ຜະລິດຕະພັນ JDB Merchant App
ປະຫວັດ ແລະ ຄຸນລັກສະນະ:
ທະນາຄານ ຮ່ວມພັດທະນາ ເລີ້ມໃຫ້ບໍລິການ ຜະລິດຕະພັນ JDB Merchant Application ໃນປີ 2019.
JDB Merchant Application ແມ່ນຜະລິດຕະພັນຮັບຊຳລະ ຜ່ານ QR Code ຂອງ E-wallet ຈາກປະເທດຈີນເຊັ່ນ: UnionPay Mobile payment, Alipay ແລະ WeChat Pay.
ສາມາດດາວໂຫຼດນໍາໃຊ້ໃນໂທລະສັບ Smart Phone ທຸກລຸ້ນ ແລະ ເຄື່ອງຮູດບັດ EDC JDB.
ດາວໂຫລດໄດ້ທີ່ App Store & Google Play
ມີຫຼາຍພາສາໃຫ້ເລືອກໃຊ້ເຊັ່ນ: ຈີນ, ໄທ, ອັງກິດ
ຜົນປະໂຫຍດທີ່ຈະໄດຮັບຈາກການເປັນສະມາຊິກ:
ຟຣີຄ່າສະໝັກ ແລະ ບໍາລຸງຮັກສາ
ຕັດປັນຫາຫຍຸ້ງຍາກໃນການທອນເງິນສົດ
ເພີ່ມໂອກາດຍອດຂາຍ ແລະ ສ້າງຜົນກໍາໄລໃຫ້ຫຼາຍຂຶ້ນ
ເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າອີກທາງໜຶ່ງ ໂດຍບໍ່ຈໍາເປັນຕ້ອງຖືເງິນສົດ ເພື່ອຄວາມປອດໄພ
ເພີ່ມຄວາມວ່ອງໄວໃນການຂາຍ ແລະ ການບັນທຶກທາງບັນຊີຂອງຮ້ານຄ້າ
ມີຄວາມປອດໄພສູງກວ່າການຮັບເງິນສົດ ແລະ ປາສະຈາກການຕິດເຊື້ອໂລກຕ່າງໆ
Fees:
ຄ່າທຳນຽມແມ່ນ 3%
ເງື່ອນໄຂການສະໝັກ:
ຕ້ອງເປີດບັນຊີເງິນກີບເພື່ອຜູກກັບ Application
ເປີດບັນຊີຝາກປະຢັດຂັ້ນຕ່ຳ 100.000 ກີບ
ເອກະສານປະກອບຂອງສະໝັກສະມາຊິກ:
ໃບສະໝັກຂໍນຳໃຊ້ Mobile App ( ຟອມຈາກທະນາຄານ )
ບັດປະຈຳຕົວ ຫຼື ໜັງສືຜ່ານແດນ (ທີ່ບໍ່ໝົດອາຍຸ)
E-mail ຂອງເຈົ້າຂອງຮ້ານຄ້າ
Mobile S/N
ຮູບພາບຮ້ານ ແລະ ຮູບສິນຄ້າພາຍໃນຮ້ານ
ໃບຖະບຽນວິສາຫະກິດ ຫລື ອາກອນ (ຖ້າມີ)