Current Account
ວັດຖຸປະສົງ:
ບັນຊີຝາກກະແສລາຍວັນ ເປັນບໍລິການທີ່ອຳນວຍຄວາມສະດວກໃນການບໍລິຫານເງິນ ໄດ້ຢ່າງຄ່ອງຕົວ ແລະ ປອດໄພ ເໝາະສຳລັບຜູ້ທີ່ເຮັດຄ້າຂາຍ ຫຼື ເຮັດທຸລະກິດສ່ວນຕົວ ທີ່ມີການຮັບ ແລະ ຈ່າຍເງິນໝູນວຽນຢູ່ຕະຫຼອດເວລາ ໂດຍໃຊ້ແຊັກສັ່ງຈ່າຍຂອງທະນາຄານ ແທນການໃຊ້ເງິນສົດ ເພື່ອຊຳລະສະສາງຄ່າສິນຄ້າ ແລະ ຄ່າບໍລິການຕ່າງໆ.
ປະໂຫຍດທີ່ໄດ້ຮັບ:
ຜູ້ຝາກຈະໄດ້ຮັບປື້ມແຊັກ ເພື່ອເປັນເຄື່ອງມືໃນການຊຳລະສະສາງ;
ສະດວກສະບາຍ, ປອດໄພ ແລະ ປະຢັດເວລາ ໃນການສັ່ງຈ່າຍ, ບໍລິຫານ ແລະ ຄຸ້ມຄອງ ການເງິນຂອງທ່ານ;
ຫຼຸດຜ່ອນການຖືເງິນສົດຈໍານວນຫຼາຍ ແລະ ງ່າຍໃນການສັ່ງຈ່າຍໃຫ້ລູກຄ້າ.
ສະກຸນເງິນຝາກ:
- ກີບ
- ບາດ
- ໂດລາສະຫະລັດ
ອັດຕາດອກເບ້ຍເງີນຝາກ:
| ອັດຕາດອກເບ້ຍເງິນຝາກກະແສລາຍວັນ ສະກຸນເງິນກີບ (%/ປີ) |
||||
| ປະເພດ | ບຸກຄົນທົ່ວໄປ | ນິຕິບຸກຄົນ | ||
| ຕາມກໍານົດ | ເປັນປີ | ເປັນເດືອນ | ຕາມກໍານົດ | |
| Current account | – | – | – | – |
| ອັດຕາດອກເບ້ຍເງິນຝາກກະແສລາຍວັນ ສະກຸນເງິນໂດລາ (%/ປີ) |
|||||||
| ປະເພດ | ບຸກຄົນທົ່ວໄປ | ນິຕິບຸກຄົນ | |||||
| ຕາມກຳນົດ | ເປັນປີ | ເປັນເດືອນ | ຕາມກຳນົດ | ||||
| ເງິນຝາກກະແສລາຍວັນ | – | – | – | – | |||
| ອັດຕາດອກເບ້ຍເງິນຝາກກະແສລາຍວັນ ສະກຸນເງິນບາດ (%/ປີ) |
|||||||
| ປະເພດ | ບຸກຄົນທົ່ວໄປ | ນິຕິບຸກຄົນ | |||||
| ຕາມກຳນົດ | ເປັນປີ | ເປັນເດືອນ | ຕາມກຳນົດ | ||||
| ເງິນຝາກກະແສລາຍວັນ | – | – | – | – | |||
ເງື່ອນໄຂການໃຊ້ບໍລິການ:
- ວົງເງິນຝາກກະແສລາຍວັນ ເລີ່ມຕົ້ນຂັ້ນຕ່ຳສຸດ ຂອງແຕ່ລະສະກຸນ ຄື: 1,000,000 ກີບ, 100 ໂດລາ ຫຼື 5,000 ບາດ.