ທະນາຄານຮ່ວມພັດທະນາ ໄດ້ສະເຫຼີມສະຫຼອງໜ່ວຍບໍລິການຕົ້ນເຜຼີ້ງຄົບຮອບ 9 ປີ ແລະ ພິທີເປີດໜ່ວຍບໍລິການຖາງເຣີນມໍ ຢ່າງເປັນທາງການ

JDB ໄດ້ສະເຫຼີມສະຫຼອງທະນາຄານຮ່ວມພັດທະນາ ໜ່ວຍບໍລິການຕົ້ນເຜຼີ້ງຄົບຮອບ 9 ປີ ແລະ ພິທີເປີດໜ່ວຍບໍລິການຖາງເຣີນມໍ ຢ່າງເປັນທາງການ
ໃນວັນທີ 11 ກຸມພາ 2023 ທີ່ໜ່ວຍບໍລິການຕົ້ນເຜີ້ງສາມຫຼ່ຽມຄໍາໄດ້ມີພິທີສະເຫຼີມສະຫຼອງທະນາຄານຮ່ວມພັດທະນາໜ່ວຍ ບໍລິການຕົ້ນເຜີ້ງຄົບຮອບ 9 ປີ ແລະ ພິທີເປີດໜ່ວຍບໍລິການຖາງເຣີນມໍ ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ: ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຮ່ວມພັດທະນາ, ມີຜູ້ບໍລິຫານລະດັບສູງຂອງທະນາຄານຮ່ວມພັດທະນາ, ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີເລີ້ມຕົ້ນດ້ວຍການມີ ຄໍາເຫັນຂອງ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ, ທ່ານໄດ້ສະແດງຄວາມຮູ້ສຶກພາກພູມໃຈ ແລະ ສະແດງຄວາມຕ້ອນຮັບບັນດາແຂກທີ່ໄດ້ເຂົົ້າຮ່ວມສະຫຼອງໜ່ວຍບໍລິການຕົ້ນເຜີ້້ງຄົບຮອບ 9 ປີ ແລະ ເປີດໜ່ວຍບໍລິການຖາງເຣີນມໍຢ່າງເປັນທາງການ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ໃນການບໍລິການທາງດ້ານການເງິນທີ່ທັນສະໄໝ ແບບຄົບວົງຈອນເພີ້ມທາງເລືອກໃໝ່ໃຫ້ກັບລູກຄ້າ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແລະ ລູກຄ້າສາມາດເລືອກໃຊ້ຜະລິດຕະພັນທີ່ທັນສະໄໝ ຂອງທະນາຄານຮ່ວມພັດທະນາ, ປະຈຸບັນທະນາຄານຮ່ວມພັດທະນາໄດ້ພັດທະນາອົງກອນ ແລະ ຜະລິດຕະພັນທາງການເງິນໃໝ່ຢ່າງສະໝໍ່າສະເໝີ, ປະສານກັບເທັກໂນໂລຍີ ແລະ ຜະລິດຕະພັນອີເລັກໂຕຼນິກທີ່ທັນສະໄໝ ເພື່ອຮອງຮັບການບໍລິການລູກຄ້າໃນຍຸກ Digital ເປັນຕົ້ນ: ແອັບ JDB Yes Mobile Banking ທະນາຄານໃນມືຖືເປັນໜື່ງໃນບໍລິການທີ່ໂດດເດັ່ນ ຊ່ວຍຕອບສະໜອງການເຮັດທຸລະກໍາທາງດ້ານການເງິນ ແລະ ທຸລະກິດຂອງລູກຄ້າສະດວກສະບາຍ,ວ່ອງໄວທັນສະໄໝແລະປອດໄພ. ລູກຄ້າສາມາດເຮັດທຸລະກໍາການໂອນເງິນຂ້າມທະນາຄານພາຍໃນປະເທດ,ຊໍາລະຄ່ານໍ້າ, ຄ່າໄຟຟ້າ, ຊໍາລະຄ່າອິນເຕີເນັດ, ຕື່ມເງິນໂທລະສັບ, ຊໍາລະຄ່າທໍານຽມທາງ, ຊໍາລະພັນທະອາກອນ ແລະບໍລິການອື່ນໆ ຢູ່ແອັບ JDB Yes Mobile Banking. ພິເສດ ແອັບJDB Yes Mobile Banking ຂອງພວກເຮົາຮອງຮັບໄດ້ຫຼາຍພາສາແລະ Scan QR Code ຊໍາລະເງິນສະກຸນເງິນຢວນໄດ້. ບໍລິການJDB Online ເປັນບໍລິການສໍາລັບກຸ່ມລູກຄ້າທຸລະກິດ ແລະ ອົງການຈັດຕັ້ງ ຕ່າງໆ ຕອບສະໜອງການເຮັດທຸລະກໍາທາງການເງິນ ເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ສາມາດບໍລິຫານຈັດການ ດ້ານການເງິນດ້ວຍຕົນເອງເຊັ່ນ: ການເບີກຈ່າຍເງິນເດືອນໃຫ້ພະນັກງານຂອງບໍລິສັດ ຫຼື ໂຮງງານ, ການຊໍາລະສະສາງທັງພາຍໃນແລະຕ່າງປະເທດ, ການຊໍາລະພັນທະອາກອນເຂົ້າບັນຊີງົບປະມານແຫ່ງລັດ, ການຊໍາລະຄ່າສາທາລະນຸປະໂພກ, ຄ່າບໍລິການ ແລະ ການເຮັດທຸລະກໍາອື່່ນໆ, ບໍລິການຕູ້ATM ຫຼາຍກວ່າ 200 ຕູ້ ທົ່ວປະເທດ.
JDBເປັນໜື່່ງໃນສະມາຊິກຂອງບໍລິສັດ LAPNet ສາມາດໃຫ້ບໍລິການຖອນເງິນສົດຂ້າມທະນາຄານໄດ້ 16 ທະນາຄານ ແລະ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີ ຕູ້ATM ທັງໝົດ 9 ຕູ້ (ຕູ້ ATM ເງິນບາດຈໍານວນ 3 ຕູ້, ຕູ້ATM ເງິນຢວນຈໍານວນ 5 ຕູ້ ແລະ ຕູ້ ATM ເງິນກີບຈໍານວນ 1 ຕູ້ , ບໍລິການຜະລິດຕະພັນ ບັດ UnionPay Debit, ບັດUnionPay Credit Platinum, ບັດVISA Debit, ບັດVISA Credit Silver ແລະ ບັດVISA Credit Gold ທີ່ເປັນບັດ Chip ທັນສະໄໝ ແລະ ມີຄວາມປອດໄພສູງ ເຊີ່ງມີລູກຄ້ານໍາໃຊ້ຢ່າງກວ້າງຂວາງ, ບໍລິການເຄື່ອງຮູດບັດ EDC ຮອງຮັບການຊໍາລະດ້ວຍບັດພາຍໃນ ແລະ ບັດສາກົນ ຮອງຮັບການຊໍາ ລະດ້ວຍ WechatPay ແລະ AliPay , ມີຄູ່ຮ່ວມທຸລະກິດ ແລະ ຮ້ານຄ້າທີ່ນໍາໃຊ້ YesPay Lao QR ຫາຍກວ່າ 13,000 ຮ້ານຄ້າ ໃນຂອບເຂດທົ່ວປະເທດສາມາດຮັບຊໍາລະໄດ້ທຸກທະນາຄານ. ໃນປີ 2023 ນີ້JDB ຈະສູ້ຊົນສ້າງຜົນກໍາໄລໂດຍປະຕິບັດຕາມແຜນ KPI (ເຄພີໄອ່ ) ໃຫ້ບັນລຸເປົ້າໜາຍທີ່ວາງໄວ້ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ
“ເຕີບໃຫຍ່ໄປພ້ອມກັນ”
———————-
📞 Call Center: 1499
LINE: @jdbbank
IG: jdbbanklaos
Tiktok : jdbbanklao
Youtube: jdbbanklao