ບໍລິການເງິນກູ້ເບີກເກີນບັນຊີ

ວັດຖຸປະສົງ:

ໃຫ້ບໍລິການເງິນກູ້ໄລຍະສັ້ນ ເພື່ອສະໜັບສະໜູນເງິນທຶນ ໃຫ້ແກ່ຜູ້ທີ່ດຳເນີນທຸລະກິດ ກ່ຽວກັບພາກສ່ວນຂະແໜງການ ຄື: ອຸດສະຫະກໍາ, ການຄ້າ, ກໍ່ສ້າງ, ຂົນສົ່ງ, ສະໜອງວັດຖຸເຕັກນິກ, ກະສິກຳປ່າໄມ້ ແລະ ອື່ນໆ ເຊິ່ງມີໄລຍະເວລາຊໍາລະເງິນຄືນພາຍໃນ 1 ປີ ເຊິ່ງເປັນທຶນໝູນວຽນ ເພື່ອເສີມສະພາບຄ່ອງໃຫ້ແກ່ທຸລະກິດ ໃນຊ່ວງເລັ່ງດ່ວນ.

ປະໂຫຍດທີ່ໄດ້ຮັບ:

  • ສາມາດຖອນນໍາໃຊ້ເງິນກູ້ໄດ້ສູງກວ່າເງິນຝາກກະແສລາຍວັນ;
  • ຮອງຮັບທຸກການໃຊ້ຈ່າຍດ້ວຍການສັ່ງຈ່າຍແຊັກ;
  • ປະກອບເອກະສານກູ້ຢືມງ່າຍ, ວ່ອງໄວ;
  • ອະນຸມັດເງິນພາຍໃນ 21 ມື້ (​ເມື່ອ​​ກວດ​ເອກະສານ​ຄົບ​ຖ້ວນ);
  • ຊໍາລະດອກເບ້ຍສະເພາະຍອດທີ່ເບີກເກີນເງິນໃນບັນຊີ.

ວົງເງິນກູ້:

  • ທ່ານສາມາດກູ້ຕາມຄວາມຕ້ອງການຂອງເງິນທຶນຕົວຈິງ.

ເງື່ອນໄຂການໃຊ້ບໍລິການ:

  1. ອັດຕາດອກເບ້ຍຄິດໄລ່ເປັນ %/ປີ;
  2. ຄ່າທຳນຽມອະນຸມັດແມ່ນເກັບຄັ້ງດຽວ ພາຍຫລັງອະນຸມັດສິນເຊື່ອ;
  3. ສຳລັບລູກຄ້າດີ ທະນາຄານອາດຈະພິຈາລະນາ ອັດຕາດອກເບ້ຍທີ່ເໝາະສົມ;
  4. ເງື່ອນໄຂເພີ່ມເຕີມ ຫຼື ຄຳແນະນຳ ການຈັດຕັ້ງປະຕິບັດ ຈະແຍກອອກເປັນສ່ວນໜື່ງຕ່າງຫາກ.

ເອກະສານປະກອບມີ:

  • ຄຳຮ້ອງຂໍກູ້ຢືມ (ຕາມແບບຟອມທະນາຄານ);
  • ຊີວະປະຫວັດຂອງຜູ້ກູ້;
  • ປະຫວັດການດຳເນີນທຸລະກິດ;
  • ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ);
  • ສຳເນົາ ປື້ມສໍາມະໂນຄົວ, ບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ);
  • ເອກະສານ ໃບຢັ້ງຢືນທີ່ຢູ່ (ຜູ້ກູ້ຢືມ & ຜູ້ຄ້ຳປະກັນ)
  • ສຳເນົາ ເອກະສານ ທະບຽນທຸລະກິດ ແລະ ທະບຽນອາກອນ;
  • ສຳເນົາ ໃບອະນຸຍາດດຳເນີນທຸລະກິດ;
  • ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ);
  • ສຳເນົາ ຫຼັກຊັບຄ້ຳປະກັນ ຫຼື ໃບມອບສິດຫຼັກຊັບຄ້ຳປະກັນ (ຖ້າເປັນຂອງບຸກຄົນອື່ນ);
  • ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ);
  • ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.

ໝາຍເຫດ:

  • ສະເພາະລູກຄ້າເກົ່າ ທີ່ມີປະຫວັດການຊຳລະເງິນກູ້ທີ່ດີ ​ແລະ ມີ​ການ​ເຄື່ອນ​ໄຫວ​ບັນຊີ​ທາງ​ດ້ານ​ເງິນ​ຝາກ​ກັບ ທຄຮ ຈະ​ພິຈາລະນາ​ເປັນ​ພິເສດ ແມ່ນຈະພິຈາລະນາໃຫ້ວົງເງິນບັດເຄດິດ ບໍ່ເກີນກວ່າເງິນກູ້ ທີ່ມີການຊຳລະໄປແລ້ວ;
  • ສະເພາະລຸກຄ້າໃໝ່ ທີ່ມາຂໍອະນຸມັດວົງເງິນກູ້ ແມ່ນຈະພິຈາລະນາໃຫ້ວົງເງິນກູ້ ພ້ອມກັບວົງເງິນບັດເຄດິດ ໂດຍມີຫຼັກປະກັນດຽວກັນ;
  • ຄ່າທຳນຽມຂື້ນກັບທະນາຄານ ທຄຮ ທີ່ກຳນົດໄວ້.

ສອບຖາມຂໍ້ມູນເພີ່ມເຕີມ:

ກະລຸນາພົວພັນ ຂະແໜງສິນເຊື່ອທຸລະກິດ ໂທ:  021-215595, ແຟັກ: 021-223431.

>> ແບບຟອມສະໝັກສິນເຊື່ອ <<