JDB ເຊັນສັນຍາ ກັບ ວິທະຍາໄລ ເຕັກນິກສັບພະວິຊາ ວ່າດ້ວຍການໃຫ້ບໍລິການ ຊໍາລະຄ່າຮຽນ ຜ່ານລະບົບທະນາຄານ

”JDB ເຊັນສັນຍາ ກັບ ວິທະຍາໄລ ເຕັກນິກສັບພະວິຊາ ວ່າດ້ວຍການໃຫ້ບໍລິການ ຊໍາລະຄ່າຮຽນ ຜ່ານລະບົບທະນາຄານ.”
>>ໃນວັນທີ່ 7 ກັນຍາ 2022 ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ (JDB), ໄດ້ຈັດພິທີເຊັນສັນຍາວ່າດ້ວຍການ ໃຫ້ບໍລິການ ຊໍາລະຄ່າຮຽນ ຜ່ານລະບົບທະນາຄານ ລະຫວ່າງ ທະນາຄານຮ່ວມພັດທະນາ (JDB) ແລະ ວິທະຍາໄລ ເຕັກນິກສັບພະວິຊາ ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະ, ທ່ານ ວິໄລພອນ ພົມມະຫາໄຊ ຜູ້ອໍານວຍການ ວິທະຍາໄລ ເຕັກນິກສັບພະວິຊາ ພ້ອມດ້ວຍຄະນະ ແລະ ທ່ານ ມະນີວອນ ພົມມະສານ ປະທານບໍລິສັດ ເອັມພີ ພັດທະນາຊ໋ອບແວ ຈຳກັດຜູ້ດຽວ.
>>ພິທີເຊັນສັນຍາຄັ້ງນີ້ ແມ່ນລົງນາມໂດຍ ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ແລະ ຮ່ວມລົງນາມໂດຍ ທ່ານ ວິໄລພອນ ພົມມະຫາໄຊ ຜູ້ອໍານວຍການ ວິທະຍາໄລ ເຕັກນິກສັບພະວິຊາ, ທັງສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບ ເປີດບໍລິການ ຊໍາລະຄ່າຮຽນ ແບບອອນລາຍ ຜ່ານລະບົບທະນາຄານ, ເຊີ່ງນັກສຶກສາ ສາມາດຊຳລະຄ່າຮຽນແບບອອນລາຍ ຜ່ານແອັບ JDB Yes Mobile Banking ແລະ ຊຳລະຜ່ານປ່ອງບໍລິການ ຫຼື Counter Service ຂອງທະນາຄານຮ່ວມພັດທະນາ ໃນຂອບເຂດທົ່ວປະເທດ. ນອກຈາກນີ້ນັກສຶກສາ ຍັງຈະໄດ້ຮັບຄວາມສະດວກສະບາຍໃນການເຮັດທຸລະກຳທາງການເງິນຫຼາຍໆດ້ານ, ນຳໃຊ້ຜະລິດຕະພັນຕ່າໆທີ່ທັນສະໄໝ ແລະຈະໄດ້ຮັບສິດທິປະໂຫຍດຕ່າງໆຈາກທະນາຄານ.
>>ວິທະຍາໄລ ເຕັກນິກຊັບພະວິຊາ ເປັນວິທະຍາໄລແຫ່ງທຳອິດໃນ ສປປ ລາວ ທີ່ນຳໃຊ້ລະບົບ Smart College ລະບົບຈັດການການຮຽນການສອນ ທັນສະໄໝເຕັມຮູບແບບ. ການຮ່ວມມື ແລະ ການເຊື່ອມຕໍ່ລະບົບຈົນໄດ້ຮັບຜົນສຳເລັດໃນຄັ້ງນີ້ ຍ້ອນໄດ້ຮັບການສະໜັບສະໜູນຈາກຄະນະນໍາ ແລະການເອົາໃຈໃສ່ເຮັດວຽກຮ່ວມກັນຂອງທີມງານວິຊາການທັງສອງຝ່າຍ.
>>ທະນາຄານຮ່ວມພັດທະນາ ມຸ່ງໝັ້ນການບໍລິການທີ່ເປັນເລີດ ວ່ອງໄວ ແລະ ທັນສະໄໝ ຖືເອົາຄວາມຕ້ອງການຂອງລູກຄ້າເປັນຫຼັກ ພັດທະນາຜະລິດຕະພັນ ແລະບໍລິການທີ່ມີຄວາມຫຼາກຫຼາຍ ປະສານກັບການບໍລິການທີ່ດີເລີດຂອງພະນັກງານ ດ້ວຍລະບົບເທັກໂນໂລຊີທີ່ທັນສະໄໝ ສ້າງຜົນປະໂຫຍດສູງສຸດກັບທຸກຝ່າຍ ເປັນສ່ວນສຳຄັນໃນການພັດທະນາ ແລະສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງ ຕາມຄຳຂວັນທີ່ວ່າ “ ເຕີບໃຫຍ່ໄປພ້ອມກັນ”.