JDB ຈັດພິທີມອບລົດ LEXUS LX 570 ແລະ ລົດໄຟ້າ ໃຫ້ລູກຄ້າຢ່າງເປັນທາງການ

JDBຈັດພິທີມອບລົດ LEXUS LX 570 ແລະ ລົດໄຟ້າ ໃຫ້ລູກຄ້າຢ່າງເປັນທາງການ
ໃນຕອນເຊົ້າວັນທີ 2 ກຸມພາ 2023 ທີ່ສໍານັກງານໃຫຍ່ ທະນາຄານຮ່ວມພັດທະນາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບລົດຈີບ LEXUS LX570 ແລະ ລົດໄຟຟ້າ ໃຫ້ລູກຄ້າຜູ້ໂຊກດີ ທີ່ຝາກປະຈໍາ ນໍາທະນາຄານຮ່ວມພັດທະນາ, ເປັນກຽດກ່າວມອບໂດຍໂດຍ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ພ້ອມດ້ວຍຜູ້ບໍລິຫານລະດັບສູງ ແລະ ພະນັກງານທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ຜູ້ໂຊກດີແມ່ນລູກຄ້າທີ່ເຂົ້າຮ່ວມໂຄງການຝາກປະຈໍາ5ປີຂອງທະນາຄານຮ່ວມພັດທະນາ ເຊີ່ງແມ່ນ:
ທ່ານ ນາງ ແສງພະຈັນ ສອນທະວີໄຊ, ຢູ່ບ້ານຈອມເພັດ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ເບີໂທລະສັບ: 020 2222 8317 ເປັນຜູ້ໂຊກດີໄດ້ຮັບລົດລາງວັນລົດ LEXUS LX570 ພ້ອມດຽວກັນນີ້ ທະນາຄານຮ່ວມພັດທະນາ ກໍຍັງໄດ້ມອບລາງວັນຈູງໃຈ ໃຫ້ລູກຄ້າ ເປັນລົດໄຟຟ້າ, ຜູ້ໂຊກດີແມ່ນ ທ່ານ ນາງ ຈັນທະລີ ສີສຸວົງ, ບ້ານ ໄຊສາ, ເມືອງ ສາມະຄີໄຊ, ແຂວງອັດຕະປື ໂທລະສັບ 020 5563 6135 ເປັນຜູ້ໂຊກດີໄດ້ຮັບລາງວັນລົດໄຟຟ້າ ຈາກທະນາຄານຮ່ວມພັດທະນາ.
ເພື່ອເປັນການຄືນກໍາໄລໃຫ້ລູກຄ້າ ທີ່ຝາກເງິນນໍາທະນາຮ່ວມພັດທະນາໃຫ້ມີຄວາມພາກພູມໃຈເຊີ່ງປີນີ້ ທະນາຄານຮ່ວມພັດທະນາ ໄດ້ແຈກລົດ LEXUS LX570 ແລະ ລົດໄຟຟ້າ, ພ້ອມດ້ວຍແຈກໂທລະສັບ ໄອໂຟນ 14 ຜັດ ຈໍານວນ 5 ເຄື່ອງ ຈາກ JDB ຄືນກຳໄລໃຫ້ລູກຄ້າ.
ທະນາຄານຮ່ວມພັດທະນາ ໄດ້ອອກຜະລິດຕະພັນ: ໂຄງການແຈກໂຊກຄັ້ງຍິ່ງໃຫຍ່ ໃຫ້ແກ່ລູກຄ້າ ຊື່ງໄດ້ຮັບຄວາມນິຍົມ ແລະ ປະທັບໃຈຈາກສັງຄົມ ເລີ່ມໂຄງການແຕ່ປີ 2015 ຫາປີ 2022. ປະຈຸບັນໃນປີ 2023 ຈະມີໂຄງການແຈກໂຊກໃຫຍ່ ຍິ່ງໃຫຍ່ອະລັງການພາກ 2 ແກ່ລູກຄ້າໂຄງການຝາກເງິນມີກໍານົດປະຈໍາ 5 ປີ ແຈກລົດກະບະ TOYOTA REVO, ລາງວັນຈະໃຫຍ່ຂື້ນໃນແຕ່ລະປີ, ສະນັ້ນຈື່ງຂໍເຊີນຊວນລູກຄ້າເຂົ້າມາຝາກເງິນ ເພື່ອລຸ້ນໂຊກ ບໍ່ວ່າຈະເປັນລູກຄ້າເກົ່າ ແລະ ລູກຄ້າໃໝ່ ກໍສາມາດມີສິດຊີງໂຊກ ແຈກລົດໃຫຍ່ໃນແຕ່ລະປີ, ນອກຈາກນັ້ນ JDB ຍັງໄດ້ປ່ອຍສິນເຊື່ອ ເພື່ອພະນັກງານລັດຖະກອນ , ສິນເຊື່ອເພື່ອການສຶກສາ, ສິນເຊື່ອຫັນຊັບເປັນທຶນ, ສິນເຊື່ອຊຸກຍູ້ສົ່ງເສີມ SME ແລະ ສິນເຊື່ອທຸລະກິດລູກຄ້າລາຍໃຫຍ່. ອອກຜະລິດຕະພັນໃໝ່ ເຊັ່ນ: ບັດ ATM UnionPay ບັດ VISA Debit Contactless ທີ່ມາພ້ອມນະວັດຕະກຳໃໝ່ ໃນການແຕະເພື່ອຈ່າຍ, ບັດ UnionPay ແລະ Visa Credit, ແອັບ JDB Yes ກໍສາມາດ ຊໍາລະຄ່ານໍ້າປະປາ, ຄ່າໄຟຟ້າ, ຄ່າທາງ ແລະ ສາມາດໂອນເງິນຂ້າມທະນາຄານໄດ້ ເທີງມືຖືຂອງທ່ານ ແລະ ຍັງມີການບໍລິການ ອື່ນໆ ອິກຢ່າງຫຼວງຫລາຍ, ເພື່ອພັດທະນາໃຫ້ເປັນທະນາຄານ Digital Banking ເທື່ອລະກ້າວ, ສ້າງຜົນກໍາໄລໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ເພື່ອປະກອບສ່ວນ ໃນການສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ໂດຍໄປຕາມຄໍາຂວັນຂອງທະນາຄານຮ່ວມພັດທະນາ “ ເຕີບໃຫ່ຍໄປພ້ອມກັນ ”