Student Loan

ສີນເຊື່ອ Student Loan:
ເປັນສີນເຊື່ອ ສະໜັບສະໜູນການສຶກສາ ປະລີນຍາຕີ, ປະລີນຍາໂທ ແລະ ປະລີນຍາເອກພາຍໃນປະເທດ ສ ປ ປ ລາວ ແລະ ຕ່າງປະເທດ, ໂຄງການນີ້ ມີຈຸດປະສົ່ງແມ່ນ ຊ່ວຍຈ່າຍຄ່າຮຽນໃຫ້ກ່ອນ ແລ້ວຜ່ອນຈ່າຍຄືນ ໃນໄລຍະກູ້ 1 – 5ປີ, ຕາມປີຮຽນແຕ່ລະປີ, ສີນເຊື່ອປະເພດນີ້ ຊ່ວຍແກ້ໄຂສະພາບຄ່ອງທາງການເງິນໃຫ້ແກ່ລູກຄ້າ.

1. ລັກສະນະ.

  • ເປັນຜະລິດຕະພັນສິນເຊື່ອເໝາະສົມນັກສຶກສາ ທີ່ບໍ່ທວງທັນໃນການຈ່າຍຄ່າຮຽນ.
  • ເງິນກູ້ໄລຍະສັ້ນ 1-5ປີ.
    – ປະລີນຍາຕີ 1ປີ.
    – ປະລີນຍາໂທ 2ປີ.
    – ປະລີນຍາເອກ 5ປີ.
  • ວົງເງິນອະນຸມັດ ຕາມລາຄາຮຽນປີຕໍ່ປີ.

2. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

3. ຄ່າທຳນຽມ.

  • ກວດ CIB ເລີ່ມຕົ້ນ 50.000ກີບ – 250,000ກີບ.

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.

4. ເອກະສານປະກອບໃນການກູ້ຢືມ.

  1. ປະລີນຍາຕີ-ປະລີນຍາໂທ.
    • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ບຸກຄົນ
    • ສໍາ​ເນົາ​ບັດປະຈຳຕົວ ຫຼື Passport (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
    • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
    • ໃບຮັບຮອງການເຂົ້າເປັນນັກສຶກສາໃນສະຖາບັນ.
    • ໃບຢັ້ງຢືນຄ່າເທີມການສຶກສາ.
    • ໃບຢັ້ງຢືນເງິນເດືອນ (ກໍລະນີເຮັດວຽກແລ້ວ).
    • ໃບ​ຢັ້ງຢືນ​ທີຢູ່ (ຜູ້​ກູ້ຢືມ, ຜູ້ກູ້ຮ່ວມ ​ແລະ ຜູ້​ຄໍ້າປະກັນ).
    • ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ).
  2. ປະລີນຍາເອກ.