ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ເປີດການຊື້-ຂາຍຮຸ້ນ ໃນຕະຫຼາດຫຼັກຊັບລາວ (ຕລຊລ) ຢ່າງເປັນທາງການ ແລະ ມີມູນຄ່າ 9,100 ກີບ/ຮຸ້ນ ທັງເປັນການສະຫຼອງ ຄົບຮອບ 15 ປີ ຂອງການສ້າງຕັ້ງ ຕລຊລ.

ການເປີດການຊື້-ຂາຍຮຸ້ນ ຢ່າງເປັນທາງການ ຈັດຂຶ້ນໃນຕອນເຊົ້າ ວັນທີ 10 ຕຸລາ 2025 ຜ່ານມາ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ອາລຸນ ບຸນຍົງ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ; ທ່ານ ເອກະພັນ ພະພິທັກ, ປະທານຜູ້ຖືຮຸ້ນ JDB; ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ); ທ່ານ ສຽວສະຫວາດ ທິລະກຸນ, ຜູ້ອຳນວຍການໃຫຍ່ ຕລຊລ, ທ່ານ ພຸດທະໄຊ ສີວີໄລ ປະທານສະມາຄົມທະນານາຄານລາວ, ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ, ມີບັນດາທ່ານ ຈາກບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ຜູ້ລົງທຶນ ແລະ ບັນດາສື່ມວນຊົນເຂົ້າຮ່ວມ.

ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ເປີດການຊື້-ຂາຍຮຸ້ນ ຢ່າງເປັນທາງການ, ພາຍຫຼັງປະສົບຜົນາເລັດໃນການອອກຈໍາໜ່າຍຮຸ້ນ ໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) ຈໍານວນ 75,333,900 ຮຸ້ນ, ລາຄາ 8,800 ກີບ/ຮຸ້ນ ແລະ ສາມາດລະດົມທຶນໄດ້ 656,158,260,000 ກີບ ຫຼື ປະມານ 30 ລ້ານໂດລາສະຫະລັດ. ຫຼ້າສຸດ ການເປີດຂາຍຮຸ້ນຄັ້ງທໍາອິດຂອງ JDB ໃນຕອນເຊົ້າຂອງ ວັນທີ 10 ຕຸລາ 2025 ເຮັດໃຫ້ລາຄາປັບຕົວເພີ່ມຂຶ້ນຢູ່ທີ່ລາຄາ 9,100 ກີບ/ຮຸ້ນ, ສົ່ງຜົນໃຫ້ພາບລວມຂອງທຸລະກິດ ແລະ ຜູ້ຊື້ຮຸ້ນ ມີກໍາໄລເພີ່ມຂຶ້ນຫຼາຍສົມຄວນ.

ທ່ານ ສາຄອນ ຍໍພັນໄຊ, ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ມະຫາຊົນ ກ່າວວ່າ: JDB ເປັນທະນາຄານທຸລະກິດເອກະຊົນ ທີ່ນໍາໜ້າໃນ ສປປ ລາວ. ໄດ້ສໍາເລັດຕໍ່ IPO ທີ່ໄດ້ຂາຍໄປ, ນີ້ແມ່ນການອອກຈໍາໜ່າຍຮຸ້ນທີ່ມີຂະໜາດໃຫຍ່ທີ່ສຸດ ໃນຕະຫຼາດຫຼັກຊັບລາວ ໃນຊ່ວງຫຼາຍປີທີ່ຜ່ານມາ ແລະ ເປັນການສະທ້ອນໃຫ້ເຫັນເຖິງຄວາມໄວ້ວາງໃຈຂອງຕະຫຼາດຕໍ່ JDB ແລະ ທັງເປັນບາດກ້າວໃໝ່ ທີ່ສະແດງໃຫ້ເຫັນເຖິງການເປີດກວ້າງ ແລະ ກ້າວເປັນທັນສະໄໝ ໃນລະດັບໜຶ່ງຂອງລະບົບການເງິນຂອງປະເທດ.

ດ້ານ ທ່ານ ສຽວສະຫວາດ ທິລະກຸນ, ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ກ່າວຕື່ມວ່າ: ພາຍຫຼັງ JDB ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ສົ່ງຜົນໃຫ້ປັດຈຸບັນ ຕລຊລ ມີບໍລິສັດ ຈົດທະບຽນເພີ່ມຂຶ້ນລວມທັງໝົດ 12 ບໍລິສັດ. ໃນນັ້ນ, 5 ບໍລິສັດ ແມ່ນສະຖາບັນການເງິນ, ຊຶ່ງປະກອບມີ: 2 ທະນາຄານທຸລະກິດ, 2 ບໍລິສັດເຊົ່າສິນເຊື່ອ ແລະ 1 ບໍລິສັດຫຼັກຊັບ. ສະແດງໃຫ້ເຫັນວ່າ ຕະຫຼາດທຶນ ເປັນແຫຼ່ງສະໜອງທຶນໄລຍະຍາວ ໃຫ້ແກ່ວິສາຫະກິດ ຢ່າງມີຄຸນະພາບ.

