ບັດ All in one
ບັດ All in one :
ແມ່ນບັດໃຊ້ແທນເງິນສົດ ເຊັ່ນ: ຖອນເງິນສົດຜ່ານຕູ້ ATM, ໃຊ້ຊຳລະຄ່າສິນຄ້າ ຫຼື ບໍລິການ ຕາມຮ້ານຄ້າ ທີ່ເປັນສະມາຊິກເຄື່ອງຮູດບັດກັບທະນາຄານຮ່ວມພັດທະນາ. ເປັນບັດ ATM ທົ່ວໄປ ທີ່ເໝາະສໍາຫຼັບລູກຄ້າພາຍໃນປະເທດ ທີ່ບໍ່ໄດ້ເດີນທາງໄປຕ່າງປະເທດ ຄວາມສະດວກສະບາຍ ປອດໄພ ແລະ ຫລຸດຄວາມສ່ຽງໃນການພົກພາເງິນສົດຈຳນວນຫລາຍ. ບັດ ATM all in One ສາມາດໃຊ້ແທນບັດປະຈຳຕົວ ແລະ ແທນປຶ້ມບັນຊີເງິນຝາກ ເພື່ອເຂົ້າມາເຮັດທຸລະກຳນຳທະນາຄານຮ່ວມພັດທະນາ. ສະດວກສະບາຍໃນການຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານຮ່ວມພັດທະນາ. ຍິ່ງໄປກ່ວານັ້ນ, ທ່ານຍັງສາມາດເພີດເພີນໃນການຮັບສ່ວນຫລຸດ ພິເສດ 05% – 10% ເມື່ອນຳໃຊ້ບັດ ATM all in One ຊໍາລະຄ່າສິນຄ້າ ແລະ ບໍລິການ ຕາມຮ້ານຄ້າ ເຄື່ອງຮູດບັດ ທີ່ເຂົ້າຮ່ວມໂຄງການກັບທະນາຄານຮ່ວມພັດທະນາ.
Benefits:
ໃຊ້ແທນເງິນສົດ ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆຜ່ານເຄື່ອງຮູດ EDC ຂອງ ທະນຄານຮ່ວມພັດທະນາ
ໃຊ້ເບີກຖອນເງິນສົດທີ່ ໜ້າເຄົ້າເຕີທະນາຄານ ຫຼື ຕູ້ ATM ໄດ້ພາຍໃນປະເທດໄດ້ຕະຫຼອດ 24 ຊົ່ວໂມງ.
ສາມາດຖອນຕູ້ທີ່ເຂົ້າຮ່ວມ Lapnet ໄດ້ ແລະ ສາມາດໂອນເງິນຜ່ານຕູ້ ATM
ກົດເງິນຜ່ານຕູ້ ATM ທະນາຄານຮ່ວມພັດທະນາ 20,000,000 ກີບ/ມື້
ເປັນບັດຄຸ້ມກັນອຸປະຕິເຫດ ເຊິ່ງສາມາດເລືອກໄດ້ 2 ທາງເລືອກ:
ເງື່ອນໄຂໃນການສະໝັກບັດ:
ຕ້ອງມີອາຍຸ 15 ປີຂື້ນໄປ.
ເປີດບັນຊີຝາກປະຢັດຕາມເງື່ອນໄຂ
ບັດປະຈຳຕົວ, passport ຫລື ສຳມະໂນຄົວ
ຄົນຕ່າງປະເທດຕ້ອງມີໃບອະນຸຍາດເຮັດວຽກຢູ່ ສປປ ລາວ ແລະ ໜັງສືຮັບຮອງຈາກໜ່ວຍງານຂອຕົນມີທີ່ຢູ່ແນ່ນອນ.
ເອກະສານປະກອບໃນການເປີດບັດ All in one:
- ຜູ້ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
Fees:
ຄ່າທຳນຽມອອກບັດຟຣີ
ຄ່າທໍານຽມບໍລິການລາຍເດືອນ: 5.000 ກີບ/20ບາດ/0,5 ໂດລາ /ເດືອນ.
ຄ່າທໍານຽມ SMS alert ຟຣີ 3 ສະບັບ/ເດືອນເກີນ 3 ສະບັບເສຍ 3,000 ກີບ/ 15ບາດ/ 0,5ໂດລາ / ເດືອນ