Current Account

ວັດຖຸປະສົງ:

ບັນຊີຝາກ​ກະ​ແສ​ລາຍ​ວັນ​ ເປັນ​ບໍລິການ​ທີ່​ອຳນວຍ​ຄວາມ​ສະດວກ​ໃນ​ການ​ບໍລິຫານເງິນ ​ໄດ້​ຢ່າງຄ່ອງ​ຕົວ​ ແລະ​ ປອດ​ໄພ ເໝາະ​ສຳ​ລັບ​ຜູ້​ທີ່​ເຮັດ​ຄ້າ​ຂາຍ ຫຼື ​ເຮັດ​ທຸລະ​ກິດ​ສ່ວນ​ຕົວ​ ທີ່​ມີ​ການ​ຮັບ ແລະ ຈ່າຍ​ເງິນ​ໝູນວຽນຢູ່​ຕະຫຼອດ​ເວລາ ​ໂດຍ​ໃຊ້​ແຊັກ​ສັ່ງ​ຈ່າຍ​ຂອງ​ທະນາຄານ ​ແທນການ​ໃຊ້​ເງິນສົດ ​ເພື່ອ​ຊຳລະ​ສະ​ສາງ​ຄ່າ​ສິນ​ຄ້າ ​ແລະ ຄ່າ​ບໍລິການຕ່າງໆ.

ປະໂຫຍດທີ່ໄດ້ຮັບ:

ຜູ້ຝາກຈະໄດ້ຮັບປື້ມແຊັກ ເພື່ອເປັນເຄື່ອງມືໃນການຊຳລະສະສາງ;
ສະດວກສະບາຍ, ປອດໄພ ແລະ ປະຢັດເວລາ ໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ;
ຫຼຸດຜ່ອນການຖືເງິນສົດຈໍານວນຫຼາຍ ແລະ ງ່າຍໃນການສັ່ງຈ່າຍໃຫ້ລູກຄ້າ.

ສະກຸນເງິນຝາກ:

  • ກີບ
  • ໂດລາສະຫະລັດ
  • ບາດ

ອັດຕາດອກເບ້ຍເງີນຝາກ:

ອັດຕາດອກເບ້ຍເງິນຝາກກະແສລາຍວັນ ສະກຸນເງິນກີບ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກໍານົດ ເປັນປີ ເປັນເດືອນ ຕາມກໍານົດ
Current account

 

ອັດຕາດອກເບ້ຍເງິນຝາກ​ກະ​ແສ​ລາຍ​ວັນ ສະກຸນເງິນໂດລາ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກຳນົດ ເປັນປີ ເປັນເດືອນ ຕາມກຳນົດ
ເງິນຝາກ​ກະ​ແສ​ລາຍ​ວັນ

 

ອັດຕາດອກເບ້ຍເງິນຝາກ​ກະ​ແສ​ລາຍ​ວັນ ສະກຸນເງິນບາດ (%/ປີ)
ປະເພດ ບຸກຄົນທົ່ວໄປ ນິຕິບຸກຄົນ
ຕາມກຳນົດ ເປັນປີ ເປັນເດືອນ ຕາມກຳນົດ
ເງິນຝາກ​ກະ​ແສ​ລາຍ​ວັນ

ເງື່ອນໄຂການໃຊ້ບໍລິການ:

  1. ວົງເງິນຝາກກະແສລາຍວັນ ເລີ່ມຕົ້ນຂັ້ນຕ່ຳສຸດ ຂອງແຕ່ລະສະກຸນ ຄື: 1,000,000 ກີບ, 100 ໂດລາ ຫຼື 5,000 ບາດ.

ການເກັບຄ່າທຳນຽມປິດບັນຊີເງິນຝາກ ແລະ ການຄິດໄລ່ດອກເບ້ຍ:

  • ກໍລະນີ ລູກຄ້າປິດບັນຊີເງິນຝາກກະແສລາຍວັນ ກ່ອນ 03ເດືອນ ເກັບຄ່າທໍານຽມກັບລູກຄ້າ ແຕ່ລະສະກຸນເງິນຕາມແຈ້ງການເກັບຄ່າທໍານຽມຂອງ ທຄຮ ແຕ່ລະໄລຍະ;
  • ການເກັບຄ່າທໍານຽມ ໃຫ້ຕັດຈາກບັນຊີເງິນຝາກ ຂອງລູກຄ້າໃນເວລາປິດບັນຊີ ຖ້າເງິນໃນບັນຊີບໍ່ພຽງພໍໃຫ້ເກັບເປັນເງິນສົດກໍໄດ້.