Corporate Loan
ສີນເຊື່ອ
ເປັນສີນເຊື່ອທີ່ມີໄລຍະກູ້ສູງສຸດ 5ປີ, ເປັນຜະລິດຕະພັນສິນເຊື່ອເໝາະສົມກັບລູກຄ້າທີ່ເຮັດທຸລະກິດຂະຫນາດໃຫຍ່ ທີ່ມີແຜນຂະຫຍາຍກິດຈະການຕ່າງໆ ເຊັ່ນ: ບໍລິສັດນໍາເຂົ້າສີນຄ້າ-ສົ່ງອອກສີນຄ້າ, ຊື້ເຄື່ອງກົນຈັກ, ບໍລິສັດກໍ່ສ້າງເຂື່ອນໄຟຟ້າ, ບໍລິສັດ ທີ່ຕ້ອງການທຶນໃນຜະລິດຂະຫຍາຍ ແລະ ທຸລະກິດໃໝ່.
1. ລັກສະນະ.
ເງິນກູ້ໄລຍະສັ້ນ 1ປີ – 5ປີ
ວົງເງິນອະນຸມັດ 6,000,000,000ກີບ ຂື້ນໄປ.
2.ອັດຕາດອກເບ້ຍ.
ສອບຖາມຂໍ້ມູນເພີ່ມຕື່ມ ຕິດຕໍ່ໂທ: 021-213531-6 ຕໍ່ສາຍສີນເຊື່ອ 309/313/315
ໝາຍເຫດ: ທະນາຄານຮ່ວມພັດທະນາ ຂໍສະຫວງນສິດ ໃນການປ່ຽນແປງອັດຕາດອກເບ້ຍ ແລະ ຄ່າທໍານຽມຕ່າງໆ ໂດຍບໍ່ຕ້ອງແຈ້ງລ່ວງໜ້າໃຫ້ກັບລູກຄ້າຊາບ.
3. ເອກະສານປະກອບໃນການກູ້ຢືມ.
ໃບຄຳຮ້ອງຂໍກູ້ຢືມ (ແບບຟອມຂອງທະນາຄານ) ຟອມຂໍກູ້ ທຸລະກິດ
ຊີວະປະຫວັດຂອງຜູ້ກູ້.
ປະຫວັດການດຳເນີນທຸລະກິດ.
ສໍາເນົາບັດປະຈຳຕົວ ຫຼື Passport (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ສໍາເນົາສຳມະໂນຄົວ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ໃບຢັ້ງຢືນທີຢູ່ (ຜູ້ກູ້ຢືມ, ຜູ້ກູ້ຮ່ວມ ແລະ ຜູ້ຄໍ້າປະກັນ).
ຕ້ອງມີໃບສະຫຼຸບລາຍຮັບ-ລາຍຈ່າຍ ຍ້ອນຫຼັງ 1-2 ປິ.
ໃບທະບຽນວິສາຫະກິດ.
ໃບອານຸຍາດດໍາເນີນທຸລະກິດ.
ໃບທະບຽນອາກອນ.
ສໍາເນົາລາຍການເຄື່ອນໄຫວບັນຊີເງິນຝາກ ຍ້ອນຫຼັງ 1-2 ປີ.
ສໍາເນົາສັນຍາກູ້-ສັນຍາຄໍ້າ (ຖ້າມີໜີ້).
ສໍາເນົາລາຍການເຄື່ອນໄຫວບັນຊີເງິນກູ້ ຍ້ອນຫຼັງ 1 – 2 ປີ (ຖ້າມີໜີ້).
ສໍາເນົາຫຼັກຊັບຄໍ້າປະກັນ (ໃບຕາດີນ ຂອບທອງ) ຫຼື ຖ້າເປັນຂອງບຸກຄົນອື່ນ ແມ່ນໃຫ້ເຈົ້າຂອງຫຼັກຊັບເຊັນ ຄໍ້າປະກັນ.
ແຜນຄາດຄະເນລາຍຮັບ-ລາຍຈ່າຍ (ຊັບສິນ, ໜີ້ສິນ)ໃບຕົກລົງມອບສິດ ເພື່ອຂໍສິນເຊື່ອ (ກໍລະນີມີຂາຮຸ້ນ)
ບໍລິສັດ ຕ້ອງປະກອບເອກະສານ ເພີ່ມເຕີມ ຄື: ເອກະສານແຕ່ງຕັ້ງ ຫຼື ໃບມອບອຳນາດ ຈາກບໍລິສັດ; ມະຕິກອງປະຊຸມຂອງ
ບໍລິສັດ ກົດລະບຽບຂອງບໍລິສັດ, ງົບດຸນ (ໃບດຸນດ່ຽງຖານະການເງິນຍ້ອນຫຼັງ 06 ເດືອນ).
ເອກະສານອື່ນໆ ທີ່ທະນຄານຕ້ອງການເພີ່ມເຕີມ.