ໂອນເງິນຜ່ານເລກບັດປະຈຳຕົວ

ວັດຖຸປະສົງ:

ລູກຄ້າທຸກທ່ານສາມາດໂອນເງິນດ້ວຍເລກບັດປະຈຳຕົວຂອງຜູ້ຮັບເງິນປາຍທາງເຊິ່ງທ່ານຜູ້ໂອນຕ້ອງມີບັນຊີຂອງ ທຄຮ ແຕ່ຜູ້ຮັບເງິນປາຍທາງບໍ່ມີບັນຊີກໍ່ໄດ້ ຊຶ່ງສະດວກໃນການໂອນເງິນໄດ້ທຸກຈຸດທີ່ມີໜ່ວຍບໍລິການຂອງ ທຄຮ ທົ່ວປະເທດ.

ປະໂຫຍດທີ່ໄດ້ຮັບ:

  • ເພີ່ມ​ຄວາມ​ສະດວກ ​ແລະ​ ວ່ອງ​ໄວ​ໃນ​ການ​ໂອນ​ເງິນ;
  • ທ່ານ​ສາມາດ​ໂອນ​​ເງິນສົດ ຫຼື ​ຫັກ​ຈາກ​ບັນຊີ​ຂອງ​ທ່ານທີ່ຢູ່ ທຄຮ;
  • ຜູ້​ຮັບ​​ເງິນປາຍທາງ​ໄດ້​ຮັບ​ເງິນ​ທັນທີ;
  • ມີຄວາມ​ປອດ​ໄພສູງ;
  • ຄ່າທໍານຽມຕາມລະບຽບຂອງ ທຄຮ ກໍານົດແຕ່ລະໄລຍະ.

ສະກຸນເງິນໂອນ:

  • ກີບ
  • ບາດ ​
  • ໂດ​ລາສະຫະລັດ

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ສາມາດ​ໃຊ້​ບໍລິການ​ພ້ອມ​ກັບ​ລົງ​ນາມ​ຂໍ້​ຕົກລົງ​ການ​ໃຊ້​ບໍລິການ​ກັບ​ທະນາຄານ;
  • ປະກອບ​ຂໍ້​ມູນ​ການ​ໂອນ​ເງິນຕາ​ມຮູບ​ແບບ​ທີ່​​ທະນາຄານ​ໄດ້​ກຳນົດໄວ້;
  • ກໍລະນີ​ໂອນ​ເງິນ​ຈາກ​ບັນຊີຂອງ​ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ ​ບັນຊີ​ຂອງ​ທ່ານລະອຽດໃນ​ການປະກອບ​ແບບ​ຟອມ​ໂອນ​ເງິນ;
  • ກໍລະນີ​ໂອນ​ເງິນ​ສົດທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ລາຍ​ລະອຽດ​ບັນຊີ​ຂອງ​ທ່ານໃນ​ຟອມມອບ​ເງິນສົດ;
  • ທ່ານ​ຕ້ອງ​​ໃຫ້​ຂໍ້​ມູນ​ຂອງ​ຜູ້​ຮັບເງິນ​ຊັດ​​ເຈນ​ໃນ​ຟອມມ​ອບ​ເງິນສົດ​ເຊັ່ນ: ຊື່ ​ແລະ​ນາມສະກຸນ, ເລກ​ບັດປະຈຳຕົວ, ​ເບີ​ໂທລະສັບ​ຂອງ​ຜູ້​ຮັບເງິນ ​ແລະ ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ຮັບເງິນ (ຖ້າ​ຜູ້​ຮັບ​ບໍ່​ມີ​ບັນຊີ​ກັບ​ທະນາຄານທີ່ຈະໄປຮັບເງິນ);
  • ຊື່ ​ແລະ ​ນາມສະກຸນ, ​ເລກ​ບັນຊີ ​​ແລະ ​ຂໍ້​ມູນ​ທະນາຄານ​ຂອງ​ຜູ້ຮັບເງິນ (ຖ້າ​ຜູ້​ຮັບ​ມີ​ບັນຊີ​ເງິນຝາກກັບ​ທະນາຄານ​ທີ່ໄປຮັບເງິນ).