ໃນວັນທີ່ 9 ທັນວາ 2025 ທີ່ຫ້ອງປະຊຸມສໍານັກງານໃຫຍ່ ທະນາຄາຮ່ວມພັດທະນາ ມະຫາຊົນ, ນະຄອນຫຼວງວຽງຈັນໄດ້ເປີດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈໍາປີ 2024. ເພື່ອພິຈາລະນາ ແລະ ຮັບຮອງ ຜົນການດໍາເນີນງານທຸລະກິດປະຈໍາປີ 2024 ຂອງທະນາຄານຮ່ວມພັດທະນາ ມະຫາຊົນ, ໂດຍການເປັນປະທານກອງປະຊຸມໂດຍ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ມະຫາຊົນ ພ້ອມດ້ວຍສະມາຊິກສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ, ມີຜູ້ຖືຮຸ້ນເຂົ້າຮ່ວມກອງປະຊຸມດ້ວຍຕົນເອງ , ຜູ້ຖືກມອບສິດ ແລະ ຜູ້ລົງທະບຽນທາງອອນລາຍ 300 ທ່ານ ເຊີ່ງລວມຈໍານວນຮຸ້ນທັງໝົດທີ່ເຂົ້າຮ່ວມກອງປະຊຸມເທົ່າກັບ 695,296,100 ຮຸ້ນ, ນັບທັງຈໍານວນຮຸ້ນທີ່ຖືກມອບສິດ 664,546,109 ຮຸ້ນ ເຊີ່ງບັນລຸອັດຕາສ່ວນ 92,706% ຂອງຈໍານວນຮຸ້ນທັງໝົດ ຂອງທະນາຄານຮ່ວມພັດທະນາ ມະຫາຊົນ ແລະ ຖືວ່າ ຄົບອົງປະຊຸມ ເພື່ອໃຫ້ສາມາດດໍາເນີນກອງປະຊຸມໄດ້ຕາມລະບຽບຂອງ ທະນາຄານຮ່ວມພັດທະນາ ມະຫາຊົນ ແລະ ກົດໝາຍທີ່ກ່ຽວຂ້ອງ, ສໍາລັບຮຸ້ນທີ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມ ມີຈໍານວນ 54,703,900 ຮຸ້ນ ເທົ່າກັບ 7,294% ຂອງຈໍານວນ ທະນາຄານຮ່ວມພັດທະນາ ມະຫາຊົນ ທັງໝົດ .

ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ ໄດ້ ກ່າວເປີດກອງປະຊຸມ ສາມັນຜູ້ຖືຮຸ້ນຢ່າງເປັນທາງການ ເພີ່ນໄດ້ກ່າວຕ້ອນຮັບຜູ້ຖືຮຸ້ນທີ່ໄດ້ເຂົ້າມາຮ່ວມກອງປະຊຸມຄັ້ງນີ້, ເຊີ່ງເປັນສ່ວນປະກອບທີ່ສໍາຄັນ ໃນການດໍາເນີນທຸລະກິດຂອງທະນາຄານຮ່ວມພັດທະນາ ມະຫາຊົນ, ເປັນການລົງທຶນທີ່ມີຄວາມໝັ້ນຄົງ ເພາະທະນາຄານຮ່ວມພັດທະນາ ມະຫາຊົນ ມີຜົນກໍາໄລຈາກຜົນປະກອບການທຸກໆປີ, ແລະ ມີການຂະຫຍາຍຕົວໄວ, ນອນຢູ່ແຖວໜ້າ ບັນດາທະນາທຸລະກິດ ໃນ ສປປ ລາວ.

ຈາກນັ້ນ ທ່ານ ສາຄອນ ຍໍພັນໄຊ ຜູ້ອໍານວຍການ ທະນາຄານຮ່ວມພັດທະນາ ມະຫາຊົນ ກໍ່ໄດ້ດໍາເນີນວາລະ ແລະ ພິຈາລະນາ ແລະ ຮັບຮອງຜົນການດໍາເນີນງານປະຈໍາປີ 2024 ຂອງທະນາຄານຮ່ວມພັດທະນາ ມະຫາຊົນ.

