ໃນວັນທີ່ 23 ມີນາ 2026 ຢູ່ທີ່ ບ້ານ ໂພນໝີ ເມືອງວຽງຄໍາ ແຂວງວຽງຈັນ , ທະນາຄານຮ່ວມພັດທະນາ ມະຫາຊົນ JDB ໄດ້ມີພິທີຂື້ນຫ້ອງການໃໝ່ ໂດຍການເຂົ້າຮ່ວມ ຂອງຜູ້ບໍລິຫານລະດັບສູງ ຂອງທະນາຄານຮ່ວມະນາ ມະຫາຊົນ,ໜ່ວຍບໍລິການ ແລະ ພະນັກງານວິຊາການທີ່ກ່ຽວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີເລີ້ມການບາສີ ສູ່ຂວັນຕາມຮິດຄອງປະເພນີ ເພື່ອຄວາມເປັນສີລິມຸງຄູນ ໃນການດໍາເນີນທຸລະກິດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ.

   ຈາກນັ້ນ ຄະນະຜູ້ບໍລິຫານລະດັບສູງ ຂອງທະນາຄານຮ່ວມພັດທະນາ ມະຫາຊົນ ພ້ອມດ້ວຍ ພະນັກງານໜ່ວຍບໍລິການໂພນໝີ ກໍໄດ້ຕັດແຖມຜ້າ ເປີດການນໍາໃຊ້ ຕຶກອາຄານຫລັງໃໝ່ ຢ່າງເປັນທາງການ ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ໃນເຂດດັ່ງກ່າວ ມີຄວາມສະດວກສະບາຍ ໃນການເຮັດທຸລະກຳທາງດ້ານການເງິນ .

JDB ໃຫ້ສຸມໃສ່ ໃນດ້ານວຽກງານການພັດທະນາ ລະບົບເຕັກໂນໂລຍີໃຫ້ທັນສະໃໝ່ ຄືການຍົກລະດັບລະບົບການບໍລິການທະນາຄານເກົ່າ ເພື່ອຫັນເປັນລະບົບທະນາຄານທີ່ທັນສະໄໝ ໄດ້ມາດຕະຖານສາກົນ. ຮອງຮັບຫຼາຍຊ່ອງທາງ ແລະ ລະບົບການໂອນເງິນກັບສາກົນ, ໃນຍຸກ Digital ນໍາໃຊ້ AI ເຂົ້າມາບໍລິຫານຈັດການໃຫ້ສະດວກສະບາຍຍິ່ງຂື້ນ, ລູກຄ້າສາມາດເຮັດທູລະກໍາ ດ້ວຍຕົນເອງເອງເທີງມືຖື ໃນທຸກພື້ນທີ່ຂອງໂລກ ທີ່ມີສັນຍານ Internet, ເປັນຕົ້ນແມ່ນ JDB Yes Mobile Banking ທະນາຄານໃນມືຖື ເປັນນື່ງໃນການບໍລິການທີ່ໂດດເດັ່ນ ຊ່ວຍຕອບສະໜອງການເຮັດທຸລະກຳທາງການເງິນ ແລະ ທຸລະກິດຂອງລູກຄ້າ ສະດວກສະບາຍ ວ່ອງໄວ, ທັນສະໄໝ ແລະ ປອດໄພ, ຖຶກນໍາໃຊ້ຢ່າງກວ້າງຂວາງ ໃນສັງຄົມລາວ.

ທະນາຄານຮ່ວມພັດທະນາ     ” ເຕີບໃຫ່ຍໄປພ້ອມກັນ ” .