ໃນວັນທີ່ 30 ມັງກອນ 2026 ຢູ່ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ, ທະນາຄານຮ່ວມພັດທະນາ ມະຫາຊົນ ຫລື JDB ໄດ້ຈັດກອງປະຊຸມ ແລະ ງານລຽ້ງເພື່ອຊົມເຊີຍຜົນສຳເລັດໃນການດຳເນີນທຸລະກິດ ປະຈໍາປີ 2025 ແລະ ຮັບຮອງແຜນການດຳເນີນທຸລະກິດ ປະຈຳສົກປີ 2026. ໂດຍການເປັນປະທານຂອງທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ຫົວໜ້າໜ່ວຍບໍລິການ ແລະ ພະນັກງານວິຊາການ ທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມເລີ່ມດ້ວຍ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ສະຫຼຸບຜົນສໍາເລັດການດໍາເນີນທຸລະກິດປະຈໍາປີ 2025 ແລະ ທິດທາງແຜນການດໍາເນີນທຸລະກິດ ປະຈໍາປີ 2026.
ໃນປີ 2025 ຜ່ານມາ, ເສດຖະກິດ ສປປ ລາວ ມີທ່າຂະຫຍາຍຕົວດີຂຶ້ນ ຍ້ອນມີການເປີດປີທ່ອງທ່ຽວລາວ, ສະພາບເສດຖະກິດພາຍໃນກໍຄ່ອຍໆ ມີທ່າອ່ຽງດີຂຶ້ນ, ຍ້ອນການເອົາໃຈໃສ່ຂອງລັດຖະບານໃນຊຸມປີທີ່ຜ່ານມາ, ເຊິ່ງເປັນຜົນດີໃຫ້ແກ່ການດໍາເນີນທຸລະກິດ ຂອງທະນາຄານຮ່ວມພັດທະນາ ມະຫາຊົນ ຫຼື JDB ສາມາດປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້ ຄື:
- ຍອດຊັບສິນທັງໝົດ ເພີ່ມຂຶ້ນ 26 % ທຽບໃສ່ປີ 2024
- ຍອດເງິນຝາກ ເພີ່ມຂຶ້ນ 17 % ທຽບໃສ່ປີ 2024
- ຍອດສິນເຊື່ອ ເພີ່ມຂຶ້ນ 11 % ທຽບໃສ່ປີ 2024
JDB ໄດ້ສຸມໃສ່ ໃນດ້ານວຽກງານການພັດທະນາ ລະບົບເຕັກໂນໂລຊີໃຫ້ທັນສະໄໝ ຄືການຍົກລະດັບລະບົບການບໍລິການທະນາຄານເກົ່າ ເພື່ອຫັນເປັນລະບົບທະນາຄານທີ່ທັນສະໄໝ ໄດ້ມາດຕະຖານສາກົນ. ຮອງຮັບຫຼາຍຊ່ອງທາງ ແລະ ລະບົບການໂອນເງິນກັບສາກົນ ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ພັດທະນາອົງກອນ ແລະ ຜະລິດຕະພັນທາງການເງິນໃໝ່ໆ ຢ່າງສະໝໍ່າສະເໝີ ປະສານກັັບ ເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນເອເລັກໂທຣນິກທີ່ທັນສະໄໝ ເພື່ອຮອງຮັບການບໍລິການລູກຄ້າ ໃນຍຸກ Digital, ນໍາໃຊ້ AI ເຂົ້າມາບໍລິຫານຈັດການໃຫ້ສະດວກສະບາຍຍິ່ງຂຶ້ນ, ລູກຄ້າສາມາດເຮັດທຸລະກໍາ ດ້ວຍຕົນເອງເທິງມືຖື ໃນທຸກພື້ນທີ່ຂອງໂລກ ທີ່ມີສັນຍານ Internet, ເປັນຕົ້ນແມ່ນ JDB Yes Mobile Banking ທະນາຄານໃນມືຖື ເປັນໜຶ່ງໃນການບໍລິການທີ່ໂດດເດັ່ນ ຊ່ວຍຕອບສະໜອງການເຮັດທຸລະກຳທາງການເງິນ ແລະ ທຸລະກິດຂອງລູກຄ້າ ສະດວກສະບາຍ ວ່ອງໄວ, ທັນສະໄໝ ແລະ ປອດໄພ, ຖືກນໍາໃຊ້ຢ່າງກວ້າງຂວາງ ໃນສັງຄົມລາວ.
