


ທະນາຄານຮ່ວມພັດທະນາ ມະຫາຊົນ ໂດຍຫຍໍ້
ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ມີການນຳໃຊ້ນະໂຍບາຍຢ່າງຄົບຖ້ວນ ເພື່ອສົ່ງເສີມການເປີດກວ້າງ ແລະ ການຮ່ວມມືລະດັບສາກົນ ເພື່ອພັດທະນາເສດຖະກິດ–ສັງຄົມແຫ່ງຊາດ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນ. ພາກທະນາຄານ ມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນການເຕີບໃຫຍ່ ແລະ ການພັດທະນາເສດຖະກິດ ແຫ່ງຊາດ.
ທະນາຄານຮ່ວມພັດທະນາ ມະຫາຊົນ (ທຄຮ) ຖືກສ້າງຕັ້ງຂຶ້ນຕາມແຈ້ງການຂອງປະທານສະພາລັດຖະມົນຕີ ເລກທີ 04/ປສລ ລົງວັນທີ 21 ມັງກອນ 1989 ໂດຍມີ ທ່ານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ນາຍົກລັດຖະມົນຕີໃນເວລານັ້ນ ເປັນປະທານໃນພິທີ.
ທຄຮ ໄດ້ເປີດດຳເນີນການຢ່າງເປັນທາງການໃນວັນທີ 3 ຕຸລາ 1989 ໃນຮູບແບບທະນາຄານ ທຸລະກິດຮ່ວມທຶນລະຫວ່າງຝ່າຍລາວ ແລະ ຝ່າຍໄທ. ໃນໄລຍະແລກ ນັກລົງທຶນຝ່າຍໄທ ນຳໂດຍ ບໍລິສັດ ພົງສຸວັນໄຊໂລ ແລະ ອົບພຶດ ຖືຫຸ້ນ 70%, ໃນຂະນະທີ່ຝ່າຍລາວ ໂດຍທະນາຄານແຫ່ງ ສປປ ລາວ ຖືຫຸ້ນ 30%. ສຳນັກງານໃຫຍ່ຂອງທະນາຄານຕັ້ງຢູ່ເຮືອນເລກທີ 82 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ.
ນັບຕັ້ງແຕ່ການຈັດຕັ້ງຂຶ້ນ, ທະນາຄານໄດ້ຮັບການນຳພາໂດຍ ປະທານຄະນະບໍລິຫານ (ປະທານສະພາບໍລິຫານ) ຕາມໄລຍະເວລາດັ່ງນີ້:
| ລ/ດ | ປະທານຄະນະກໍມະການບໍລິຫານ
(ປະທານສະພາບໍລິຫານ) |
ໄລຍະເວລາ |
| 1 | ທ່ານ ນາງ ສິວະລີ ສີສານ | 1990–1995 |
| 2 | ທ່ານ ຜ້ຽນ ພິລະກອນ | 1996–1999 |
| 3 | ທ່ານ ຄຳສຸກ ສອນດາລາ | 2000–2006 |
| 4 | ທ່ານ ສົມພາວ ໄຟສິດ | 2007–2009 |
| 5 | ທ່ານ ຄຸນຍິງ ສຸວັນນີ ພົວໄພໂຣດ | 2009–2010 |
| 6 | ທ່ານ ສາໂຣສ ສິງສົມບູນ | 2010–2012 |
| 7 | ທ່ານ ເອກະພັນ ພະພິທັກ | 2012–2023 |
| 8 | ທ່ານ ວິໄລ ສີພະພອນ | 2023–ປະຈຸບັນ |
ໃນວັນທີ 15 ມິຖຸນາ 2010, ທະນາຄານແຫ່ງ ສປປ ລາວ ໄດ້ໂອນຫຸ້ນທັງໝົດໃຫ້ແກ່ນັກລົງທຶນຝ່າຍໄທ ທ່ານ ສາໂລດ ສິງສົມບຸນ, ເຮັດໃຫ້ ທຄຮ ກາຍເປັນທະນາຄານພານິດທີ່ມີການລົງທຶນຈາກຕ່າງປະເທດ 100%. ໃນໄລຍະນີ້ ທະນາຄານມີ 4 ໜ່ວຍບໍລິການ ຄື: ວັດໄຕ, ທາດຫຼວງ, ວັງວຽງ ແລະ ຫຼວງພະບາງ.
ໃນວັນທີ 18 ຕຸລາ 2012, ຫຸ້ນທັງໝົດໄດ້ຖືກໂອນໃຫ້ແກ່ ກຸ່ມ ບໍລິສັດ ສີມືອງ, ເຮັດໃຫ້ ທຄຮ ກາຍເປັນທະນາຄານພານິດເອກະຊົນຂອງລາວ 100%. ທ່ານ ເອກກະພັນ ພາພິທັກ ໄດ້ຮັບແຕ່ງຕັ້ງເປັນປະທານຄະນະບໍລິຫານ ແລະ ນຳພາຄະນະບໍລິຫານໃໝ່ ຮ່ວມກັບທີມທີ່ປຶກສາມືອາຊີບ ທີ່ມີວຸດທິການສຶກສາສູງ ແລະ ປະສົບການວິຊາຊີບຫຼາຍກວ່າ 20 ປີ.