ພ້ອມນັ້ນ, ໃນອະນາຄົດ ການລະດົມທຶນຂອງທະນາຄານທຸລະກິດຜ່ານ ຕລຊລ ກໍ່ຈະເປັນການຊ່ວຍສະໜັບສະໜູນ SME ແລະ ໂຄງການການເງິນສີຂຽວ, ພ້ອມທັງຊ່ວຍຊຸກຍູ້ໃຫ້ ສປປ ລາວ ບັນລຸການຫັນປ່ຽນຍຸດທະສາດ ຈາກເສດຖະກິດທີ່ອີງໃສ່ຊັບພະຍາກອນທໍາມະຊາດ ໄປສູ່ເສດຖະກິດຂະຫຍາຍຕົວແບບຍືນຍົງ. ພິເສດໄປກວ່ານັ້ນ, ການເປີດຊື້-ຂາຍຮຸ້ນ ຢ່ເປັນທາງການຂອງທະນາຄານຮ່ວມພັດທະນາ ມະຫາຊົນ ແລະ ຍັງເປັນການສະຫຼອງຄົບຮອບ 15 ປີ ຂອງການສ້າງຕັ້ງຕະຫຼາດຫຼັກຊັບລາວ ຕື່ມອີກ.

ການເດີນທາງ 36 ປີສູ່ທະນາຄານມະຫາຊົນ: ການເປີດການຊື້-ຂາຍຮຸ້ນຢ່າງເປັນທາງການຄັ້ງນີ້ບໍ່ພຽງແຕ່ເນັ້ນເຖິງບົດບາດຂອງ JDB ໃນຖານະຕົວກາງທາງການເງິນເທົ່ານັ້ນ ແຕ່ຍັງສະແດງໃຫ້ເຫັນເຖິງການເດີນທາງອັນຍາວນານ ແລະ ຄວາມສາມາດໃນການປັບຕົວຂອງອົງກອນ ເຊິ່ງເປັນບົດຮຽນອັນສຳຄັນ ສຳລັບທຸກໆທຸລະກິດທີ່ຕ້ອງການເຕີບໂຕແບບຍືນຍົງ, 36 ປີຜ່ານມາ: ຄວາມຍືນຍົງໃນໂລກທຸລະກິດທີ່ປ່ຽນແປງ, ການເຕີບໂຕຂອງ JDB ນັບຕັ້ງແຕ່ການກໍ່ຕັ້ງໃນປີ 1989 ຈົນມາເຖິງການຫັນປ່ຽນມາເປັນ ທະນາຄານມະຫາຊົນ ໃນປີ 2025 ແມ່ນເລື່ອງລາວຂອງການປັບຕົວ ແລະ ການມີວິໄສທັດທີ່ກ້ວາງໄກ.

JDB ໄດ້ຜ່ານການປ່ຽນແປງ ຈາກການເປັນທະນາຄານທີ່ຖືຮຸ້ນໂດຍນັກລົງທຶນໄທໃນປີ 2010 ມາສູ່ການຖືຮຸ້ນໂດຍນັກທຸລະກິດລາວ ໃນປີ 2012, ແລະ ປະຈຸບັນໄດ້ກ້າວໄປສູ່ ທະນາຄານມະຫາຊົນໃນປີ 2025. ນີ້ສະແດງໃຫ້ເຫັນວ່າ ທຸລະກິດທີ່ຍືນຍົງຄືທຸລະກິດທີ່ສາມາດປັບປ່ຽນຮູບແບບ ແລະ ໂຄງສ້າງເພື່ອຕອບສະໜອງຕໍ່ສະພາບແວດລ້ອມ ແລະ ໂອກາດໃໝ່ໆ. ທະນາຄານຮ່ວມພັດທະນາ ເຕີບໃຫຍ່ໄປພ້ອມກັນ

#ທະນາຄານຮ່ວມພັດທະນາມະຫາຊົນjdb

———————–

📞 Call Center: 1499

LINE: @jdbbank

IG: jdbbanklaos

Tiktok : jdbbanklaos

Youtube: jdbbanklaos