ກອງປະຊຸມໄດ້ມີມະຕິຮັບຮອງດ້ວຍຄະແນນສຽງສ່ວນຫລາຍຂອງຜູ້ຖືຮຸ້ນ ທີ່ເຂົ້ຮ່ວມກອງປະຊຸມຄັ້ງນີ້ : ເຫັນດີ 100% ຂອງສຽງທັງໝົດ, ບໍ່ເຫັນດີ 0% ຂອງສຽງທັງໝົດ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້. ນອກຈາກນັ້ນ ກອງປະຊຸມຍັງໄດ້ພິຈາລະນາແລະຮັບຮອງບົດລາຍງານປະຈໍາປີ 2024 ຂອງທະນາຄານຮ່ວມພັດທະນາມະຫາຊົນ ເຊີ່ງເຫັນດີ 100% ຂອງຈໍານວນສຽງທີ່ເຂົ້າຮ່ວມປະຊຸມ ແລະ ບໍ່ເຫັນດີ 0% ແລະໄດ້ພິຈາລະນາ ແລະ ຮັບຮອງ ແຜນການຈ່າຍເງິນປັນຜົນ ປີ 2024 ຂອງທະນາຄານຮ່ວມພັດທະນາ ມະຫາຊົນ ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງການຈັດສັນກໍາໄລຫຼັງອາກອນ ປະຈໍາປີ 2024 ເພື່ອຈ່າຍເຂົ້າຄັງຕ່າງໆ ຕາມລະບຽບ ແລະ ຈ່າຍເງິນປັນຜົນໃຫ້ກັບຜູ້ຖືຮຸ້ນ ເຊີ່ງມີລາຍລະອຽດດັ່ງນີ້ :

– ກໍາໄລສຸດທິ : 741,260,968,798 ກີບ

– ຫັກເງິນແຮ(ຕາມລະບຽບການ ): 74,126,096,880 ກີບ

– ຈາ່ຍເງິນປັນຜົນໃຫ້ຜູ້ຖືຮຸ້ນທັງໝົດ : 660,000,000,000 ກີບ

– ຄັງຂະຫຍາຍ: 7,134,871,918 ກີບ

– ຈໍານວນຮຸ້ນທັງໝົດ ; 750,000,000 ຮຸ້ນ

– ຈ່າຍເງິນ ປັນຜົນ : 880 ກີບ/ຮຸ້ນ

– ມື້ຈ່າຍເງິນປັນຜົນ: 25 ທັນວາ 2025.

ກອງປະຊຸມໄດ້ມີມະຕິຮັບຮອງດ້ວຍຂະແນນສຽງສ່ວນຫລາຍຂອງຜູ້ຖືຮຸ້ນຈໍານວນ 695,296,100 ຮຸ້ນ ເທົ່າກັບ 100% ຂອງສຽງທີ່ເຂົ້າຮ່ວມທັງມົດທີ່ເຂົ້າຮ່ວມກອງປະຊຸມ, ແລະ ບໍ່ເຫັນດີ 0% ຂອງສຽງທັງໝົດທີ່ເຂົ້າຮ່ວມກອງປະຊຸມ,

ໃນຕອທ້າຍກອງປະຊຸມ ກໍ່ໄດ້ຮັບຟັງການໂອ້ລົມ ຂອງ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ ທ່ານໄດ້ສະແດງຄວາມຂອບໃຈ ມາຍັງຜູ້ຖືຮຸ້ນທຸກຄົນທີ່ມາຮ່ວມກອງປະຊຸມຄັ້ງນີ້ໃຫ້ມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ການເຕີບໂຕແບບຍືນຍົງ, 36 ປີຜ່ານມາ: ຄວາມຍືນຍົງໃນໂລກທຸລະກິດທີ່ປ່ຽນແປງ, ການເຕີບໂຕຂອງ JDB ນັບຕັ້ງແຕ່ການກໍ່ຕັ້ງໃນປີ 1989 ຈົນມາເຖິງການຫັນປ່ຽນມາເປັນ ທະນາຄານມະຫາຊົນ ໃນປີ 2025 ແມ່ນເລື່ອງລາວຂອງການປັບຕົວ ແລະ ການມີວິໄສທັດທີ່ກວ້າງໄກ ນີ້ສະແດງໃຫ້ເຫັນວ່າ ທຸລະກິດທີ່ຍືນຍົງສະພາບແວດລ້ອມ ແລະ ໂອກາດໃໝ່ໆ.

Joint Development Bank ເຕີບໃຫຍ່ໄປພ້ອມກັນ