ບັນຊີເງິນຝາກປະຢັດ

ວັດຖຸປະສົງ:

ເປັນອີກທາງເລືອກໜຶ່ງສຳລັບທຸກຄົນທີ່ມີລາຍຮັບປະຈຳ ແລະ ຢາກສະສົມເງິນ  ມັນບໍ່ພຽງແຕ່ເປັນການຮັກສາເງິນ ຂອງທ່ານເທົ່ານັ້ນ ແຕ່ຍັງຊ່ວຍໃຫ້ທ່ານບໍ່ຕ້ອງຖືເງິນໄປນຳເປັນຈຳນວນຫຼວງຫຼາຍ  ແລະ ສ່ຽງຕໍ່ການຖືກອັດສະຍາກຳ ຫຼື ສ່ຽງທີ່ຈະເກັບເງິນໄວ້ຢູ່ບ້ານອີກຕໍ່ໄປ, ທ່ານພຽງແຕ່ເປີດບັນຊີເງິນຝາກປະຢັດກັບທາງທະນາຄານ ທຮພ  ທ່ານກໍ່ຈະໄດ້ຮັບຄວາມອຸ່ນໃຈ ທີ່ສະດວກສະບາຍໃນການ ເບີກຖອນ ຫຼື ຖອນເງີນຈາກຕູ້ ATM

ປະໂຫຍດທີ່ໄດ້ຮັບ:

  • ສາມາດ​ຝາກ-ຖອນ​​ໄດ້​ທຸກ​ສາຂາ​ແລະ​ໜ່ວຍ​ບໍລິການ​ໄດ້​ທົ່ວ​ປະ​ເທດ;
  • ສາ​ມາດໃຊ້​ບັນຊີ​ປະ​ເພດ​ນີ້ເປີດບັດເອທີ​ເອັມ ​ເພື່ອ​ໂອນເງິນຜ່ານຕູ້ເອທີ​ເອັມ, ຊຳລະ​ຄ່າ​ສິນຄ້າຜ່ານເຄື່ອງຮູດ EDC ຂອງທຮພ, ຊື້ບັດເຕີມເງິນທຸກຊະນິດຜ່ານຕູ້ເອທີ​ເອັມ ​ແລະ​ບໍລິການ​ຕ່າງໆ;
  • ສາມາດ​ນຳ​ໃຊ້​ເພື່ອ​ຢັ້ງຢືນ​ຖານະ​ທາງ​ການ​ເງິນ;
  • ຮັບ​ດອກ​ເບ້ຍ​ຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດ.

ສະກຸນເງິນຝາກ:

  • ກີບ
  • ບາດ
  • ໂດລາສະຫະລັດ

 

ອັດຕາດອກເບ້ຍ:

ເງື່ອນໄຂການໃຊ້ບໍລິການ:

  • ວົງເງິນຝາກປະຍັດ ເລີ່ມຕົ້ນຂັ້ນຕ່ຳສຸດ ຂອງແຕ່ລະສະກຸນ ຄື: 50,000 ກີບ ຫຼື 10 ໂດລາ ຫຼື 500 ບາດ ຫຼື 500 ຢວນ.
  • ຖ້າປິດບັນຊີກ່ອນ 6 ເດືອນ ເກັບຄ່າທຳນຽມ 50,000 ກີບ ຫຼື 200 ບາດ ຫຼື 6 ໂດລາ ຫຼື 50 ຢວນ.