ​ຟອມໜັງສື​ຄ້ຳປະກັນ (ຕາມ​ແບບຟອມຂອງ ທຄຮ);
  • ເອກະສານ​ຂໍ​ກູ້​ເງິນ;
  • ເອກະສານຫຼັກຊັບຄ້ຳປະກັນ;
  • ເອກະສານ​ທີ່​ກ່ຽວຂ້ອງ​ອື່ນໆ (ຖ້າ​ມີ).

ສອບ​ຖາມ​ຂໍ້ມູນເພີ່ມ​ເຕີມ​:
ກະລຸນາພົວພັນ ທະນາຄານຮ່ວມພັດທະນາ, ສຳນັກງານໃຫຍ່ ຫຼື ໜ່ວຍບໍລິການ ໃນທົ່ວປະເທດ ໂທ: 021-213531-6.