ບັດນັກຮຽນ – ນັກສຶກສາ

ລັກສະນະບັດ ນັກຮຽນ-ກັນສຶກສາ:
ແມ່ນບັດທີ່ໃຊ້ແທ່ນເງິນສົດ ເຊັ່ນ: ຖອນເງິນສົດຜ່ານຕູ້ ATM, ໃຊ້ຊຳລະຄ່າສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າທີ່ເປັນສະມາຊິກເຄື່ອງຮູດບັດກັບທະນາຄານຮ່ວມພັດທະນາ. ສາມາດໃຊ້ເປັນບັດ ID ນັກສຶກສາ ສະເພາະສະຖາບັນທີ່ເຂົ້າຮ່ວມໂຄງການອອກບັດຄຸ້ມຄອງອຸປະຕິເຫດ ພ້ອມທ່ັງຮັບສ່ວນຫຼຸດພິເສດ 5 % – 10 % ເມື່ອໃຊ້ຊໍາລະຄ່າສິນຄ້າ ແລະ ບໍລິການ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການ ກັບທະນາຄານຮ່ວມພັດທະນາ ເມື່ອສະແດງບັດ, ຊໍາລະຜ່ານເຄື່ອງຮູດ EDC, QR Code ສະດວກສະບາຍຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ຫຼື Application JDB Yes ຂອງທະນາຄນຮ່ວມພັດທະນາ.

ຜົນປະໂຫຍດທີ່ໄດ້ຮັບ:

  • ໃຊ້ແທນເງິນສົດ ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດ​ບໍລິການຕ່າງໆຜ່ານ​ເຄື່ອງຮູດ EDC ຂອງ ທະນຄານຮ່ວມພັດທະນາ
  • ໃຊ້ເບີກຖອນເງິນສົດທີ່ ໜ້າເຄົ້າເຕີທະນາຄານ ຫຼື ຕູ້ ATM ໄດ້ພາຍໃນປະເທດໄດ້ຕະຫຼອດ 24 ຊົ່ວໂມງ.
  • ສາມາດຖອນຕູ້ ATM ແລະ ສາມາດໂອນເງິນຜ່ານຕູ້ ATM ທີ່ເຂົ້າຮ່ວມລະບົບ Lapsnet ໄດ້
  • ກົດເງິນຜ່ານຕູ້ ATM ທຄຮ 20,000,000 ກີບ/ມື້
  • ຊໍາລະຄ່າຮຽນ ຫຼື ໃຊ້ຊໍາລະຜ່ານເຄື່ອງຮູດບັດຕາມຮ້ານຄ້າສະມາຊິກ ແລະ ສາມາດຮັບສ່ວນຫຼຸດຈາກບາງຮ້ານຄ້າ 5-10%.
  • ເປັນບັດຄຸ້ມກັນອຸປະຕິເຫດ ເຊິ່ງສາມາດເລືອກໄດ້ 2 ທາງເລືອກ

ເງື່ອນໄຂໃນການສະໝັກບັດ:

  • ຕ້ອງມີອາຍຸ 15 ປີຂື້ນໄປ.
  • ເປີດບັນຊີຝາກປະຢັດຕາມເງື່ອນໄຂ
  • ເປັນນັກສຶກສາທີ່ກຳລັງສຶກສາຢູ່

ເອກະສານປະກອບໃນການເປີດບັດ ນັກສຶກສາ:

  • ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
  • ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
  • ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
  • ໃບຢັ້ງຢືນການເປັນນັກສຶກສາ ຈາກສະຖາບັນ ຫລື ໂຮງຮຽນ

ຄ່າທໍານຽມ:

  • ຄ່າທຳນຽມອອກບັດຟຣີ
  • ຄ່າທໍານຽມບໍລິການ​ລາຍ​ເດືອນ: 2.000 /ກີບ​ ຫຼື (24.000 ກີບ/ປີ).
  • ຄ່າທໍານຽມ SMS alert ຟຣີ 3 ສະບັບ/ເດືອນເກີນ 3 ສະບັບເສຍ 3,000 ກິບ/ເດືອນ