ສີນເຊື່ອລັດຖະກອນ

ສີນເຊື່ອລັດຖະກອນ:
ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 2ປີ, ສີນເຊື່ອປະເພດນີ້ມີຈຸດປະສົງແມ່ນ ສົ່ງເສີມສະພາບຄ່ອງທາງດ້ານການເງິນ ແລະ ເສດຖະກິດ ໃຫ້ພາຍໃນຄອບຄົວ.

1. ລັກສະນະ.

  • ເປັນຜະລິດຕະພັນສິນເຊື່ອສ່ວນບຸກຄົນສຳຫຼັບຄ່າໃຊ້ຈ່າຍທົ່ວໄປ.
  • ພິຈາລະນາວົງເງິນສູງສຸດ 5-10 ເທົ່າຂອງເງິນເດືອນ.
  • ມີໄລຍະເວລາຊຳລະຄືນທັງເງິນຕົ້ນ ແລະ ດອກເບ້ຍ 1 – 2ປີ.
  • ຜູ້ຄໍ້າປະກັນຕ້ອງມີຖານເງິນເດືອນໃກ້ຄຽງກັນກັບຜູ້ກູ້ ຫຼື ສູງກວ່າ.

2. ສິດທິປະໂຫຍດຂອງຜະລິດຕະພັນ.

  • ອັດຕາດອກເບ້ຍຕໍ່າ.
  • ບໍ່ຕ້ອງມີຫຼັກຊັບຄ້ຳປະກັນ.
  • ຊ່ວຍແກ້ໄຂບັນຫາທາງດ້ານເສດຖະກິດຄອບຄົວ.

3. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ:  ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

4. ຄຸນ​ນະ​ສົມບັດ.​

  1. ຄຸນ​ນະ​ສົມບັດ​ຜູ້​ກູ້.
    • ຕ້ອງ​ເປັນ​ພະນັກງານ​ຖາວອນ ​ແລະ ​ມີ​ອາຍຸ​ງານ​ຫຼາຍກວ່າ 1 ປີ​ຂຶ້ນ​ໄປ.
    • ຕ້ອງ​​ເປັນ​ພະນັກງານ​ທີ່​ເຮັດ​ວຽກນໍາພາກ​ລັດ ​ຫຼື ລັດວິສະຫະກິດເທົ່າ​ນັ້ນ.
    • ຕ້ອງ​ເປັນ​ພະນັກງານ​ທີ່​ມີ​ສໍາມະ​ໂນ​ຄົວຢູ່​ໃນ​ຂົງ​ເຂດ​ເມືອງ ທີ່​ມີໜ່ວຍ​ບໍລິການ​ຕັ້ງ​ຢູ່.
    • ສຳລັບລູກຄ້າທີ່ສ້າງຄອບຄົວແລ້ວ ໃຫ້ຜົວ ຫຼື ເມຍ ເຊັນຮັບຮູ້ນຳ.
      ໝາຍເຫດ: ຕ້ອງ​ມີ​ບຸກຄົນ​ຄໍ້າປະກັນ​ທຸກ​ລາຍ.
  2. ຄຸນ​ນະ​ສົມບັດ​ຜູ້​ຄໍ້າປະກັນ.
    • ຕ້ອງ​ເປັນ​ພະນັກງານ​ຖາວອນ ​ແລະ ​ມີ​ອາຍຸ​ງານ​ຫຼາຍກວ່າ 1 ປີ​ຂຶ້ນ​ໄປ.
    • ຕ້ອງ​ເປັນ​ພະນັກງານ​ທີ່​​ເບີກ​ຈ່າຍ​ເງິນ​ເດືອນ​ຜ່ານ​ທະນາຄານ​ອື່ນ ຫຼື JDB ກໍໄດ້.
    • ຕ້ອງ​ເປັນ​ພະນັກງານ​ທີ່​ມີ​ສໍາມະ​ໂນ​ຄົວຢູ່​ໃນ​ຂົງ​ເຂດ​ເມືອງ ທີ່​ມີໜ່ວຍ​ບໍລິການ​ຕັ້ງ​ຢູ່.​
    • ຕ້ອງ​ມີ​ເງິນ​ເດືອນ​ເທົ່າ​ກັນ​ ຫຼື ຫຼາຍກວ່າ​ຜູ້​ກູ້.

