Untitled 2 scaled

🔹ໃນວັນທີ 10 ພະຈິກ 2026 ບໍລິສັດ GREEN SM (ລາວ) ໄດ້ຮ່ວມມືຍຸດທະສາດຄັ້ງສໍາຄັນ ຮ່ວມກັບ 10 ພັນທະມິດທຸລະກິດຊັ້ນນໍາໃນ ສປປ ລາວ ເພື່ອຮ່ວມກັນພັດທະນາ ແລະ ຂະຫຍາຍລະບົບການສັນຈອນສີຂຽວ (Green Mobility Ecosystem) ໃຫ້ກວ້າງຂວາງ ແລະ ຄົບວົງຈອນຍິ່ງຂຶ້ນ.
🔹 ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ກໍ່ແມ່ນໜຶ່ງໃນ 10 ພັນທະມິດ ຂອງ ບໍລິສັດ GREEN SM (ລາວ) ນອກຈາກນັ້ນຍັງມີ : ທະນາຄານ ຫວຽດຕິນ ລາວ (VietinBank Laos), ທະນາຄານ MB Laos, ແລະ ທະນາຄານ Sacombank Laos ໃນຂົງເຂດການທະນາຄານ ແລະ ການເງິນ; ETL, ລາວ ໂທລະຄົມ (M-Money), ແລະ Unitel ໃນຂົງເຂດໂທລະຄົມມະນາຄົມ ແລະ ການຊຳລະສະສາງ; Good Media (Bawanli) ໃນຂົງເຂດສື່ມວນຊົນ; ພ້ອມດ້ວຍ ໂຮງແຮມ ເມືອງແທ່ງ ວຽງຈັນ ແລະ ໂຮງແຮມ ລັດສະວົງ ວັນດາ ວິສຕາ (Latsavong Wanda Vista) ໃນຂົງເຂດບໍລິການໂຮງແຮມ.
🔹 ພາຍໃຕ້ຂໍ້ຕົກລົງຮ່ວມມື, Green SM ແລະ ພັນທະມິດ ຈະເສີມຂະຫຍາຍຈຸດແຂງດ້ານເຕັກໂນໂລຊີ, ການບໍລິການ ແລະ ຖານລູກຄ້າຂອງຕົນ ເພື່ອຄົ້ນຄວ້າການເຊື່ອມໂຍງບໍລິການການສັນຈອນດ້ວຍພະລັງງານໄຟຟ້າ ເຂົ້າໃນລະບົບການຂົນສົ່ງ, ຜະລິດຕະພັນ ແລະ ບໍລິການທີ່ມີຢູ່ແລ້ວ, ພ້ອມທັງພັດທະນາໂຄງການສົ່ງເສີມການຂາຍ ແລະ ການເບິ່ງແຍງລູກຄ້າ. ຜົນຈາກການຮ່ວມມືນີ້ ຈະຊ່ວຍໃຫ້ຜູ້ໃຊ້ງານມີທາງເລືອກຫຼາຍຂຶ້ນໃນການເຂົ້າເຖິງ, ການຊຳລະ ແລະ ໃຊ້ບໍລິການ Green SM ຢ່າງສະດວກສະບາຍ ເທິງແພຼດຟອມທີ່ເຂົາເຈົ້າຄຸ້ນເຄີຍຢູ່ແລ້ວ.
🔹 ການຮ່ວມມືໃນຄັ້ງນີ້ ມີເປົ້າໝາຍເພີ່ມທະວີການນໍາໃຊ້ຍານພາຫະນະໄຟຟ້າ (EV) ໃນການຂົນສົ່ງ ແລະ ການບໍລິການ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາພັນທະມິດໃນຫຼາຍຂົງເຂດ, ໃນນັ້ນ, ທະນາຄານຮ່ວມພັດທະນາ ມະຫາຊົນ (JDB) ໄດ້ເຂົ້າຮ່ວມເປັນພັນທະມິດຍຸດທະສາດ ຮັບຜິດຊອບ ແລະ ສະໜັບສະໜູນດ້ານການບໍລິການຊໍາລະສະສາງທາງການເງິນ (Financial Payment Solutions), ເຊິ່ງຈະຊ່ວຍໃຫ້ຜູ້ໃຊ້ບໍລິການ Green SM ໃຫ້ຄວາມສະດວກສະບາຍ, ວ່ອງໄວ ແລະ ປອດໄພ ຜ່ານລະບົບດິຈິຕອນ ທັງໃນແອັບພລິເຄຊັນ ແລະ ທາງການຊໍາລະຕ່າງໆ, ນອກຈາກການຊໍາລະສະສາງແລ້ວ, ຄວາມຮ່ວມມືກັບ 10 ພັນທະມິດຍຸດທະສາດ ຍັງກວມເອົາການພັດທະນາສະຖານີສາກໄຟຟ້າ, ການສົ່ງເສີມການທ່ອງທ່ຽວສີຂຽວ, ແລະ ການບໍລິການລູກຄ້າ ເພື່ອຊຸກຍູ້ໃຫ້ ສປປ ລາວ ກ້າວໄປກັບການສັນຈອນທີ່ເປັນມິດ ກັບສິ່ງແວດລ້ອມ ແລະ ຫຼຸດຜ່ອນການປ່ອຍກາສຄາບອນຢ່າງຍືນຍົງ.

#ທະນາຄານຮ່ວມພັດທະນາມະຫາຊົນ #JDBBank
———————–
📞 Call Center: 1499
Tiktok : jdbbanklaos
Youtube: jdbbanklaos