ບັດເຄຣດິດ ວີຊ່າ Visa Champa Super Gold
ບັດເຄຣດິດ ວີຊ່າ Visa Champa Super Gold:
ບໍລິການອອກບັດ VISA Credit Champa Super Gold ທີ່ໃຫ້ສິດທິພິເສດທ່ານຫຼາກຫຼາຍໃນບັດດຽວ ໃຊ້ແທນເງິນສົດ ຊຳລະຄ່າສິນຄ້າ ຫຼື ບໍລິການຕາມຫ້າງຮ້ານ ແລະ ຈຸດບໍລິການຕ່າງໆ ຜ່ານເຄື່ອງຮູດບັດ POS ທັງພາຍໃນ ແລະ ຕ່າງປະເທດ ໃຊ້ຖອນເງິນສົດຈາກຕູ້ ATM ທີ່ມີ ເຄື່ອງໝາຍ Plus ຫຼື VISA ໄດ້ທົ່ວໂລກ ການຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ແລະ ທ່ານຍັງສາມາດ ນຳໃຊ້ບັດ JDB VISA Credit Champa Super Gold ໃນການຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມໂຄງການໂປຣໂມຊັນກັບທະນາຄານ 10% ເຖິງ 20% ພ້ອມທັງຮັບສິດທິພິເສດຫຼາກຫລາຍ ຈາກລັດວິສາຫະກິດການບິນລາວ.
ສິດທິພິເສດ:
ເຄົ້າເຕີ Check – In ພິເສດ
Priority Boarding ສິດໃນການຂຶ້ນເຮືອບິນກ່ອນ
Bag Loading Weight ( Business ) – ເພີ່ມ 10Kg
Bag Loading Weight ( Economy ) – ເພີ່ມ 05 Kg
ເຂົ້າຫ້ອງ Lounge ໄດ້ 2 ເທື່ອ
ຄຸ້ມຄອງອຸປະຕິເຫດ ສູງສຸດ 50,000,000 ກີບ
ຄ່າທໍານຽມການນຳໃຊ້ບັດ:
ລ/ດ | ລາຍການຄ່າບໍລິການ | ອັດຕາຄ່າບໍລິການ |
1 | ຄ່າບໍລິການອອກບັດໃໝ່ | 50ໂດລາ |
2 | ຄ່າບໍາລຸງຮັກສາບັດ | 60ໂດລາ |
Additional card | 30ໂດລາ/ບັດ | |
4 | ຄ່າບໍລິການປ່ຽນບັດໃໝ່ | 10ໂດລາ/ບັດ |
5 | ຄ່າບໍລິການອອກລະຫັດບັດໃໝ່ | 10ໂດລາ/ບັດ |
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM | ||
6 | ຖອນຜ່ານຕູ້ ATM ທະນາຄານ JDB | 2% |
7 | ຖອນຜ່ານຕູ້ອື່ນ /ຄັ້ງ | 3% |
8 | ຖອນເງິນສົດຜ່ານເຄື່ອງຮູດບັດ EDC /ຄັ້ງ ທະນາຄານອື່ນ | 3% |
9 | ປັບໄໝການຈ່າຍຊ້າ ( Late payment fee ) | 6ໂດລາ/ເດືອນ |
8 | ຊຳລະສິນຄ່າຜ່ານເຄື່ອງຮູດ EDC ( online ) | ບໍ່ເກັບ |
8 | ຖອນເງິນສົດຜ່ານຕູ້ ATM | 3% ຕໍ່ຄັ້ງ ( ຂຶ້ນກັບທະນາຄານຊາສ) |
8 | ຖອນເງິນສົດຜ່ານໜ້າເຄົ້າເຕີທະນາຄານ ເຄື່ອງຮູດ EDC | 3% ຕໍ່ຄັ້ງ ( ຂຶ້ນກັບທະນາຄານຊາສ) |
ອັດຕາດອກເບ້ຍບັດເຄຣດິດ | ||
10 | ອັດຕາດອກເບ້ຍລູກຄ້າທີ່ບໍ່ມີເງີນຝາກຄ້ຳປະກັນ | 18% |
11 | ອັດຕາດອກເບ້ຍລູກຄ້າທີ່ມີເງີນຝາກຄ້ຳປະກັນ | 16% |
ເງື່ອນໄຂໃນການສະໝັກ:
- ຜູ້ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
- ລູກຄ້າທົ່ວໄປ:
ລູກຄ້າທີມີບັນຊີຝາກປະຈຳ
ຕ້ອງມີເງິນຝາກຄ້ຳປະກັນ ການອອກບັດ 2,000$
- ລູກຄ້າບໍລິສັດ ຫຼື ຄູ່ຮ່ວມທຸລະກິດ:
ເປີດບັນຊີເງິນຝາກປະຢັດ ຫຼື ຝາກປະຈຳ
ຕ້ອງເຮັດວຽກຄົບຕາມເງື່ອນໄຂ
ມີຄວາມປອດໄພໃນການຊຳລະຜ່ານ Online
|