ທະນາຄານ ຮ່ວມພັດທະນາ ມະຫາຊົນ ຫຼື (JDB) ໄດ້ປະສົບຜົນສຳເລັດ ໃນການປີດການຊື້-ຂາຍຮຸ້ນຢ່າງເປັນທາງການ, ພາຍຫຼັງ ປະສົບຜົນສໍາເລັດໃນການອອກຈໍາໜ່າຍຮຸ້ນໃຫ້ແກ່ມວນຊົນຄັ້ງທໍາອິດ (IPO) ຈໍານວນ 75,333,900 ຮຸ້ນ ລາຄາ 8,800 ກີບ/ຮຸ້ນ ແລະ ສາມາດລະດົມທຶນໄດ້ 656,158,260,000 ກີບ ຫຼື ປະມານ 30 ລ້ານໂດລາ. ຫຼ້າສຸດ, ສຳເລັດການເປີດຂາຍຮຸ້ນຄັ້ງທໍາອິດຂອງ JDB ໃນຕອນເຊົ້າຂອງວັນທີ 10 ຕຸລາ 2025 ແລະ ໃນວັນທີ 25 ທັນວາ 2025 ໄດ້ຈ່າຍເງິນປັນຜົນສຳເລັດໃຫ້ແກ່ຜູ້ຖືຮຸ້ນ.
ດ້ານແຫຼ່ງທຶນ ແລະ ແຜນການເປົ້າຫມາຍ KPI ປະຈໍາປີ 2026 ຈະຕ້ອງຂຸດຄົ້ນຊອກຫາແຫຼ່ງລາຍຮັບເພີ່ມ ຈາກຜະລິດຕະພັນອື່ນໆ ທີ່ມີໃນປັດຈຸບັນ. ການລະດົມແຫຼ່ງທຶນຕ້ອງຕິດພັນກັບການປ່ອຍເງິນກູ້ຕິດພັນກັນກັບການເປີດບັນຊີເງິນຝາກຂອງລູກຄ້າແຕ່ລະລາຍສັນຍາ ແລະ ຢູ່ໜ່ວຍບໍລິການ ຕາມແຜນ KPI ທີ່ວາງໄວ້.
ວຽກງານຈັດຕັ້ງ-ພະນັກງານ ຕ້ອງສ້າງຄວາມສາມັກຄີກັນເປັນປຶກແຜ່ນ, ຍົກລະດັບຄວາມຮູ້, ຄວາມສາມາດ ຂອງພະນັກງານທຸກລະດັບໃຫ້ເຂັ້ມແຂງ. ໃນກອງປະຊຸມ ຍັງໄດ້ຍ້ອງຍໍຊົມເຊີຍ ໜ່ວຍບໍລິການທີ່ມີຜົນງານດີເດັ່ນທີ່ບັນລຸເປົ້າໝາຍ KPI ແຕ່ລະດ້ານ, ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນເຂົ້າວຽກງານຂອງທະນາຄານຮ່ວມພັດທະນາ ມະຫາຊົນ ໃຫ້ມີກໍາລັງໃຈ ແລະ ຕັ້ງໜ້າປະຕິບັດວຽກງານໃຫ້ດີກວ່າເກົ່າ, ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ມີນະໂຍບາຍສູງໃຫ້ແກ່ພະນັກງານຂອງຕົນ ເພື່ອແກ້ໄຂຊີວິດການເປັນຢູ່ດີຂຶ້ນແຕ່ລະປີ.
ໃນຕອນທ້າຍຂອງກອງປະຊຸມ ກໍໄດ້ຮັບຟັງການໂອລົມ ຈາກ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ທ່ານ ໄດ້ຍ້ອງຍໍຊົມເຊີຍຄະນະຜູ້ບໍລິຫານ ແລະ ພະນັກງານທຸກຄົນ ທີ່ມີຜົນງານດີເດັ່ນທີ່ສາມາດບັນລຸເປົ້າ ໝາຍ KPI ທີ່ວາງໄວ້ ແລະ ໃຫ້ທິດຊີ້ນໍາ ເພື່ອປັບປຸງວຽກງານທີ່ຄົງຄ້າງ ໃຫ້ດີຂື້ນກວ່າເກົ່າ. ໃນໄລຍະຜ່ານມາ ທະນາຄານຮ່ວມພັດທະນາ ໄດ້ປ່ອຍສິນເຊື່ອເຂົ້າໃນ ການສ້າງສາເສດຖະກິດ-ສັງຄົມ ກໍ່ຄືການກໍ່ສ້າງພື້ນຖານໂຄງລ່າງຂອງປະເທດເຮົາ ແລະ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມຕະຫຼອດມາ.
