ໂອນເງິນລະຫວ່າງບັນຊີພາຍໃນ ທຄຮ

ວັດຖຸປະສົງ:

ບໍລິການ​ໂອນ​ເງິນຈາກບັນຊີເງິນຝາກຂອງທ່ານ ໃຫ້ຜູ້ຮັບປາຍທາງ ຮັບເງິນທັນທີ ​ລະຫວ່າງ​ບັນຊີພາຍໃນເຄືອຂ່າຍ​ຂອງ​ ທຄຮ ຕອບ​ສະໜ​ອງຄວາມສະດວກ​ສະບາຍໃຫ້ລູກຄ້າທຸກທ່ານ ທີ່ຕ້ອງການໂອນ​ຊຳລະ​ຄ່າ​ສິນຄ້າ, ໂອນ​ເງິນ​ໃຫ້​ກັບ​ພີ່ນ້ອງ, ໝູ່​ເພື່ອນ ພຽງແຕ່ລະບຸເລກບັນຊີ ແລະ ຊື່ບັນຊີ ຂອງຜູ້ຮັບເງິນພາຍໃນ 60 ວິນາທີ.

ປະໂຫຍດທີ່ໄດ້ຮັບ:

  • ຂັ້ນ​ຕອນ​ການ​​ໂອ​ນເງິນ​ງ່າຍ ​ແລະ ​ສະດວກ;
  • ທ່ານ​ສາມາດ​ໂອນ​ເງິນ​ຜ່ານ​ໜ່ວຍ​ບໍລິການ ​ແລະ​ ສາຂາ ຫຼື ໜ່ວຍບໍລິການ​ທີ່ຢູ່​ໃກ້ບ້ານ​ທ່ານ;
  • ໂອນເງິນພາຍໃນບໍ່ເສຍຄ່າທຳນຽມ;
  • ຜູ້​ຮັບເງິນປາຍທາງ​​ໄດ້​ຮັບ​ເງິນ​ທັນທີ ໂດຍບໍ່ເສຍຄ່າທຳນຽມ;
  • ມີຄວາມ​ປອດ​ໄພສູງ.

ສະກຸນເງິນ:

  • ​ກີບ
  • ບາດ​
  • ​ໂດ​ລາສະຫະລັດ

ເງື່ອນໄຂການໃຊ້ບໍລິການ:

  • ທ່ານ​ຕ້ອງ​ມີ​ບັນຊີ​ເງິນ​ຝາກ​ປະຢັດ ​ຢູ່​ ທຄຮ.
  • ທ່ານຕ້ອງເປັນເຈົ້າຂອງທີ່ມີສິດສັ່ງຈ່າຍ ຫຼື ໄດ້ຮັບການມອບສິດ ຈາກເຈົ້າຂອງບັນຊີ ທີ່ມີສິດສັ່ງຈ່າຍ ໃນບັນຊີຂອງທ່ານເທົ່ານັ້ນ.