ສີນເຊື່ອເງິນຝາກຄໍ້າປະກັນ

ສີນເຊື່ອເງິນຝາກຄໍ້າປະກັນ:
ເປັນສີນເຊື່ອທີ່ມີໄລຍະກູ້ ບໍ່ເກີນ 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບລູກຄ້າທີ່ຕ້ອງການນໍາໃຊ້ເງິນດ່ວນ, ເຊິ່ງມີເງິນຝາກນໍາທະນາຄານ JDB ຫຼື ຕ່າງທະນາຄານ ກໍ່ສາມາດໃຊ້ເປັນຫຼັກປະກັນໄດ້.

1. ລັກສະນະ.

  • ເງິນກູ້ໄລຍະ 1 – 5ປີ
  • ວົງເງິນອະນຸມັດ 90% ຂອງເງິນຝາກທີ່ຝາກຢູ່ JDB
  • ເງິນຝາກຕ່າງທະນາຄານກໍ່ສາມາດນໍາໃຊ້ໃນການກູ້ຢືມໄດ້ ສູງສຸດເຖີງ 85% ຂອງຍອດເງີນຝາກ.

2. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

3. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ບຸກຄົນ
  • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
  • ປື້ມເງິນຝາກປະຈໍາທະນາຄານ (ຂອງແທ້)