ບັດ Visa Debit Contactless

ບັດ Visa Debit Contactless:

ບັດ VISA Debit Contactless ເປັນບັດໃຊ້ແທນເງິນສົດ ເຊັ່ນ:ຖອນເງິນສົດກັບຕູ້ ATM ແລະ ຊຳລະສິນຄ້າ  ຈຳນວນເງິນໃນບັນຊີເງິນຝາກປະຢັດຂອງທ່ານ ແລະ ສາມາດໃຊ້ຊຳລະຄ່າສິນຄ້າ ຫຼື ບໍລິການຕ່າງໆຕາມເຄື່ອງຮູດບັດ EDC  ທີມີສັນຍາລັກ Contactless ໂດຍການແຕະເພື່ອຈ່າຍ ຫຼື ຊຳລະ​ຜ່ານ​ອິນ​ເຕີ​ເນັດ. ສາມາດຖອນເງິນສົດ ຜ່ານຕູ້ ATM ໄດ້ທົ່ວໂລກທີ່ມີເຄື່ອງໝາຍ  Plus ຫຼື VISA. ຕິດຕາມລາຍການເຄື່ອນໄຫວທາງບັນຊີຜ່ານການແຈ້ງເຕືອນ SMS ແລະ Application JDB Yes ຂອງທະນາຄານ ພ້ອມຮັບສ່ວນຫຼຸດພິເສດ ເມື່ອສະແດງບັດ ຫຼື ໃຊ້ຊຳລະຄ່າສິນຄ້າ ຕາມຮ້ານຄ້າທີ່ເຂົ້າຮ່ວມໂຄງການ 05% – 10% ກັບທະນາຄານຮ່ວມພັດທະນາ.

Benefits:

  • ລວມ 3 ລະບົບການໃຊ້ ໃນ 1 ບັດ ຄື: ຜ່ານລະບົບ ແທບແມ່ເລັກ, Chip ແລະ
  • ຍົກລະດັບການຈ່າຍເງິນດ້ວຍບັດໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິພາບໂດຍການໃຊ້ລະບົບ Contactless Payment ກັບເຄື່ອງຮູດບັດ ທີຮອງບັດ Contactless.
  • ສະດວກ, ວ່ອງໄວ, ທັນໃຈ, ແລະ ປອດໄພໃນທຸກໆທຸລະກຳດ້ານການເງິນ.
  • ສາມາດຊື້​ສິນຄ້າ ຫຼື ບໍລິການ ຜ່ານ Internet ແລະ ຜ່ານ ເຄື່ອງຮູດບັດ EDC ໄດ້;
  • • This service can be used via ATMs at anywhere worldwide with Plus or VISA symbol throughout 24 hours a day.

ຄ່າທໍານຽມການນຳໃຊ້ບັດ:

ລ/ດ ລາຍການຄ່າບໍລິການ ອັດຕາຄ່າບໍລິການ
1 ຄ່າບໍລິການອອກບັດໃໝ່ 20ໂດລາ
2 ຄ່າບໍລຸງຮັກສາບັດ 20ໂດລາ/ປີ
3 ຄ່າບໍລິການບັດດ່ວນພາຍໃນມື້ສະເພາະລຸກຄ້າ ພາຍໃນນະຄອນຫຼວງ 20ໂດລາ/ບັດ
ຄ່າບໍລິການຖອນເງິນສົດຜ່ານຕູ້ ATM
4 ຖອນຜ່ານຕູ້ ATM JDB ບໍ່ເກັບ
5 ຖອນຜ່ານຕູ້ ATM ອື່ນ ພາຍໃນປະເທດ ຂຶ້ນກັບທະນາຄານເຈົ້າຂອງຕູ້
6 ຖອນຜ່ານຕູ້ ATM ທະນາຄານອື່ນ ຕ່າງປະເທດ ຂຶ້ນກັບທະນາຄານເຈົ້າຂອງຕູ້
7 ຖອນເງິນສົດຜ່ານເຄື່ອງຮູດບັດ EDC JDB ບໍ່ເກັບ
8 ຊຳລະສິນຄ່າຜ່ານເຄື່ອງຮູດ EDC JDB ບໍ່ເກັບ
9 ຊໍາລະສິນຄ້າຜ່ານ Internet ບໍ່ເກັບ
10 ຊຳລະສິນຄ້າຜ່ານເຄື່ອງຮູດ EDC ຂອງທະນາຄານອື່ນ ຂຶ້ນກັບທະນາຄານເຈົ້າຂອງ

ເງື່ອນໄຂໃນການສະໝັກ:

  1. ການສະໝັກບັດ:
    • ເປີດບັນຊີເງິນໂດລາຂັ້ນຕ່ຳ 50$
    • ເປີດບັນຊີ ໂດລາ ເພື່ອຜູກກັບບັດ VISA DEBIT
  2. ຜູ້ມີພູມລໍາເນົາຢູ່ ສປປ ລາວ:
    • ສໍາເນົາບັດປະຈໍາຕົວ (ID) ຫຼື ໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    • ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    • ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.
  3. ຜູ້ບໍ່ມີພູມລໍາເນົາຢູ່ ສປປ ລາວ:
    • ສໍາເນົາໜັງສືຜ່ານແດນ (Passport) ທີ່ຍັງບໍໍ່ໝົດອາຍຸ;
    • ຕ້ອງມີບຸກຄົນ ຫຼື ບໍລິສັດ ທີ່ຜູ້ກ່ຽວເຮັດວຽກຢູ່ຄໍ້າປະກັນ ໃນການຊໍາລະໜີ້;
    • ໃບອະນຸຍາດເຮັດວຽກຢູ່ ສປປ ລາວ (work permit);
    • ເບີໂທລະສັບ ແລະ ອີເມວ ຂອງຜູ້ສະໝັກບັດ;
    • ຜູ້ສະໝັກບັດ Debit ຕ້ອງມີອາຍຸ 15 ປີຂຶ້ນໄປ.

ມີຄວາມປອດໄພໃນການຊຳລະຜ່ານ Online

  • ມີລະບົບ 3D Secure ເຊິ່ງເປັນລະບົບຮັກກສາຄວາມປອດໄພໃນການເຮັດທຸລະກໍາຊໍາລະສິນຄ້າຕ່າງໆ ຜ່ານຊ່ອງທາງອິນເຕີເນັດ (Online) ໃຫ້ແກ່ຜູ້ຖືບັດ Visa Credit & Debit
  • ຖ້າຫາກລູກຄ້າຜູ້ຖືບັດຜຸ້ໃດບໍ່ໄດ້ຮັບຂໍ້ມູນລະຫັດ OTP ແມ່ນຈະຕ້ອງໃຫ້ຜູ້ຖືບັດໂທຕິດຕໍ່ ເບີ 1499