5. ເງື່ອນໄຂການໃຊ້ບໍລິການ (ເງື່ອນໄຂໃນການກູ້ຍືມ).​

  • ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ​ສາມາດ​​ຄໍ້າ​ໄຄ່​ວ​ໄດ້.
  • ຜູ້​ກູ້ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ກັບ​ທະນາຄານຮ່ວມ​ພັດທະນາ ພ້ອມ​ທັງ​ສະ​ໜັກ​ນໍາ​ໃຊ້​ບັດ ATM Healthy Life.
  • ລູກຄ້າ​ຕ້ອງ​ເຊັນ​ໃບ​ຍິນ​ຍອມ​ໂອນ​ເງິນ​ເດືອນ ​ທີ​​ຜ່ານ​ທະນາຄ​ານການ​ຄ້າຯ ຫຼື ອື່ນໆ ມາ​ເຂົ້າ​ບັນຊີ​ຢູ່ JDB ​ໃຫ້​ພຽງພໍ​ໃນ​ການ​ຊໍາລະ​ໜີ້ໃນ​ແຕ່ລະ​ເດືອນ.
  • ລູກ​ຄ້າ​ຕ້ອງ​​ເຊັນ​ໃບ​ຍິນ​ຍອມ​ຕັດ​ບັນຊີ​ທີ​ມີ​ຢູ່ JDB ເພື່ອ​ຊໍາລະ​ຕົ້ນ​ທຶນ ​ແລະ ດອກ​ເບ້ຍ​ໃນ​ແຕ່ລະ​ເດືອນ .
  • ລູກຄ້າຕ້ອງຍິນຍອມໂອນເງິນ 60% ຂອງ​ເງິນ​ເດືອນ/​ເດືອນ ມາ​ເຂົ້າບັນຊີ JDB ​ເພື່ອ​ລໍຖ້າຊຳລະ​ເງິນ​ກູ້ຕາມ​ໄລຍະ​ເວລາ​ທີ່​ກຳນົດ (ທະນາຄານ​ຈະ​ຕັດຊຳລະ​ສະ​ເພາະ​ເງິນ​ກູ້​ເທົ່າ​ນັ້ນ, ​ສ່ວນ​ທີ່ເຫຼືອ​ໃນ​ບັນຊີ​ລູກ​ຄ້າ​ສາມາ​ດນຳ​ໃຊ້​ໄດ້​ຕາມ​ປົກກະຕິ).
  • ຖ້າ​ບັນຊີ​ລູກ​ຄ້າ​ມີ​ເງິນ​ເດືອນ​ເຂົ້າ ​ແຕ່​ BCEL ຫຼື ທະນາຄານ​ອື່ນ ບໍ່​ໂອນ​ເງິິນລູກ​ຄ້າ​ມາ​ໃຫ້​ທະນາຄານ​ຮ່ວມ​ພັດ ທະນາ ລູກ​ຄ້າ​ຕ້ອງ​ຮັບຜິດຊອບ ​ແລະ​ ຕ້ອງ​ຊໍາລະ​ໜີ້​ທີ​ຄ້າງ​ໃນ​ທັນທີ.

6. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ). ຄໍາຮ້ອງຂໍກູ້ຢືມ (ເງິນກູ້ລັດຖະກອນ)
  • ສໍາ​ເນົາ​ບັດ​ປະຈໍາຕົວ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ໃບຢັ້ງຢືນ​ທີຢູ່ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​​ເງິນ​ເດືອນ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ). ໃບຢັ້ງຢືນເງີນເດືອນ
  • ໃບ​ຍິນຍອມ​ໂອນ​ເງິນ​ຈາກ BCEL ຫຼື ທະນາຄານ​ອື່ນ ມາ​ເຂົ້າ​ບັນຊີ​ທະນາຄານ​ຮ່ວມ​ພັດທະນາ. AUTO DEBIT BCEL
  • ສໍາ​ເນົາ​ລາຍການ​ເຄື່ອນ​ໄຫວບັນຊີ​ເງິນ​ຝາກທີ່​ໄດ້​ຮັບ​ເງິນ​ເດືອນ ​​ຍ້ອນຫຼັງ 3 ​ເດືອນ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ສັນຍາ​ເງິນ​ກູ້ ​- ຄໍ້າປະກັນ (ຕາມ​ແບບ​ຟອມຂອງ​ທະນາຄານ).