Payroll Loan

ສີນເຊື່ອ Payroll Loan:
ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 2ປີ, ເຊິ່ງບໍລິສັດຕ້ອງຜ່ານເງິນເດືອນກັບ JDB ໄລຍະ 3ເດືອນ (ກູ້ໄດ້ 5-10ເທົ່າຂອງເງິນເດືອນ) ຫຼື ບໍລິສັດ ເອກະຊົນ ເງິນເດືອນຜ່ານ BCEL (ກູ້ໄດ້ 5 ເທົ່າຂອງເງິນເດືອນ) ພະນັກງານຈຶ່ງສາມາດກູ້ຢືມໄດ້, ສີນເຊື່ອປະເພດນີ້ມີຈຸດປະສົງແມ່ນ ສົ່ງເສີມສະພາບຄ່ອງທາງດ້ານການເງິນ ແລະ ເສດຖະກິດພາຍໃນຄອບຄົວ..

1. ລັກສະນະ.

  • ເປັນຜະລິດຕະພັນສິນເຊື່ອໄລຍະສັ້ນ.
  • ການຊໍາລະຄືນ ແມ່ນຊຳລະຕົ້ນທຶນ ແລະ ດອກເບ້ຍທຸກໆເດືອນຈົນຄົບກຳນົດແລະສັນຍາ.
  • ວົງເງິນອະນຸມັດສໍາລັບລູກຄ້າໃໝ່ ແມ່ນໃຫ້ 5 -10ເທົ່າ ຂອງເງິນເດືອນ, ໄລຍະເວລາກູ້ສູງສຸດ 1ປີ ຫາ 2ປີ.
  • ຜູ້ຄໍ້າປະກັນຕ້ອງເປັນພະນັກງານທີ່ມີຖານເງິນເດືອນເທົ່າທຽມກັນກັບຜູ້ກູ້ ຫຼື ຫຼາຍກວ່າ.
  • ສຳລັບລູກຄ້າເກົ່າທີ່ເຄີຍໄດ້ຮັບການອະນຸມັດແລ້ວມີການຊຳລະດີປົກກະຕິຈົນປິດບັນຊີແມ່ນສາມາດກູ້ວົງເງີນໃໜ່ໄດ້ສູງສຸດ 15 ເທົ່າຂອງເງີນເດືອນໄລຍະສູງສຸດ 3 ປີ

2. ສິດທິປະໂຫຍດຂອງຜະລິດຕະພັນ.

  • ອັດຕາດອກເບ້ຍຕໍ່າ.
  • ບໍ່ຕ້ອງມີຫຼັກຊັບຄ້ຳປະກັນ.
  • ຊ່ວຍແກ້ໄຂບັນຫາທາງດ້ານເສດຖະກິດຄອບຄົວ.

3. ອັດຕາດອກເບ້ຍ.

  • ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315

ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການແຈ້ງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ເຊື່ງລູກຄ້າສາມາດໂທສອບຖາມຕາມເບີທີ່ໄດ້ລະບຸໄວ້ຂ້າງເທີງນີ້ໄດ້.

4. ຄຸນ​ນະ​ສົມບັດ​ຜູ້​ກູ້.

  • ຕ້ອງເປັນພະນັກງານຂອງບໍລິສັດທີ່ເຂົ້າລະບົບການເບີກຈ່າຍເງິນເດືອນຜ່ານບັນຊີ (Payroll) ກັບທະນາຄານຮ່ວມພັດທະນາ.
  • ຕ້ອງເປັນພະນັກງານຖາວອນ ແລະ ມີອາຍຸຫຼາຍກວ່າ 1ປີ ຂຶ້ນໄປ
  • ພະນັກງານຜູ້ຄ້ຳປະກັນ ຕ້ອງມີອາຍຸ ແລະ ຖານເງິນເດືອນ ເທົ່າກັນ ຫຼື ຫຼາຍກວ່າຜູ້ກູ້.
  • ພະນັກງານຄົນຕ່າງປະເທດສາມາດກູ້ໄດ້ ແຕ່ຕ້ອງມີພະນັກງານຄົນລາວເປັນຜູ້ຄ້ຳປະກັນ.
  • ພະນັກງານຄົນຕ່າງປະເທດບໍ່ສາມາດຄ້ຳປະກັນໄດ້.
  • ສຳລັບລູກຄ້າທີ່ສ້າງຄອບຄົວແລ້ວ ໃຫ້ຜົວ ຫຼື ເມຍ ເຊັນຮັບຮູ້ນຳ.

5. ເອກະສານປະກອບໃນການກູ້ຢືມ.

  • ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ). ຄໍາຮ້ອງຂໍກູ້ຢືມ Payroll
  • ສໍາ​ເນົາ​ບັດ​ປະຈໍາຕົວ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ສໍາ​ເນົາສຳມະ​ໂນ​ຄົວ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ໃບຢັ້ງຢືນ​ທີຢູ່ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ).
  • ໃບ​ຢັ້ງຢືນ​​ເງິນ​ເດືອນ (ຜູ້​ກູ້ ​ແລະ ຜູ້​ຄໍ້າປະກັນ). ໃບຢັ້ງຢືນເງີນເດືອນ
  • Statement ເງິນຝາກ ທີ່ມີເງິນເດືອນຜ່ານບັນຊີ 3 ເດືອນຍ້ອນຫຼັງ.
  • ກໍລະນີຜູ້ຄ້ຳປະກັນມີເງີນເດືອນຜ່ານທະນາຄານອື່ນ.
  • ໃບຍິນຍອມມອບສິດ ໃນການໂອນເງິນ ຈາກທະນາຄານການຄ້າ ມາຫາ ທະນາຄານຮ່ວມພັດທະນາ (ແບບຟອມຂອງທະນາຄານ).ກໍລະນີຜູ້ຄ້ຳປະກັນມີເງີນເດືອນຜ່ານທະນາຄານອື່ນ.