ບັນຊີເງິນຝາກປະຈໍາ

ວັດຖຸປະສົງ:

ເປັນການ​ທ້ອນ​ເງິນ​ທີ່​ໄດ້​ຮັບ​ຜົນຕອບ​ແທນ​ຈາກ​ອັດຕາ​ດອກ​ເບ້ຍ​ສູງ, ​ໂດຍ​ມີ​ ໄລຍະ​ເວລາ​ກຳນົດ​ທີ່​ທ່ານ​ສາມາດ​ເລືອກ​ໄດ້​ຕາມ​ຄວາມເໝາະ​ສົມ​ຂອງ​ທ່ານ​ ເຊັ່ນ: ​​3 ​ເດືອນ, 6​ ​ເດືອນ, 9 ​ເດືອນ, 12 ​ເດືອນ, 18 ​ເດືອນ, 24 ​ເດືອນ, 36 ​ເດືອນ, 48​ເດືອນ ແລະ 60 ​ເດືອນ ເຖິງ​ກຳນົດ​ຈື່ງ​ສາມາດ​ຖອນ​ຈຳນວນ​ເງິນ​ຝາກຕົ້ນທຶນ ​ແລະ​ ດອກ​ເບ້​ຍ​ໄດ້.

ປະໂຫຍດທີ່ໄດ້ຮັບ:

  • ທ່ານ​​ໄດ້​ຮັບ​ຜົນ​ຕອບ​ແທນ​ຈາກດອກ​ເບ້​ຍສູງ.
  • ສາມາດ​ໃຊ້​ເງິນ​ໃນ​ບັນຊີ​ຂອງ​ທ່ານ​ ເພື່ອ​ເປັນ​ຫຼັກ​ປະກັນ​ໃນ​ການ​ຂໍ​ສິນ​ເຊື່ອ.
  • ທ່ານສາມາດເປີດບັນຊີ ເພື່ອເອົາດອກເບ້ຍເປັນລາຍເດືອນໄດ້ ເຊິ່ງຕົ້ນທຶນຕ້ອງຄົບກຳນົດຕາມທີ່ທ່ານໄດ້ກຳນົດໄວ້.
  • ສາມາດ​ຕິດຕາມ​ດອກ​ເບ້​ຍ ​ແລະ ​ຍອດ​ເງິນ​ຜ່ານ​ລະບົບ Internet Banking.
  • ໃຊ້​ເພື່ອ​ເປັນ​ຫຼັກ​ຖານ​ໃນ​ການ​ອອກ​ບັດ Credit Visa.

 

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ
  • ຢວນ

 

ອັດຕາດອກເບ້ຍ:


ເງື່ອນໄຂການໃຊ້ບໍລິການ:

  1. ວົງເງິນຝາກປະຈໍາ ຂັ້ນຕ່ຳ ສຳລັບ ບຸກຄົນທົ່ວໄປ 2,000,000 ກີບ ຫຼື 300 ໂດລາ ຫຼື 10,000 ບາດ ຫຼື 10,000 ຢວນ; ສຳລັບນິຕິບຸກຄົນ ຫຼື ອົງກອນຈັດຕັ້ງ 20,000,000 ກີບ ຫຼື 3,000 ໂດລາ ຫຼື 100,000 ບາດ ຫຼື 20,000 ຢວນ.
  2. ຖ້າຖອນເງິນຝາກປະຈໍາ ກ່ອນກຳນົດ ບໍ່ຮອດ 3 ເດືອນ ຈະບໍ່ໄດ້ຮັບດອກເບ້ຍ ຫຼື ກາຍ 3 ເດືອນ ແຕ່ບໍ່ຮອດກຳນົດ ຈະຄິດໄລ່ດອກເບ້ຍ ຕາມອັດຕາດອກເບ້ຍເງິນຝາກປະຍັດ ແລະ ເກັບຄ່າທຳນຽນ 120,000 ກີບ ຫຼື 15 ໂດລາ ຫຼື 500 ບາດຫຼື 500 ຢວນ ຕໍ່ບັນຊີ.