ພາຍຫຼັງການປ່ຽນແປງຄະນະບໍລິຫານ, ທຄຮ ໄດ້ສ້າງຊື່ສຽງທີ່ເຂັ້ມແຂງ ດ້ວຍການໃຫ້ບໍລິການທະນາຄານທີ່ມີຄຸນນະພາບ, ທັນສະໄໝ, ສະດວກ, ເປັນມືອາຊີບ ແລະ ໜ້າເຊື່ອຖື. ທະນາຄານໄດ້ນຳເອົາເຕັກໂນໂລຊີທັນສະໄໝຕາມມາດຕະຖານສາກົນ ເພື່ອເພີ່ມຄວາມຮວດໄວ ແລະ ປະສິດທິພາບໃນການໃຫ້ບໍລິການ.
ເພື່ອຮອງຮັບການເຕີບໂຕໃນລະຍະຍາວ, ທຄຮ ໄດ້ເພີ່ມທຶນຈົດທະບຽນຈາກ 84 ຕື້ກີບ ເປັນ 404 ຕື້ກີບ ແລະ ຕໍ່ມາເພີ່ມເຖິງ 750 ຕື້ກີບໃນປີ 2025, ສະທ້ອນໃຫ້ເຫັນຄວາມແຂງແຮງທາງການເງິນ ແລະ ຄວາມພ້ອມໃນການສະໜັບສະໜູນການພັດທະນາເສດຖະກິດແຫ່ງຊາດ.
ໃນອີກໜຶ່ງຫຼັກໝາຍສຳຄັນ, ທຄຮ ໄດ້ເຂົ້າຈົດທະບຽນ ແລະ ຈຳໜ່າຍຮຸ້ນໃນຕະຫຼາດຫຼັກຊັບລາວ ຫຼື Lao Securities Exchange (LSX) ໃນວັນທີ 10 ຕຸລາ 2025 ເປັນຜົນສຳເລັດ, ນັບເປັນການເປີດສະກະຫຼາດໃໝ່ ໃນການພັດທະນາຂອງທະນາຄານ ໂດຍຊ່ວຍຍົກລະດັບຄວາມໂປ່ງໃສ, ການບໍລິຫານທີ່ດີ, ເພີ່ມທາງເລືອກການລົງທຶນ ແລະ ຕອກຍ້ຳສະຖານະຂອງ ທຄຮໃນຖານະທະນາຄານພານິດຊັ້ນນຳຂອງ ສປປ ລາວ.
Joint Development Bank Public in Brief
Under the leadership of the Lao People’s Revolutionary Party and the Government of the Lao People’s Democratic Republic, comprehensive policies have been implemented to promote openness and international cooperation, with the aim of developing the national socio-economic system and improving the living standards of the people. The banking sector plays a vital role in supporting national economic growth and development.
The Joint Development Bank Public (JDB) was established in accordance with the Notification of the President of the Ministerial Assembly No. 04/MA, dated 21 January 1989, chaired by His Excellency Kaysone Phomvihane, then President of the Ministerial Assembly and Prime Minister of the Lao People’s Democratic Republic.
JDB officially commenced operations on 3 October 1989 as a joint-venture commercial bank between the Lao and Thai sides. At the time of establishment, Thai investors represented by Phongsouvan Sailo and Opphuad held 70% of the Bank’s shares, while the Lao side, represented by the Bank of the Lao PDR, held the remaining 30%. The Bank’s head office was located at Building No. 82, Lane Xang Avenue, Hatsady Village, Chanthabouly District, Vientiane Capital.
Since its establishment, the Bank has been guided by successive Presidents of the Management Board as follows: Mrs. Sivaly Sisane (1990–1995), Mr. Phien Philakone (1996–1999), Mr. Khamsouk Soundala (2000–2006), and Mr. Somphao Phaisith (2007–2009).
On 15 June 2010, the Bank of the Lao PDR transferred all of its shares to the Thai investor Mr. Silod Singsomboun, who assumed the position of President of the Management Board. Consequently, JDB became a 100% foreign-invested commercial bank. During this period, the Bank operated four service units: Wattay, Thatluang, Vang Vieng, and Luang Prabang.
A significant milestone was achieved on 18 October 2012, when all shares were transferred to Simoung Group, resulting in JDB becoming a 100% Lao-owned private commercial bank. Mr. Ekkaphan Phaphithak was appointed President of the Management Board and led a new management team supported by professional consultants. The team possessed strong academic qualifications, with many members holding Master’s and Doctoral degrees, together with over 20 years of professional experience in their respective fields.
Following this transition, the Joint Development Bank, commonly known as JDB, strengthened its reputation by delivering high-quality banking services characterised by convenience, professionalism, and reliability. The Bank adopted modern technologies aligned with international standards, enabling faster and more efficient services. JDB has gained wide recognition both domestically and among ASEAN and international financial institutions.
As part of its long-term growth strategy, JDB significantly enhanced its capital base. The Bank increased its registered capital from LAK 84 billion to LAK 404 billion, and subsequently to LAK 750 billion, reflecting its strengthened financial capacity and commitment to supporting sustainable economic development in the Lao People’s Democratic Republic.
In a further landmark achievement, JDB successfully listed its shares on the Lao Securities Exchange (LSX) on 10 October 2025. This historic listing marked a new chapter in the Bank’s development, enhancing transparency, strengthening corporate governance, broadening investment opportunities, and reinforcing JDB’s position as one of the leading commercial banks in the country.
