ບັນຊີເງິນຝາກປະຢັດ

ວັດຖຸປະສົງ:

ເປັນທາງເລືອກ ສຳລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ມີລາຍຮັບປະຈຳ ແລະ ຕ້ອງການສະສົມເງິນໄວ້ ແລະ ບໍ່ພຽງແຕ່ເປັນການຮັກສາເງິນຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍປ້ອງກັນຄວາມສ່ຽງຕໍ່ການຖືກອາຊະຍາກຳ ຫຼື ສ່ຽງທີ່ຈະເກັບເງິນໄວ້ຢູ່ບ້ານອີກຕໍ່ໄປ, ພຽງແຕ່ເປີດບັນຊີເງິນຝາກປະຢັດ ກັບ ທຄຮ  ກໍ່ໄດ້ຮັບຄວາມອຸ່ນໃຈ ທີ່ສະດວກສະບາຍ ໃນການເບີກຖອນຜ່ານໜ້າເຄົາເຕີ ຫຼື ຖອນເງິນສົດຜ່ານຕູ້ ATM ຂອງ ທຄຮ ແລະ ຜ່ານຕູ້ ATM ຂອງທະນາຄານຮ່ວມທຸລະກິດທົ່ວປະເທດ ແລະ ທົ່ວໂລກ.

ປະໂຫຍດທີ່ໄດ້ຮັບ:

  • ສາມາດ​ຝາກ-ຖອນ ​​ໄດ້​ທຸກ​ສາຂາ​ ແລະ​ ໜ່ວຍ​ບໍລິການ​ຂອງ ທຄຮ ທົ່ວ​ປະ​ເທດ;
  • ສາ​ມາດໃຊ້​ບັນຊີ​ເງິນຝາກປະຢັດ ເພື່ອເປີດບັດ ATM,  ບັດ VISA Debit ​ເພື່ອນໍາໃຊ້ ໂອນເງິນຜ່ານຕູ້ ATM, ຊຳລະ​ຄ່າ​ສິນຄ້າ ຫຼື ບໍລິການ ຜ່ານເຄື່ອງຮູດ EDC ຂອງ ທຄຮ, ເປີດນໍາໃຊ້ຜະລິດຕະພັນ   JDB Yes, ຊື້ບັດເຕີມເງິນທຸກຊະນິດຜ່ານຕູ້ ATM ​ແລະ​ ບໍລິການ​ຕ່າງໆ;
  • ສາມາດ​ນຳ​ໃຊ້ ​ເພື່ອ​ຢັ້ງຢືນ​ຖານະ​ທາງ​ການ​ເງິນ;
  • ຮັບ​ດອກ​ເບ້ຍ​ ຕາມການກໍານົດຂອງ ທຄຮ ແຕ່ລະໄລຍະ.

 

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ
  • ຢວນ

 

ອັດຕາດອກເບ້ຍເງິນຝາກ:

 

ໝາຍເຫດ: ທະນາຄານ ຈະຈ່າຍດອກເບ້ຍ 2 ຄັ້ງ/ປີ.

ເງື່ອນໄຂການໃຊ້ບໍລິການ:

  • ວົງເງິນຝາກປະຢັດ ຂັ້ນຕ່ຳສຸດຂອງແຕ່ລະສະກຸນ ຄື: 50,000 ກີບ, 20 ໂດລາ ຫຼື 500 ບາດ.
  • ກໍ​ລະ​ນີປິດ​ບັນຊີ​ເງິນ​ຝາກ​ປະຢັດກ່ອນ 3 ​ເດືອນ ​ຫຼັງ​ຈາກ​ມື້​ທີ່ເປີດ​ບັນຊີ ຈະ​ຖືກ​ເກັບ​ຄ່າ​ທຳ​ນຽມ​ປິດ​ກ່ອນ​ກຳ​ນົດ ​ຕາມ​ລະບຽບ​ຂອງ ທຄຮ ທີ່ປະກາດໃຊ້ໃນ​ແຕ່ລະ​ໄລຍະ.

ໝາຍເຫດ: ອັດຕາດອກເບ້ຍນີ້ ນຳໃຊ້ໄດ້ສະເພາະລູກຄ້າທີ່ເປັນຄົນລາວ.