ບັດເຄຣດິດ ວີຊ່າ Visa Gold Card

ບັດເຄຣດິດ ວີຊ່າ Visa Gold Card:

ບັດ VISA Gold Credit ທີ່ໃຫ້ສິດທິພິເສດທ່ານຫຼາກຫຼາຍໃນບັດດຽວ, ເປັນບັດສາກົນ ແລະ ເປັນບັດສິນເຊື່ອ ທີ່ໄດ້ຮັບການອະນຸມັດການໃຫ້ສິນເຊື່ອຈາກ ທຄຮ ເພື່ອເປັນການໃຫ້ວົງສິນເຊື່ອຜ່ານບັດ ໃຫ້ແກ່ບຸກຄົນ ເພື່ອນຳໃຊ້ບັດດັ່ງກ່າວ ເຂົ້າໃນການຖອນເງິນສົດຜ່ານຕູ້ເອທີເອັມ, ເບີກເງິນສົດ, ຊື້ສິນຄ້າ ແລະ ຊຳລະຄ່າບໍລິການ ຜ່ານເຄື່ຶອງຮູດບັດ EDC ທັງພາຍໃນ ແລະ ຕ່າງປະເທດ ແລະ ສາມາດໃຊ້ຖອນເງິນສົດຈາກຕູ້ ATM ທີ່ມີ ເຄື່ອງໝາຍ Plus ຫຼື VISA ໄດ້ທົ່ວໂລກ ການຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ແລະ ທ່ານຍັງສາມາດ ນຳໃຊ້ບັດ JDB VISA Gold Credit ໃນກາ​ນຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມໂຄງການໂປຣໂມຊັນກັບທະນາຄານ 10% ເຖິງ 20% ພ້ອມທັງຮັບສິດທິພິເສດຫຼາກຫຼາຍ.

Benefits:

  • ຍົກລະດັບການຈ່າຍເງິນດ້ວຍບັດໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບໂດຍການໃຊ້ຜ່ານ Online
  • ສະດວກ, ວ່ອງໄວ, ທັນໃຈ, ແລະ ປອດໄພໃນທຸກໆທຸລະກຳດ້ານການເງິນ.
  • ສາມາດຊື້​ສິນຄ້າ ຫຼື ບໍລິການ ຜ່ານ Internet ແລະ ເຄື່ອງຮູດບັດ EDC ໄດ້;
  • • This service can be used via ATMs at anywhere worldwide with Plus or VISA symbol throughout 24 hours a day.
  • ຮັບສ່ວນຫຼຸດຈາກຮ້ານ ຄ້າພາຍໃນ ແລະ ຕ່າງປະເທດ.

ຄ່າທໍານຽມການນຳໃຊ້ບັດ:

ລ/ດ ລາຍການຄ່າບໍລິການ ອັດຕາຄ່າບໍລິການ
1 ຄ່າບໍລິການອອກບັດໃໝ່ 30ໂດລາ
2 ຄ່າບໍາລຸງຮັກສາບັດ 40ໂດລາ
3 Additional card 30ໂດລາ/ບັດ
4 ຄ່າບໍລິການປ່ຽນບັດໃໝ່ 10ໂດລາ/ບັດ
5 ຄ່າບໍລິການອອກລະຫັດບັດໃໝ່ 10ໂດລາ/ບັດ
6 ຄ່າບໍລິການບັດດ່ວນພາຍໃນມື້ສະເພາະລຸກຄ້າ ພາຍໃນນະຄອນຫຼວງ 20ໂດລາ/ບັດ
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM
7 ຖອນຜ່ານຕູ້ ATM ທະນາຄານ JDB 2%
8 ຖອນຜ່ານຕູ້ອື່ນ /ຄັ້ງ 3%
9 ຖອນເງິນສົດຜ່ານເຄື່ອງຮູດບັດ EDC /ຄັ້ງ ທະນາຄານອື່ນ 3%
10 ຊຳລະສິນຄ່າຜ່ານເຄື່ອງຮູດ EDC  ແລະ ຜ່ານ online ບໍ່ເກັບ
ອັດຕາດອກເບ້ຍບັດເຄຣດິດ
11 ອັດຕາດອກເບ້ຍລູກຄ້າທີ່ມີເງີນຝາກຄ້ຳປະກັນ 16%
12 ອັດຕາດອກເບ້ຍລູກຄ້າທີ່ບໍ່ມີເງີນຝາກຄ້ຳປະກັນ 18%


ເງື່ອນໄຂໃນການສະໝັກ:

  1. ການສະໝັກບັດ:

    • ລູກຄ້າທົ່ວໄປ
      1. – ເປີດບັນຊີສະກູນເງິນໂດລາ ເພື່ອໄວ້ຕັ້ງຕັດອັດຕະໂນມັດ
      2. – ລູກຄ້າທີມີບັນຊີຝາກປະຈຳ ເພື່ອຄໍ້າປະກັນການອອກບັດ
      3. – ຕ້ອງມີເງິນຝາກຄ້ຳປະກັນ ການອອກບັດ 120% ຂອງວົງເງິນເປີດບັດ
    • ລູກຄ້າບໍລິສັດ ຫຼື ຄູ່ຮ່ວມທຸລະກິດ:
      1. – ເປີດບັນຊີເງິນຝາກປະຢັດ ຫຼື ຝາກປະຈຳ
      2. – ຕ້ອງເຮັດວຽກຄົບຕາມເງື່ອນໄຂຂອງບໍລິສັດ
      3. – ຕ້ອງການຢັ້ງຢັນ ພະນັກງານທີ່ເຮັດວຽກຢູ່
  2. ຜູ້ມີພູມລໍາເນົາຢູ່ ສປປ ລາວ:
    1. ສໍາເນົາບັດປະຈໍາຕົວ(ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    2. ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    3. ຜູ້ສະໝັກບັດ ຕ້ອງມີອາຍຸ 15 ປີຂຶ້ນໄປ.
  3. ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
    1. ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    2. ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
    3. ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
    4. ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    5. ຜູ້ສະໝັກບັດ ຕ້ອງມີອາຍຸ 15 ປີຂຶ້ນໄປ.

ມີຄວາມປອດໄພໃນການຊຳລະຜ່ານ Online

  • ມີລະບົບ 3D Secure ເຊິ່ງເປັນລະບົບຮັກກສາຄວາມປອດໄພໃນການເຮັດທຸລະກໍາຊໍາລະສິນຄ້າຕ່າງໆ ຜ່ານຊ່ອງທາງອິນເຕີເນັດ (Online) ໃຫ້ແກ່ຜູ້ຖືບັດ Visa Credit & Debit
  • ຖ້າຫາກລູກຄ້າຜູ້ຖືບັດຜຸ້ໃດບໍ່ໄດ້ຮັບຂໍ້ມູນລະຫັດ OTP ແມ່ນຈະຕ້ອງໃຫ້ຜູ້ຖືບັດໂທຕິດຕໍ່ ເບີ 1499