ທະນາຄານຮ່ວມພັດທະນາ ມະຫາຊົນ (ທຄຮ) ແລະ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (ທຄຕລ-ກທ) ໄດ້ຈັດພິທີລົງນາມສັນຍາສຳຄັນ 2 ສະບັບ ເພື່ອເສີມຂະຫຍາຍການຮ່ວມມືລະຫວ່າງສອງສະຖາບັນການເງິນ ພ້ອມທັງສະໜັບສະໜູນແຜນການເພີ່ມທຶນຈົດທະບຽນຂອງທະນາຄານໃນໄລຍະຕໍ່ໄປ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ ລວມມີ ທ່ານ ສຸລິສັກ ທໍານຸວົງ , ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ ສຽວສະຫວາດ ທິລາກຸນ, ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ, ຜູ້ບໍລິຫານຂັ້ນສູງຈາກ ທຄຮ ແລະ ທຄຕລ-ກທ ພ້ອມດ້ວຍຕາງໜ້າຈາກອົງການຄຸ້ມຄອງ ແລະ ພະນັກງານ ທຄຮ ແລະ ທຄຕລ-ກທ ເຂົ້າຮ່ວມເປັນສັກຂີພະຍານຢ່າງພ້ອມພຽງ.
ໃນພິທີ ໄດ້ມີການກາ່ວຄໍາເຫັນຂອງ ທ່ານ ສາຄອນ ຍໍພັນໄຊ, ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ, ກ່ຽວກັບທິດທາງການພັດທະນາ ແລະ ຄວາມຈຳເປັນໃນການຂະຫຍາຍຖານທຶນ ໃນຍຸກທີ່ຕະຫຼາດມີການປ່ຽນແປງຢ່າງວ່ອງໄວ, ຄວາມຄ່ອງຕົວ ແລະ ຄວາມໜ້າເຊື່ອຖື ແມ່ນປັດໃຈທີ່ສໍາຄັນທີ່ສຸດການປະສານສົມທົບ ລະຫວ່າງຄວາມເຂັ້ມແຂງດ້ານວຽກງານທະນາຄານຂອງ ທຄຮ ແລະ ຄວາມຊ່ຽວຊານດ້ານຫຼັກຊັບຂອງ ທຄຕລ-ກທ ຈະເປັນຂົວຕໍ່ທີ່ໝັ້ນຄົງ ລະຫວ່າງ ຂະແໜງທະນາຄານ ແລະ ຕະຫຼາດທຶນ. ຈາກນັ້ນທ່ານ ປອ ເທບສະຫວັນ ກິຕິຍະວົງ, ຜູ້ອຳນວຍການ ທຄຕລ-ກທ, ກໍໄດ້ກາ່ວເຖິງຂອບເຂດການໃຫ້ບໍລິການໃນຖານະທີ່ປຶກສາດ້ານການເງິນ ແລະ ບົດບາດໃນການສະໜັບສະໜູນໂຄງການດັ່ງກ່າວ ແມ່ນການຮ່ວມມືແບບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ຊຶ່ງ ທຄຕລ-ກທ ກໍຄືຕະຫຼາດທຶນໂດຍລວມ ຈະສາມາດຂະຫຍາຍຖານຜູ້ລົງທຶນ ແລະ ໃນຂະນະດຽວກັນ ຜູ້ລົງທຶນທີ່ມີບັນຊີເງິນຝາກກັບ ທຄຮ ກໍຈະສາມາດເປີດບັນຊີຫຼັກຊັບເພື່ອຊື້ ຂາຍ ຮຸ້ນກັບ ທຄຕລ-ກທ ໄດ້ໂດຍກົງ ຊຶ່ງກໍຄືການເພີ່ມໂອກາດໃນການເຂົ້າເຖິງຕະຫຼາດທຶນຂອງຜູ້ລົງທຶນໃນ ສປປ ລາວ ໃຫ້ໄດ້ກວ້າງຂວາງຂຶ້ນກວ່າເກົ່າ.
