🔵 ໂຄງການ ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ມອບທຶນອຸປະຖໍາທຶນກໍ່ສ້າງອາຄານໃຫ້ແກ່ ໂຮງຮຽນປະຖົມສົມບູນຫ້ວຍແຊງ ທີ່ບ້ານ ຫ້ວຍແຊງ, ເມືອງ ຈອມເພັດ, ແຂວງ ຫຼວງພະບາງ 🔵

🔹ໃນວັນທີ 16 ມັງກອນ 2026 ໄດ້ຈັດພິທີມອບ-ຮັບອາຄານຮຽນປະຖົມສົມບູນຫຼັງໃໝ່ ຢ່າງເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ແລະ ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ມະຫາຊົນ (JDB), ພ້ອມດ້ວຍຄະນະນຳຂັ້ນແຂວງ-ເມືອງ ແລະ ປະຊາຊົນເຂົ້າຮ່ວມ.

🔹ອາຄານຮຽນດັ່ງກ່າວ ໄດ້ຮັບການສະໜັບສະໜູນທຶນຈາກ “ກອງທຶນຮ່ວມໃຈ ທະນາຄານຮ່ວມພັດທະນາ ມະຫາຊົນ (JDB)” ລວມມູນຄ່າກໍ່ສ້າງທັງໝົດ 1,500,000,000 ກີບ. ໂຄງການປະກອບມີ: ອາຄານຮຽນ 1 ຫຼັງ (6 ຫ້ອງ), ໂຕະ-ຕັ່ງນັກຮຽນ 100 ຊຸດ, ໂຕະ-ຕັ່ງຄູ, ອຸປະກອນຫ້ອງການ ແລະ ເຄື່ອງໄຟຟ້າຄົບຊຸດ. ການກໍ່ສ້າງໄດ້ເລີ່ມແຕ່ເດືອນມີນາ 2025 ແລະ ສຳເລັດໃນເດືອນສິງຫາ 2025 ດ້ວຍມາດຕະຖານເຕັກນິກທີ່ສູງ.

🔹ໃນໂອກາດນີ້, ທ່ານ ນາງ ແກ້ວລາ ມະນີຈິດ ເລຂາພັກເມືອງຈອມເພັດ ໃນນາມຕາງໜ້າຄະນະນຳເມືອງ ແລະ ປະຊາຊົນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ທີ່ໄດ້ມອບໂອກາດທາງການສຶກສາໃຫ້ແກ່ລູກຫຼານ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນເຂດຫ່າງໄກສອກຫຼີກ.

🔹ເພື່ອເປັນການພັດທະນາອະນາຄົດອັນສົດໃສຂອງເຍົາວະຊົນໃນຊຸມຊົນ ພ້ອມທັງເປັນສັນຍາລັກແຫ່ງຄວາມຫວັງໃຫ້ແກ່ປະເທດຊາດບ້ານເມືອງ.

💙 ທະນາຄານຮ່ວມພັດທະນາ ມະຫາຊົນ JDB ເຕີບໃຫຍ່ໄປພ້ອມກັນ💙

——————-

📞 Call Center: 1499

LINE: @jdbbank

Tiktok : jdbbanklaos

Youtube: jdbbanklaos