ສັນຍາສະບັບທຳອິດ ແມ່ນການແຕ່ງຕັ້ງ ທຄຕລ-ກທ ເປັນທີ່ປຶກສາດ້ານການເງິນ ສໍາລັບແຜນການເພີ່ມທຶນຈົດທະບຽນຂອງ ທຄຮ. ເປົ້າໝາຍຂອງແຜນງານດັ່ງກ່າວ ແມ່ນເພື່ອເສີມສ້າງຄວາມແຂງແຮງດ້ານຖານທຶນ, ເພີ່ມຂີດຄວາມສາມາດໃນການຂະຫຍາຍສິນເຊື່ອ, ພັດທະນາບໍລິການການເງິນໃໝ່ ແລະ ຮອງຮັບການເຕີບໂຕຂອງທະນາຄານໃນໄລຍະຍາວ. ທຄຮ ຖືກສ້າງຕັ້ງໃນວັນທີ 21 ມັງກອນ 1989 ແລະ ເປັນທະນາຄານທຸລະກິດລຳດັບທີ 2 ທີ່ໄດ້ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ. ໃນເດືອນກັນຍາ 2025 ຜ່ານມາ ທຄຮ ໄດ້ອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທຳອິດ (IPO) ຊຶ່ງສາມາດເພີ່ມທຶນຈົດທະບຽນເປັນ 750 ຕື້ກີບ ແລະ ເລີ່ມການຊື້ ຂາຍ ຮຸ້ນໃນຕະຫຼາດຫຼັກຊັບລາວເປັນຄັ້ງທໍາອິດໃນວັນທີ 10 ຕຸລາ 2025. ສໍາລັບແຜນການເພີ່ມທຶນໃນປີ 2026 ນີ້, ທຄຮ ມີເປົ້າໝາຍເພື່ອຍົກລະດັບທຶນຈົດທະບຽນໃຫ້ບັນລຸຂັ້ນຕໍ່າ 1,000 ຕື້ກີບ ອີງຕາມຂໍ້ຕົກລົງວ່າດ້ວຍການເພີ່ມທຶນຈົດທະບຽນ ແລະ ເງິນລົງທຶນຂອງທະນາຄານທຸລະກິດ ແລະ ສາຂາທະນາຄານທຸລະກິດຕ່າງປະເທດ ສະບັບເລກທີ 45/ນຍ, ລົງວັນທີ 11 ເມສາ 2025. ໃນການເພີ່ມທຶນໃນຄັ້ງນີ້ ທຄຮ ຈະນຳໃຊ້ສ່ວນຕ່າງມູນຄ່າຮຸ້ນ (Share Premium) ເປັນແຫຼ່ງທຶນສຳລັບການເພີ່ມທຶນໂດຍການອອກຮຸ້ນລາງວັນ (Bonus Issue) ໃຫ້ແກ່ຜູ້ຖືຮຸ້ນເດີມຂອງ ທຄຮ ຊຶ່ງຖືວ່າເປັນຄັ້ງທຳອິດຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ທີ່ໄດ້ເພີ່ມທຶນໃນຮູບແບບນີ້. ການຕັດສິນໃຈຂອງ ທຄຮ ດັ່ງກ່າວນີ້ ແມ່ນການບໍລິຫານໂຄງສ້າງທຶນໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບກອບກົດໝາຍທີ່ກ່ຽວຂ້ອງ, ເພື່ອສະທ້ອນເຖິງຄວາມສໍາຄັນຂອງການພັດທະນາສະຖາບັນການເງິນ, ການເສີມສ້າງຄວາມໝັ້ນຄົງໃຫ້ແກ່ລະບົບການເງິນ ກໍຄືການສົ່ງເສີມຕະຫຼາດທຶນລາວໃຫ້ເຕີບໂຕຢ່າງຕໍ່ເນື່ອງອີກດ້ວຍ.
ສ່ວນສັນຍາສະບັບທີສອງ ແມ່ນການແຕ່ງຕັ້ງ ທຄຮ ເປັນທະນາຄານຕົວແທນຊຳລະສະສາງຂອງ ທຄຕລ-ກທ ຊຶ່ງນັບເປັນທະນາຄານຕົວແທນຊຳລະສະສາງລຳດັບທີ 2 ຂອງ ທຄຕລ-ກທ. ການຮ່ວມມືດັ່ງກ່າວ ຈະຊ່ວຍເຊື່ອມໂຍງການໃຫ້ບໍລິການລະຫວ່າງທັງສອງຝ່າຍ ເຮັດໃຫ້ລູກຄ້າຂອງ ທຄຮ ທີ່ມີບັນຊີເງິນຝາກນໍາ ທຄຮ ສາມາດເປີດບັນຊີຫຼັກຊັບ ແລະ ຊື້ ຂາຍຮຸ້ນຜ່ານ ທຄຕລ-ກທ ໄດ້ສະດວກຫຼາຍຂຶ້ນ ອັນເປັນການຂະຫຍາຍຖານຜູ້ລົງທຶນໃນຕະຫຼາດທຶນລາວໃຫ້ກວ້າງຂວາງຂຶ້ນ. ພາຍຫຼັງ ທຄຮ ເປັນທະນາຄານຕົວແທນຊຳລະສະສາງຂອງ ທຄຕລ-ກທ ແລ້ວ ທຄຮ ກໍມີແຜນພັດທະນາລະບົບການຊື້ຂາຍ ຮຸ້ນ ຜ່ານມືຖື ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ລົງທຶນ ທີ່ມີບັນຊີເງິນຝາກນຳ ທຄຮ ໃນການຊື້ ຂາຍຮຸ້ນ.
